ໃນວັນທີ 15 ກັນຍາ 2020 ນີ້, ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອຳລາຂອງ ທ່ານ ດຳຣົງ ໃຄ່ຄວນ ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ໃນໂອກາດທີ່ທ່ານຈະສຳເລັດໜ້າທີ່ການທູດ ຢູ່ ສປປ ລາວ ໃນວັນທີ 30 ກັນຍາ 2020 ທີ່ຈະມາເຖິງນີ້.

ໂອກາດນີ້, ທ່ານ ພັນຄຳ ວິພາວັນ ກໍໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານ ດຳຣົງ ໃຄ່ຄວນ ທີ່ໄດ້ສຳເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ເຖິງວ່າຈະເປັນເວລາອັນສັ້ນ ແຕ່ກໍໄດ້ມີການປະກອບສ່ວນສຳຄັນໃນການສາຍພົວພັນທີ່ດີ, ເປັນປະເທດບ້ານໃກ້ເຮືອນຄຽງທີ່ມີການຜູກພັນກັນທາງດ້ານຮີດຄອງປະເພນີ, ວັດທະນະທຳ, ພາສາປາກເວົ້າ ແລະ ເປັນແກ່ວດອງກັນມາແຕ່ບູຮານນະການ. ໃນໄລຍະປະຕິບັດໜ້າທີ່ການທູດ ທ່ານໄດ້ມີບົດບາດສຳຄັນໃນການເພີ່ມທະວີສາຍພົວພັນ ແລະ ການຮ່ວມມືຂອງສອງປະເທດ ສປປ ລາວ-ຣາຊະອານາຈັກໄທ ໂດຍສະເພາະຝ່າຍໄທໄດ້ສະໜັບສະໜູນທຶນການສຶກສາໃຫ້ແກ່ ສປປ ລາວ ໃນລະດັບປະລິນຍາໂທ ຈຳນວນ 30 ທຶນ ຕໍ່ປີ ແລະ ທຶນຝຶກອົບຮົມ, ທັດສະນະສຶກສາ ໃນຂະແໜງການຕ່າງໆ ຈຳນວນ 20 ຫລັກສູດ. ນອກນັ້ນ, ການຮ່ວມມືດ້ານໂຄງການພາຍໃຕ້ກອບການຮ່ວມມືດ້ານວິຊາການ ລາວ-ໄທ ຄັ້ງທີ 23 (ຂະແໜງການສຶກສາ, ກະສິກຳ ແລະ ປ່າໄມ້, ສາທາລະນະສຸກ ແລະ ອື່ນໆ) ຈຳນວນ 16 ໂຄງການ ທີ່ຝ່າຍໄທ ໃຫ້ການສະໜັບສະໜູນຊ່ວຍເຫລືອລ້າ ແລະ ກຳລັງສືບຕໍ່ປະຕິບັດດຳເນີນການລະຫວ່າງ ປີ 2019-2020. ສປປ ລາວ ແລະ ຣາຊາອານາຈັກໄທ ໄດ້ສ້າງສາຍພົວພັນການທູດນຳກັນ ໃນວັນທີ 19 ທັນວາ 1950.
ທ່ານ ດຳຣົງ ໃຄ່ຄວນ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານຮອງປະທານປະເທດ ທີ່ໄດ້ສະຫລະເວລາ ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງໄດ້ສະແດງ ຄວາມຂອບໃຈຢ່າງສູງ ຕໍ່ລັດຖະບານ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫລືອ ກໍຄື ອຳນວຍຄວາມສະດວກ ທຸກປະການ ເຮັດໃຫ້ການປະຕິບັດໜ້າທີ່ ການທູດຂອງຕົນຢູ່ ສປປ ລາວ ປະສົບຜົນສຳເລັດເປັນຢ່າງດີ ແລະ ຈະສືບຕໍ່ປະກອບສ່ວນຊ່ວຍຊຸກຍູ້ສາຍພົວພັນ ແລະ ການຮ່ວມມື ລາວ-ໄທ ໃຫ້ເຂັ້ມແຂງ ແລະ ຂະຫຍາຍ ຕົວຍິ່ງໆຂຶ້ນໃນຕໍ່ໜ້າ.
ຂ່າວ: ສົມຫວັງ
ພາບ: ຂັນໄຊ