Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສານປະຊາຊົນສູງສຸດ ໄດ້ຈັດພິທີສອບເສັງເປັນຜູ້ພິພາກສາຊັ້ນ 4 ຂອງສານປະຊາຊົນທົ່ວປະທດ

Posted on 15/09/202015/09/2020 By All in LAOS No Comments on ສານປະຊາຊົນສູງສຸດ ໄດ້ຈັດພິທີສອບເສັງເປັນຜູ້ພິພາກສາຊັ້ນ 4 ຂອງສານປະຊາຊົນທົ່ວປະທດ

ນະຄອນຫຼວງວຽງຈັນ: ໃນລະຫວ່າງວັນທີ 14-16 ກັນຍາ 2020 ທີ່ ສານປະຊາຊົນສູງສຸດ ພາຍໃຕ້ການເຂົ້າຮ່ວມເປັນປະທານຂອງທ່ານ ຄຳພາ ແສງດາຣາ ປະທານສານປະຊາຊົນສູງສຸດ, ຕາງໜ້າສະພາແຫ່ງຊາດ ແລະ ກະຊວງຍຸຕິທຳ, ມີຜູ້ພິພາກສາທີ່ຄົບເງື່ອນໄຂສອງເສັງຈາກສານປະຊາຊົນທົ່ວປະເທດເຂົ້າຮ່ວມ ຈຳນວນທັງໝົດ 49 ທ່ານ.

ທ່ານ ຄຳພາ ແສງດາຣາ ໄດ້ກ່າວວ່າການສອບເສັງຜູ້ພິພາກສາຊັ້ນ 4 ໃນຄັ້ງນີ້ເປັນຄັ້ງປະຫວັດສານຂອງສານປະຊາຊົນ ແລະ ເປັນນິມິດໝາຍອັນໃໝ່ໃນການຈັດຕັ້ງປະຕິບັດກົດໝາຍຢ່າງເຂັ້ມງວດ ການສອບເສັງເປັນຜູ້ພິພາກສາ ແມ່ນປະຕິບັດຕາມກົດໝາຍວ່າດ້ວຍສານປະຊາຊົນ ແລະ ກົດໝາຍວ່າດ້ວຍຜູ້ພິພາກສາສະບັບປິ 2017 ທີ່ກຳນົດກ່ຽວກັບມາດຕະຖານ ແລະ ເງື່ອນໄຂການເປັນຜູ້ພິກພາກສາຊັ້ນ 4 ເຊີ່ງແມ່ນຊັ້ນສູງສຸດຂອງຜູ້ພິພາກສາຂອງ ສປປລາວ, ຕ້ອງໄດ້ຜ່ານການສອບເສັງ ເພື່ອເຮັດໃຫ້ຜູ້ທີ່ຈະເປັນຜູ້ພິພາກສາ ເປັນຜູ້ທີ່ມີຄຸນທາດການເມືອງ, ຄຸນສົມບັດສີນທຳປະຕິວັດ, ຈັນຍາບັນ-ຈັນຍາທຳ ແລະ ມີຄວາມຮູ້ຄວາມສາມາດ ໃນການບໍລິການຮັບໃຊ້ປະຊາຊົນ ແລະ ຕັດສີນຄະດີໃຫ້ມີຄວາມວ່ອງໄວ, ໂປ່ງໃສ, ຖືກຕ້ອງ ແລະ ຮັບປະກັນຄວາມຍຸຕິທຳ.

