Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ອາລະວາດຕີກັນຈົນຫົວແຕກທີ່ບ້ານຂ້າມງອຍ

Posted on 16/09/202016/09/2020 By All in LAOS No Comments on ອາລະວາດຕີກັນຈົນຫົວແຕກທີ່ບ້ານຂ້າມງອຍ

ນະຄອນຫຼວງວຽງຈັນ: ສະມາຄົມອາສາກູ້ໄພ ນະຄອນຫຼວງວຽງຈັນ ແຈ້ງໃຫ້ຮູ້ວ່າ ໃນວັນທີ 16 ກັນຍາ 2020 ເວລາ 00:23 ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າ ມີເຫດອາລະວາດຕີກັນ ຢູ່ບ້ານ ຂາມງອຍ ເມືອງ ໄຊເສດຖາ ແຂວງ ນະຄອນຫຼວງວຽງຈັນ

ທີມກູ້ຊີບກູ້ໄພນະຄອນຫຼວງ (ສູນສັ່ງການ) ຈຶ່ງໄດ້ອອກກວດສອບເຫດພົບຜູ້ບາດເຈັບ 01 ຄົນ ເພດຊາຍ. ໂດຍມີອາການເບື້ອງຕົ້ນແມ່ນ ຫົວແຕກ, ຫູຈີກ ແລະ ບາດແຜຕາມຕົນໂຕ. ດັ່ງນັ້ນ, ອາສາກູ້ໄພ ຈຶ່ງໄດ້ປະຖົມພະຍາບານຂັ້ນເບື້ອງຕົ້ນແລ້ວນຳສົ່ງໂຮງຫມໍມິດຕະພາບ 150 ຕຽງ ເພື່ອໄປປີ່ນປົວ.

ສ່ວນສາເຫດແລະຄູ່ກໍລະນີ ທາງພາກສ່ວນເຈົ້າໜ້າທີ່ຈະດໍາເນີນການໄກ່ເກ່ຍກັນຕໍ່ໄປ. ເບື້ອງຕົ້ນ ຮູ້ມູນເຫດແມ່ນມີການຊຸມແຊວແລະຜິດຖຽງກັນ.

ອຸປະຕິເຫດສຸກເສີນໂທ : 🚑 1624 🚑. ຖ້າທ່ານໃດຕ້ອງຢາກເປັນສ່ວນໜື່ງໃນການຊ່ວຍເຫຼືອໜ່ວຍງານພວກເຮົາໃນການບໍລິຈາກ ອຸປະຖຳຕ່າງໆເຊັ່ນ :

  • ເຂົ້າສານ,ອາຫານການກີນ
  • ອຸປະກອນການແພດຕ່າງໆ
  • ສາມາດເຂົ້າມາໄດ້ພົວພັນທີ່: ສູນສັງການ ບ້ານໂພນພະເນົາເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຕິດຕໍ່ສອບຖາມ: 020 2244 1624
ກົດນີ້ເລີຍເພື່ອຮັບສ່ວນຫຼຸດ 50%
ຂ່າວສານບ້ານເມືອງ

Post navigation

Previous Post: ສະຫຼົດພົບສົບຍິງສາວຖືກຄາດຕະກໍາທີ່ຫາດແຄມຂອງເມືອງຕົ້ນເຜິ້ງ
Next Post: ຂ່າວບຸນ ພິທີລົງອຸໂປສົດສັງຄະກັມ ຢູ່ທີ່ວັດຮ່ອງຄ້າ ນາຄາຣາມ ເມືອງຈັນທະບູລີ

Related Posts

ພິທີໂຮມຊຸມນຸມໃຫຍ່ ເພື່ອສະເຫລີມສະຫລອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ ຂ່າວສານບ້ານເມືອງ
ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອມື້ນີ້ +11 ຄົນ ຂ່າວສານບ້ານເມືອງ
ພໍ່ແມ່ປະຊາຊົນ 80 ກວ່າຄົນ ໜ່ວຍບ່ອນບັດເລືອກຕັ້ງ ທີ 7 ບ້ານຫ້ວຍພະລາມ ໄດ້ອອກແຮງງານລວມ ຕອນຮັບການເລືອກຕັ້ງ 21 ກຸມພານີ້ ຂ່າວສານບ້ານເມືອງ
ນັ່ງຕົບຍຸງຖ້າຂ້າມຟາກ ທາງຂ້າມຊົ່ວຄາວຍັງແປງບໍ່ໄດ້ ຂ່າວສານບ້ານເມືອງ
ເມືອງຄົງເຊໂດນ ຈັດງານທ່ອງທ່ຽວລ່ອງເຮືອແພຊົມທຳມະຊາດສອງຝັ່ງນໍ້າເຊໂດນ ຂ່າວສານບ້ານເມືອງ
ສົດໆເຊົ້ານີ້ ເກີດເຫດ ຄົນຕົກຕົ້ນໄມ້ ເ ສ ຍ ຊີ ວິ ດ ຄາທີ່ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme