Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຂ່າວບຸນ ພິທີລົງອຸໂປສົດສັງຄະກັມ ຢູ່ທີ່ວັດຮ່ອງຄ້າ ນາຄາຣາມ ເມືອງຈັນທະບູລີ

Posted on 16/09/202016/09/2020 By All in LAOS No Comments on ຂ່າວບຸນ ພິທີລົງອຸໂປສົດສັງຄະກັມ ຢູ່ທີ່ວັດຮ່ອງຄ້າ ນາຄາຣາມ ເມືອງຈັນທະບູລີ

ບອກບຸນຂ່າວຕໍ່ ພິທີລົງອຸໂປສົດສັງຄະກັມ ຢູ່ທີ່ວັດຮ່ອງຄ້າ ນາຄາຣາມ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ໃນມື້ວັນພະຫັດ ທີ 17 ກັນຍາ (09) 2020, ກົງກັບແຮມ 15 ຄໍ່າເດືອນ 10 ພສ 2563 ມີພຣະຈຳນວນ 333 ອົງຈາກວັດຕ່າງໆທົ່ວເມືອງຈັນທະບູລີເຂົ້າຮ່ວມ ດັ່ງມີລາຍລະອຽດລຸ່ມນີ້:

  • ເວລາ 11:00 ນາທີ ຖວາຍພັດຕາຫານເພນ ແລະ ເຄື່ອງໄຊຍະທັມຕ່າງໆ ແດ່ຄະນະສົງທີ່ເດີນທາງມາຈາກວັດຕ່າງໆ;
  • ເວລາ 12:15 ນາທີ ເລີ່ມເຂົ້າສູ່ພິທີໄຫວ້ພຣະ, ຮັບສິນ, ຟັງທຳມະເທສະນາ, ຄາຣະວະ, ຮັບພອນ, ຢາດນໍ້າ;
  • ເວລາ 13:30 ນາທີ ລົງອຸໂປສົດສັງຄະກຳ ແລະ ຟັງໂອວາດຈາກພຣະມະຫາເຖຣະ

ດັ່ງນັ້ນ; ໃນນາມຄະນະສົງຈິ່ງຂໍຈະເລີນພອນ/ເຊີນ ອອກຕົນຍາດໂຍມພຸດທະບໍຣິສັດຜູ້ໃຈບຸນໃຈກຸສົນທັງຫຼາຍ ຮ່ວມເປັນເຈົ້າພາບເຈົ້າສັດທາຖວາຍເຄື່ອງດື່ມ, ນໍ້າຊາ, ກາເຟ, ນໍ້າປານະ ແລະ ເຄື່ອງໄຊຍະທັມຕ່າງໆຕາມກຳລັງສັດທາ ຕາມວັນເວລາ ແລະ ສະຖານທີ່ ທີ່ກຳນົດໄວ້ຂ້າງເທິງນີ້ດ້ວຍ.

ຂໍອວຍພອນໄຊໃຫ້ທຸກທ່ານຈົ່ງມີແຕ່ຄວາມສຸກຄວາມຈະເລີນ ມັ່ງມີສີສຸກ ເຕັມໄປດ້ວຍຈະຕຸຣະພິດທະພອນໄຊ 04 ປະການຄື: ອາຍຸ ວັນນະ ສຸຂະ ພະລະ ດ້ວຍເທີ້ນ.

ຂ່າວສານບ້ານເມືອງ

Post navigation

Previous Post: ອາລະວາດຕີກັນຈົນຫົວແຕກທີ່ບ້ານຂ້າມງອຍ
Next Post: ກົມກວດກາ-ກວດການ ກະຊວງ ປກສ ຈັດພິທີປັບປຸງການຈັດຕັ້ງຂັ້ນພະແນກ

Related Posts

ໄຂ້ເລືອດອອກລະບາດ ທີ່ ໄຊຍະບູລີ ມີຜູ້ຕິດເຊື້ອ ຫຼາຍກວ່າ 100 ກໍລະນີແລ້ວ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມສູງຂຶ້ນ 1401ຄົນ ຂ່າວສານບ້ານເມືອງ
ດ່ວນ! ກະຊວງສາທາລະນະສຸກ ສະເໜີໃຫ້ພິຈາລະນາເລື່ອນ ຫຼື ໂຈະຊົ່ວຄາວການຈັດຄອນເສີດ ແລະ ການຊຸມນຸມຕ່າງໆ ຂ່າວສານບ້ານເມືອງ
ລັດຖະບານ ຊຸດທີ VIII ທ້າຍສະໄໝ ຂ່າວສານບ້ານເມືອງ
ເກີດເຫດ! ຄົນນອນເ ສ ຍ ຊີ ວິ ດ ບໍ່ຮູ້ສາເຫດ ຢູ່ເມືອງ ໂພນໂຮງ ແຂວງວຽງຈັນ ຂ່າວສານບ້ານເມືອງ
ລົດຈັກຕຳກັບລົດຫົກລໍ້ ເສັ້ນທາງແກ້ງສາວ-ພູດູ່ ເສຍຊີວິດ 1 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme