Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຕິດການພະນັນອອນລາຍ ກໍ່ເຫດຍັກຍອກເອົາເງິນບໍລິສັດ ເກືອບ 400 ລ້ານກີບ

Posted on 15/09/202015/09/2020 By All in LAOS No Comments on ຕິດການພະນັນອອນລາຍ ກໍ່ເຫດຍັກຍອກເອົາເງິນບໍລິສັດ ເກືອບ 400 ລ້ານກີບ

ນະຄອນຫຼວງວຽງຈັນ: ໃນວັນທີ 14 ມັງກອນ 2020 ເຈົ້າໜ້າທີ່ໜ່ວຍງານສຶບສວນ-ສອບສວນ ຄະດີອາຍາ-ເສດຖະກິດ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຮັບຄໍາຮ້ອງຟ້ອງຈາກຜູ້ເສຍຫາຍຊື່ ນາງ ປາດຖະໜາ ອາຍຸ 46 ປີ ປະຊາຊົນຢູ່ບ້ານ ໂພນສະອາດ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນວ່າ: ທ້າວ ສາຍພອນ ອາຍຸ 40 ປີ ປະຊາຊົນຢູ່ບ້ານ ຂຸນຕາທົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃນຂໍ້ກ່າວຫາຍັກຍອກຊັບຂອງພົນລະເມືອງ

ຜ່ານການກວດການເອກະສານ ແລະ ເກັບກໍາຂໍ້ມູນຫຼັກຖານຄົບຖ້ວນ ເຫັນວ່າຖືກຕ້ອງຕາມຄໍາຮ້ອງຟ້ອງທຸກປະການ. ຕົກມາຮອດວັນທີ 30 ມິຖຸນາ 2020 ຈຶ່ງໄດ້ກັກຕົວ ທ້າວ ສາຍພອນ ມາກອງຄະດີອາຍາ ປກສ ເມືອງໄຊເສດຖາ ເພື່ອສືບສວນ-ສອບສວນຕາມຄໍາຮ້ອງຟ້ອງຂອງຜູ້ຖືກເສຍຫາຍ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ໜ່ວຍງານສຶບສວນ-ສອບສວນ ຄະດີອາຍາ-ເສດຖະກິດ ປກສ ເມືອງໄຊເສດຖາ ທ້າວ ສາຍພອນ ໄດ້ໃຫ້ການຮັບສາລະພາບວ່າ: ພາຍຫຼັງທີ່ຕົນເອງໄດ້ຮຽນຈົບມາໃນປີ 2000 ຕົນເອງກໍໄດ້ເຮັດວຽກນໍາບັນດາບໍລິສັດເອກະຊົນ ໃນໄລຍະຜ່ານມາແມ່ນບໍ່ເຄີຍມີບັນຫາຫຍັງ.

ຕົກມາຮອດວັນທີ 7 ກັນຍາ 2018 ຕົນເອງກໍ່ໄດ້ເຂົ້າເຮັດວຽກຢູ່ບໍລິສັດຂາຍຈໍາໜ່າຍເຄື່ອງໃຊ້ໄຟຟ້າ, ເຄື່ອງນໍ້າປະປາໃຫ້ລູກຄ້າຢູ່ນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ ແຫ່ງໜຶ່ງ ຢູ່ເຂດບ້ານໂພນສະອາດ ເມືອງໄຊເສດຖາ ແຂວງນະຄອນຫຼວງວຽງຈັນ ໂດຍໄດ້ເງີນເດືອນໆລະ 2.300.000 ກີບ. ເຊິ່ງຕົນເອງຮັບໜ້າທີ່ເປັນການຕະຫຼາດ ຊອກລູກຄ້າໃຫ້ທາງບໍລິສັດ ແຕ່ບໍ່ມີສິດເກັບເງິນນໍາລູກຄ້າ.

ມາຮອດເດືອນເມສາ 2019 ຕົນມີບັນຫາທາງດ້ານການເງິນ ຍ້ອນເສຍເງິນໃຫ້ເກມພະນັນບານເຕະອອນລາຍຫຼາຍ ຕົນເອງບໍ່ມີທາງອອກ ຈຶ່ງໄດ້ຍັກຍອກເກັບເງິນຄ່າສິນຄ້ານໍາລູກຄ້າ ໂດຍໃຊ້ວິທີການ ຕົວະໃຫ້ລູກຄ້າໂອນເງິນເຂົ້າທາງບັນຊີທະນາຄານ ຈໍານວນ 14 ຄັ້ງໄດ້ເງິນ 7-14 ພັນບາດ ແລະ ເງິນທີ່ຍັກຍອກທັງໝົດລວມເປັນເງິນ 1.243.558 ບາດ ແລະ ເງີນກີບຈໍານວນ 8.698.000 ກີບ. ພາຍຫຼັງທີ່ລູກຄ້າໂອນເງີນໃຫ້ແລ້ວ ຕົນເອງກໍເອົາໄປຫຼີ້ນເກມພະນັນບານອອນລາຍ ແລະ ໃຊ້ຈ່າຍສ່ວນຕົວຈົນໝົດ ໂດຍບໍ່ໄດ້ເອົາເງີນໄປໃຫ້ທາງບໍລິສັດ.

