Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກົມກວດກາ-ກວດການ ກະຊວງ ປກສ ຈັດພິທີປັບປຸງການຈັດຕັ້ງຂັ້ນພະແນກ

Posted on 16/09/202016/09/2020 By News No Comments on ກົມກວດກາ-ກວດການ ກະຊວງ ປກສ ຈັດພິທີປັບປຸງການຈັດຕັ້ງຂັ້ນພະແນກ

ກົມກວດກາ-ກວດການ ກະຊວງ ປກສ ຈັດພິທີປັບປຸງການຈັດຕັ້ງຂັ້ນພະແນກ ໃນວັນທີ 15 ກັນຍາ 2020, ເຂົ້າຮ່ວມມີ ພັອ ຄໍາຜາສິດ ບົງມູນທອງ ຫົວໜ້າກົມກວດກາ-ກວດການ, ມີຮອງຫົວໜ້າກົມ, ຄະນະກົມ, ຫົວໜ້າ-ຮອງພະແນກ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ໃນພິທີ, ພັທ ບຸນຊູ ແກ້ວທະນູສິນ ຫົວໜ້າພະແນກການເມືອງ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງນາຍຕໍາຫຼວດ ທີ່ຂຶ້ນກັບກົມກວດກາ-ກວດການ ວ່າ: ອິງຕາມກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະ ຫງົບປະຊາຊົນ, ອິງຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງ ປກສ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງກົມໃຫຍ່ການເມືອງ ປກສ, ອິງຕາມ ໜັງສືສະເໜີຂອງກົມກວດກາ-ກວດການ ກ່ຽວກັບການສະເໜີຂໍອະນຸມັດແຕ່ງຕັ້ງນາຍຕໍາຫຼວດ ສະບັບເລກທີ 972/ກກ.ປກສ, ລົງວັນທີ 20 ສິງຫາ 2020, ກົມໃຫຍ່ການເມືອງ ປກສ ຕົກລົງ ແຕ່ງຕັ້ງ ພັທ ພູວອນ ຄໍາທະວິໄລ ຈາກພະແນກການເມືອງ ໄປຮັບໜ້າທີ່ໃໝ່ ເປັນຫົວໜ້າພະແນກ ພະລາທິການ, ພັທ ວິໄລທອງ ຈັນທະວົງ ເປັນຫົວໜ້າພະແນກ ແກ້ໄຂຄໍາສະເໜີ ແລະ ຄໍາຮ້ອງຟ້ອງ.

ພັອ ຄໍາຜາສິດ ບົງມູນທອງ ໄດ້ໃຫ້ທິດຊີີ້ນໍາຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຄັ້ງນີ້, ຈົ່ງເອົາໃຈໃສ່ຝືກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນຜູ້ນໍາທີ່ດີເດັ່ນ, ມີຄຸນທາດການເມືອງທີ່ໝັກແໜ້ນ, ມີທັດສະນະຄຸນສົມບັດໜ້າເຄົາລົບເຊື້ອຖື ແລະ ເປັນຜູ້ນໍາທີ່ສາມາດເຕົ້າໂຮມຄວາມສາມັກຄີອ້າຍ-ນ້ອງໄດ້ດີ, ມີຄວາມເປັນເອກະພາບໃນການປະຕິບັດໜ້າທີ່ວຽກງານ, ໃຫ້ຄວາມຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຍາມມີບັນຫາ

ກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ຂໍ້ກຳນົດກົດລະບຽບໃຫ້ເຂັ້ມງວດ ຖືເອົາການສຶກສາອົບຮົມການເມືອງນໍາພາ-ແນວຄິດໃຫ້ອ້າຍ-ນ້ອງເປັນສໍາຄັນ ແລະ ປົກກະຕິ ແນໃສ່ຜົນສໍາເລັດຂອງໜ້າວຽກງານເປັນສໍາຄັນ.

ຂ່າວສານບ້ານເມືອງ

Post navigation

Previous Post: ຂ່າວບຸນ ພິທີລົງອຸໂປສົດສັງຄະກັມ ຢູ່ທີ່ວັດຮ່ອງຄ້າ ນາຄາຣາມ ເມືອງຈັນທະບູລີ
Next Post: ຂ່າວບຸນຊາຕະກາຣ ຄົບຮອບ 100 ປີ ສາທຸໃຫຍ່ຄຳຈັນທຣ໌ ວີຣະຈິດຕະມະຫາເຖຣະ ທີ່ວັດແສນ ສຸຂາຣາມ

Related Posts

ແຈ້ງການ ຍົກຍ້າຍ ກຸ່ມບໍລິສັດ ຍິ່ງໂຊກໄຊ ຈໍາກັດຜູ່ດຽວ ອອກຈາກ ແຫຼ່ງທ່ອງທ່ຽວ ຄອນພະເພັງ ແລະ ສົມພະມິດ ເມືອງໂຂງ ແລະ ຫ້າມເກັບຄ່າເຂົ້າຊົມເດັດຂາດ ຂ່າວສານບ້ານເມືອງ
ເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ຕິດຕາມສະພາບເສັ້ນທາງເປ່ເພແຕ່ ຕານມີໄຊ-ນາທົ່ມ-ວຽງແກ້ວ ຂ່າວສານບ້ານເມືອງ
ລັດຖະບານໄທຊ່ວຍເຫຼືອອຸປະກອນການແພດເພື່ອຕອບໂຕ້ການລະບາດຂອງພະຍາດ COVID-19 ຂ່າວສານບ້ານເມືອງ
ເມືອງຊະນະຄາມ ສຶກສາອົບຮົມ ເປົ້າໝາຍ ຜູ່ ຕິ ດ ຢ າ ເ ສ ບ ຕິ ດ ຂ່າວສານບ້ານເມືອງ
ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ພົບປະໂອ້ລົມ ຄະນະພັກ,ອົງການປົກ ຄອງແຂວງຈຳປາສັກ. ຂ່າວສານບ້ານເມືອງ
ໜັກອີຫຼີ ໄວຣັດໂຄໂຣນາ! ມື້ດຽວຕາຍອີກ 46 ຄົນ ຕິດເຊື້ອເພີ່ມອີກ 3176 ຄົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme