ອັບເດດ ໂຄວິດ-19: ປະຈຸບັນສະພາບການລະບາດຂອງພະຍາດໂຄວິດ19 ທົ່ວໂລກພວມເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະບໍ່ມີທ່າອ່ຽງຈະຫລຸດລົງ ຄືມີຈໍານວນທັງໝົດ 29.370.411ຄົນ, ສະເພາະວັນທີ 14 ກັນຍາ ມີຜູ້ຕິດເຊື້ອເພີ່ມຂຶ້ນເຖິງ 237.754ຄົນ, ໃນນັ້ນອາເມຣິກາ ມີຜູ້ຕິດເຊື້ອຫລາຍເປັນດັບໜຶ່ງຂອງໂລກ ຄືມີທັງໝົດ 6.685.975ຄົນ, ເພີ່ມຂຶ້ນໃນມື້ດຽວເຖິງ 33.463ຄົນ, ອິນເດຍ ມີຜູ້ຕິດເຊື້ອທັງໝົດ 4.926.914ຄົນ, ເພີ່ມຂຶ້ນ 80.487ຄົນ, ເບຼຊິນ ມີຜູ້ຕິດເຊື້ອ 4.349.544ຄົນ, ເພີ່ມຂຶ້ນ 19.089ຄົນ.

ສ່ວນກຸ່ມປະເທດສະມາຊິກອາຊຽນ ຟິລິປິນ ມີຜູ້ຕິດເຊື້ອ 265.888ຄົນ, ເພີ່ມຂຶ้ນ 4.672ຄົນ, ອິນໂດເນເຊຍ ມີຜູ້ຕິດເຊື້ອ 221.523ຄົນ, ເພີ່ມຂຶ້ນ 3.141ຄົນ, ສິງຄະໂປ ຕິດເຊື້ອ 57.454ຄົນ.
ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຄະນະສະເພາະກິດຄວບຄຸມ ໂຄວິດ19 ຖະແຫລງຕໍ່ສື່ມວນຊົນ ຕອນເຊົ້າວັນທີ 15 ກັນຍາ 2020 ທີກະຊວງສາທາລະນະສຸກ ເຖິງສະພາບການຄວບຄຸມພະຍາດໂຄວິດ19 ຢູ່ ສປປ ລາວວ່າ: ຮອດເລາ 17ໂມງ ວັນທີ 14 ກັນຍາ 2020 ທົ່ວປະເທດ ມີຜູ້ເດີນທາງ ເຂົ້າມາລາວ ທັງໝົດ 2.136ຄົນ, ໃນນັ້ນຈຸດຜ່ານດ່ານລາວ-ໄທ 1.028ຄົນ ມີແຮງງານລາວກັບມາແຕ່ໄທ 74ຄົນ; ຈຸດຜ່ານດ່ານລາວ-ຈີນ 15ຄົນ, ມີແຮງງານຄົນຈີນ 1ຄົນ, ເຫຼືອນັ້ນແມ່ນ ຄົນຂັບລົດສົ່ງສິນຄ້າ; ຈຸດຜ່ານດ່ານ ລາວ-ຫວຽດນາມ 725ຄົນ: ມີ ນັກສຶກສາລາວ 19ຄົນ, ເຫຼືອນັ້ນແມ່ນຄົນຂັບລົດສົ່ງສິນຄ້າ; ຜ່ານດ່ານ ລາວ-ມຽນມ້າ 6 ຄົນ,ທັງໝົດແມ່ນຄົນລາວ ເຊິ່ງເປັນຄົນຂັບເຮືອ ແລະ ລູກເຮືອ ຂົນສົ່ງສິນຄ້າ, ຜ່ານສະໜາມບິນສາກົນວັດໄຕ 362 ຄົນ ມີຄົນຈີນ 297 ຄົນ, ຍີ່ປຸນ 20 ຄົນ, ລາວ 10 ຄົນ ແລະ ຕ່າງປະເທດ 35 ຄົນ; ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແລະໄດ້ເກັບຕົວຢ່າງມາກວດ ແລ້ວນຳສົ່ງໄປຫາສະຖານທີ່ຈຳກັດບໍລິເວນທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14ວັນ.

ດຣ. ຣັດຕະນະໄຊ ເພັດສຸວັນ ໃຫ້ຮູ້ເຖິງການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດວ່າ: ວັນທີ 14 ກັນຍາ2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 563ຄົນ,ໃນນັ້ນມີ ແຮງງານລາວມາແຕ່ໄທ 128 ຕົວຢ່າງ, ແຮງງານໄທ 1 ຕົວຢ່າງ, ແຮງງານຈີນ 411 ຕົວຢ່າງ, ແຮງງານລາວກັບມາແຕ່ຈີນ 4 ຕົວຢ່າງ ແລະ ບຸກຄົນທົ່ວໄປບໍ່ມີອາການ 19 ຕົວຢ່າງ; ຜົນກວດວິເຄາະທັງໝົດແມ່ນບໍ່ພົບເຊື້ອ.
ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 14 ກັນຍາ2020 ໄດ້ເກັບຕົວຢ່າງມາກວດທັງໝົດ 45,351ຕົວຢ່າງ, ກວດພົບເຊື້ອສະສົມ23ຄົນ. ສ່ວນຄົນເຈັບຕິດເຊື້ອພະຍາດ COVID-19 ກໍລະນີທີ 23 ແມ່ນຍັງສືບຕໍ່ປີ່ນປົວຢູ່ໂຮງໝໍມິດຕະພາບ, ໂດຍບໍ່ມີອາການຮ້າຍແຮງ.