ຕົກມາຮອດເດືອນ 12 ປີ 2019 ທາງບໍລິສັດດັ່ງກ່າວຈຶ່ງກວດຮູ້ວ່າຕົນເອງໄດ້ຍັກຍອກເອົາເງິນຈາກລູກຄ້າໄປໃຊ້ສ່ວນຕົວໂດຍບໍ່ບອກບໍລິສັດ ຈຶ່ງໄດ້ຮ້ອງມາໄລລຽງເງິນທີ່ຂາດຫາຍໄປນັ້ນ ເຊິ່ງຕົນເອງຍອມຮັບວ່າໄດ້ຍັກຍອກເອົາເງິນຈໍານວນດັ່ງກ່າວແທ້ ແລະ ຈະຂໍຮັບໃຊ້ແທນຄືນພາຍໃນ 5 ປີໃຫ້ໝົດ ແຕ່ທາງບໍລິສັດບໍ່ຍອມຮັບຂໍສະເໜີ ຈຶ່ງໄດ້ຢື່ນຄໍາຮ້ອງຟ້ອງຫາເຈົ້າໜ້າທີ່ເພື່ອນໍາຕົວມາດໍາເນີນຄະດີ.

ປັດຈຸບັນ ຄະດີລາຍນີ້ຍັງຢູ່ໃນຂັ້ນຕອນຂອງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ໜ່ວຍງານສຶບສວນ-ສອບສວນ ຄະດີອາຍາ-ເສດຖະກິດ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເພື່ອສະຫຼຸບສໍານວນ-ສໍາເນົາສົ່ງໃຫ້ໄອຍະການສັ່ງຟ້ອງສານໃຫ້ຄົ້ນຄ້ວາ ແລະ ພິຈາລະນາຕັດສິນລົງໂທດຜູ້ກ່ຽວຕາມລະບຽບຂອງກົດໝາຍ.

ຂ່າວ: ປກສ ນະຄອນຫຼວງວຽງຈັນ

ຂ່າວສານບ້ານເມືອງ

Post navigation

Previous Post: ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນເຖິງ 237.754 ຄົນ ໃນມື້ດຽວ ຂະນະທີ່ລາວມີຄົນເດີນທາງເຂົ້າປະເທດ 2.136 ຄົນ
Next Post: ລາຄາຊີ້ນໝູຂຶ້ນເດີພີ່ນ້ອງ! ນະຄອນຫຼວງວຽງຈັນ

Related Posts

ດ່ວນເດີ້! ສະຫວັນເຂດເເຈ້ງ ສືບຕໍ່ປະຕິບັດມາດຕະການ ເລີ່ມວັນທີ 5ຫາ30 ສິງຫາ 2021 ຂ່າວສານບ້ານເມືອງ
ກະຊວງການຕ່າງປະເທດ ອອກມາຊີ້ແຈງເຖິງສາເຫດ ແລະ ບັນຫາ ກ່ຽວກັບ ຄວາມແອອັດໃນການເຮັດໜັງສືຜ່ານແດນ ຂ່າວສານບ້ານເມືອງ
ບ້ານສຸດທ້າຍທີ່ຢູ່ເໜືອສຸດຂອງປະເທດລາວ ຂ່າວສານບ້ານເມືອງ
ເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ມີຈຳນວນຜູ້ສະໝັກ 09 ທ່ານ, ເລືອກເອົາ 06 ທ່ານ ຂ່າວສານບ້ານເມືອງ
ຂ່າວດ່ວນ! ສະຖິຕິໃໝ່ສປປ ລາວ ກວດພົບຜູ້ຕິດເຊື້ອໂຄວິດທັງໝົດ ຈໍານວນ +113 ຄົນ ຂ່າວສານບ້ານເມືອງ
ຊາວກະຊິກອນເມືອງຜາອຸດົມສຳເລັດການ ເກັບກ່ຽວເຂົ້ານາແຊງ ແລະ ພືດລະດູແລ້ງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme