ນະຄອນຫຼວງວຽງຈັນ: ພະແນກການຄ້ານະຄອນຫຼວງວຽງຈັນ ກຳນົດລາຄາຂາຍຊີ້ນໝູໃໝ່ ຂຶ້ນຈາກລາຄາກຳນົດເດີມ 3-4 ພັນກີບຕໍ່ກິໂກ
ພະແນກອຸດສາຫະກຳ ແລະ ການຄ້າ, ນະຄອນຫຼວງວຽງຈັນ (ອຄ.ນວ) ອອກແຈ້ງການ ເລກທີ 1482/ອຄ.ນວ.ຄພນ, ລົງວັນທີ 14 ກັນຍາ 2020 ເຖິງຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ 9 ຕົວເມືອງ; ຫົວໜ່ວຍທຸລະກິດຕະຫຼາດ, ບັນດາຟາມລ້ຽງໝູ (ຜູ້ຜະລິດໝູ); ຜູ້ປະກອບການທຸລະກິດຊື້ສັດ-ຂາຍຊີ້ນ (ນາຍຮ້ອຍ), ຜູ້ຈຳໜ່າຍຊີ້ນໝູ່ (ລູກຂຽງ) ຕາມຮ້ານຄ້າແຜງລອຍໃນຕະຫຼາດ ແຈ້ງປັບລາຄາຂາຍຍົກ-ຂາຍຍ່ອຍຊີ້ນໝູ ຢູ່ນະຄອນຫຼວງວຽງຈັນ ຄື:
- ລາຄາຢືນໜ້າຟາມ ຊື້-ຂາຍ ລາຄາສູງສຸດບໍ່ໃຫ້ເກີນ 26.000 ກີບ/ກິໂລ
- ລາຄາຂາຍຍົກໝູໝົດໂຕ ທີ່ໄດ້ຂ້າ, ຄົວ ແລະ ຊ້ຳແຫຼະ ເປັນຊີ້ນລວມ ນາຍຮ້ອຍສົ່ງເຖິງລູກຂຽງຮອດຕະຫຼາດ ລາຄາສູງສູດບໍ່ໃຫ້ເກີນ 31.000 ກີບ/ກິໂລ.
- ລາຄາຂາຍຍ່ອຍຂອງລູກຂຽງ: ຊີ້ນໝູປະເພດ 1 ລາຄາສູງສູດ ບໍ່ໃຫ້ເກີນ 44.000 ກີບ/ກິໂລ; ຊີ້ນໝູປະເພດ 2 ລາຄາສູງສຸດ ບໍ່ໃຫ້ເກີນ 41.000 ກີບ/ກິໂລ.
ຈາກການແຈ້ງກຳນົດລາຄາໃໝ່ໃນຄັ້ງນີ້ ແມ່ນໄດ້ເຮັດໃຫ້ລາຄາໝູເພີ່ມຂຶ້ນເຊັ່ນ: ລາຄາຂາຍຍ່ອຍຂອງລູກຂຽງ: ຊີ້ນໝູປະເພດ 1 ລາຄາສູງສູດ ບໍ່ໃຫ້ເກີນ 40.000 ກີບ/ກິໂລ ແຈ້ງການ 30 ມັງກອນ 2020 ມາຂຶ້ນເປັນ 44.000 ກີບ; ຊີ້ນໝູປະເພດ 2 ຈາກກຳນົດ ລາຄາສູງສຸດ ບໍ່ໃຫ້ເກີນ 38.000 ກີບ/ກິໂລ ມາຂຶ້ນເປັນ 41.000 ກີບ ເຊິ່ງການປັບໃນຄັ້ງນີ້ ເຮັດໃຫ້ລາຄາຊີ້ນໝູປະເພດ 1 ຂາຍຍ່ອຍ ເພີ່ມຂຶ້ນ 4.000 ກີບ ແລະ ຊີ້ນໝູປະເພດ 2 ເພີ່ມຂຶ້ນ 3.000 ກີບຕໍ່ກິໂລ.
ລາຄາກຳນົດໃຫມ່ນີ້ ເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 15 ກັນ 2020 ເປັນຕົ້ນໄປ ຈົນກວ່າຈະມີແຈ້ງການໃຫມ່ ແລະ ປ່ຽນແທນແຈ້ງການ ສະບັບເລກທີ 0224/ອຄ.ນວ.ຄພນ, ລົງວັນທີ 30 ມັງກອນ 2020.