ເຊີ່ງວິຊາທີ່ສອບເສັງເປັນຜູ້ພິພາກສາຊັ້ນ 4 ນີ້ມີວິຊາ ຈັນຍາບັນ-ຈັນຍາທຳ, ບໍລິຫານສານ-ບໍລິຫານຄະດີ, ອາຍາ, ແພ່ງ ແລະ ການສຳພາດ ເຊີ່ງມີຜູ້ຜ່ານເງື່ອນໄຂການສອບເສັງທັງໝົດ 49 ທ່ານ, ສອບເສັງເອົາ 15 ທ່ານ. ຜ່ານມາເພື່ອເຮັດໃຫ້ການ ສອບເສັງຜູ້ພິພາກສາມີຄຸນນະພາບ ສານປະຊາຊົນສູງສຸດ ໄດ້ອອກຄຳ ແນະນຳສະບັບເລກທີ06/ ສປສສລົງວັນທີ 9 ຕຸລາ2018 ວ່າດ້ວຍການສອບເສັງເປັນ ຜູ້ພິພາກສາ ເປັນບອ່ນອີງໃນ ການສອບເສັງແລະໄດ້ແຕ່ງຕັ້ງ ຄະນະກຳມະການສອບເສັງ ເພື່ອເຮັດໜ້າທີ່ໃນການກະກຽມ ສອບເສັງ ,ພິຈາລະນາເງື່ອນໄຂ ຜູ້ເຂົ້າສອບເສັງ, ຄົ້ນຄວ້າອອກ ຂໍ້ສອບ ເສັງ, ດຳ ເນີນການ ສອບເສັງ ແລະ ອື່ນໆ ເພື່ອເຮັດ ໃຫ້ການສອບເສັງໄດ້ຕາມຄາດໝາຍການສອບເສັງ

ພາຍຫຼັງສຳເລັດການສອບເສັງ, ຜູ້ທີ່ຜ່ານການສອບເສັງ ຈະໄດ້ຜ່ານການປະເມີນຜົນງານແລ້ວ ນຳສະເໜີຄະນະປະຈຳສະພາ ປະຊາຊົນຂັ້ນແຂວງພິຈາລະນາ ຮັບຮອງແລະນຳສະເໜີສະພາ ຜູ້ພິພາກສາ ສປສສ ພິຈາລະນາ ຕົກລົງ ເພື່ອໃຫ້ປະທານສປສສ ສະເໜີຕໍ່ຄະນະປະຈຳສະພາ ແຫ່ງຊາດ ພິຈາລະນາແຕ່ງຕັ້ງ ເປັນຜູ້ພິພາກສາຕາມທີ່ໄດ້ ກຳນົດໄວ້ໃນມາດຕາ 53 ຂອງ ລັດຖະທຳມະນູນ.

ພາບ-ຂ່າວ: ອານຸພົນ ພົມຮັກສາ

ຂ່າວສານບ້ານເມືອງ

Post navigation

Previous Post: ຂ່າວດີ ລັດຖະບານຈະຊ່ວຍໃຫ້ການນໍາເຂົ້າລົດໄຖນາສະດວກຂຶ້ນ ເພື່ອລຸດຜ່ອນຕົ້ນທຶນການນໍາເຂົ້າ
Next Post: ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນເຖິງ 237.754 ຄົນ ໃນມື້ດຽວ ຂະນະທີ່ລາວມີຄົນເດີນທາງເຂົ້າປະເທດ 2.136 ຄົນ

Related Posts

ຖະແຫຼງຂ່າວ 25 ເມສາ ປົວດີ ອອກໂຮງໝໍອີກ 3 ຄົນ ບໍ່ພົບຄົນຕິດເຊື້ອເພີ່ມ 13 ມື້ຕິດຕໍ່ກັນ ຂ່າວສານບ້ານເມືອງ
ຂ່າວດ່ວນ! ລາວພົບຜູ້ຕິດເຊື້ອໂຄວິດມື້ນີ້ +65 ຄົນ ຂ່າວສານບ້ານເມືອງ
ສ້າງຂະບວນການແກ້ໄຂຄວາມທຸກຍາກ ແລະ ໂພຊະນາການ ບ້ານໂພນໄຊ ທີ່ເມືອງຫຼາ ຂ່າວສານບ້ານເມືອງ
ເມືອງແກ່ນທ້າວ ປະກາດບ້ານວັງປາ ເປັນບ້ານແບບຢ່າງປະຕິບັດກົດໝາຍ ຂ່າວສານບ້ານເມືອງ
ຄະນະລັດຖະບານ ສຸມຄວາມພະຍາຍາມ ສູງສຸດ ເພື່ອ ປ້ອງກັນ COVID-19 ທຸກຄົນໃນສັງຄົມຕ້ອງໃຫ້ການຮ່ວມມື ຂ່າວສານບ້ານເມືອງ
ຜົນກວດຮອບທຳອິດ ຂອງບຸກຄົນ ທີ່ໃກ້ຊິດກັບຄົນຈີນ 2 ຄົນ ທີ່ເດີນທາງຜ່ານຫລວງນໍ້າທາ ຍັງບໍ່ພົບເຊື້ອໂຄວິດ-19 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme