Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ແຂວງຈໍາປາສັກ ໄດ້ຮັບນາມະຍົດເປັນແຂວງຈົບຊັ້ນມັດທະຍົມຕອນຕົ້ນບໍາລຸງ

Posted on 15/09/202015/09/2020 By News No Comments on ແຂວງຈໍາປາສັກ ໄດ້ຮັບນາມະຍົດເປັນແຂວງຈົບຊັ້ນມັດທະຍົມຕອນຕົ້ນບໍາລຸງ

ວັນທີ 9 ກັນຍາ 2020, ໄດ້ຈັດພິທີປະກາດແຂວງຈໍາປາສັກ ເປັນແຂວງຈົບຊັ້ນມັດທະຍົມຕອນຕົ້ນບໍາລຸງຂຶ້ນຢູ່ສະໂມສອນແຂວງ ຫຼັກ 4 ນະຄອນປາກເຊໂດຍການເຂົ້າຮ່ວມຂອງ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ກໍາມະການສູນກາງພັກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ.ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຈໍາປາສັກ. ມີການນໍາຈາກກົມທີ່ກ່ຽວຂ້ອງຂອງກະຊວງສຶກສາທິການ ແລະ ກິລາ, ການນໍາແຂວງສາລະວັນ, ອັດຕະປື, ເຊກອງ, ປະທານສະພາປະຊາຊົນແຂວງ, ການນໍາແຂວງ, ການນໍາພະແນກການກົມກອງອ້ອມຂ້າງແຂວງ, ພະເຖລານຸເຖລະ, ການນໍາ 9 ເມືອງ, 1 ນະຄອນ, ຜູ້ບໍລິຫານການສຶກສາຂັ້ນແຂວງ, ເມືອງ-ນະຄອນ, ພະນັກງານ-ຄູ, ອາຈານ, ນັກຮຽນຮູ້, ປັນຍາຊົນ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ເລກທີ 2218/ສສກ, ລົງວັນທີ 23 ມິຖຸນາ 2020 ວ່າດ້ວຍການປະກາດແຂວງຈໍາປາສັກ ເປັນແຂວງຈົບຊັ້ນມັດທະຍົມຕອນຕົ້ນບໍາລຸງ; ຈາກນັ້ນ ທ່ານ ປອ.ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກເລຂາພັກແຂວງ ເຈົ້າແຂວງໆຈໍາປາສັກ ໄດ້ໃຫ້ກຽດກ່າວຕ້ອນຮັບແຂກ ແລະ ກ່າວເປີດພິທີ, ທ່ານ ກ່າວວ່າ: ໂດຍສືບຕໍ່ປະຕິບັດແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ກໍຄືຍຸດທະສາດພັດທະນາການສຶກສາ ໂດຍສະເພາະແມ່ນການປະຕິບັດຄໍາສັ່ງຂອງນາຍົກລັດຖະມົນຕີ ເລກທີ 06/ນຍ, ລົງວັນທີ 8 ສິງຫາ 1992 ວ່າດ້ວຍການສືບຕໍ່ແກ້ໄຂບັນຫາການລົບລ້າງຄວາມບໍ່ຮູ້ໜັງສືຄືນໃໝ່. ເພື່ອຈັດຕັ້ງຜັນຂະຫຍາຍຄໍາສັ່ງດັ່ງກ່າວ ກະຊວງສຶກສາທິການ ແລະ ກິລາ ໄດ້ປະສານສົມທົບກັບອົງການປົກຄອງທ້ອງຖິ່ນ ແລະ ຜູ້ບໍລິຫານການສຶກສາ ແລະ ກິລາ ແຕ່ລະຂັ້ນ ເປີດຂະບວນການ ຈັດການຮຽນ-ການສອນ ໃຫ້ແກ່ປະຊາຊົນຜູ້ບໍ່ຮູ້ໜັງສື ໃນເກນອາຍຸ 15-45 ປີ ຢ່າງກ້ວາງຂວາງ ໃນຂອບເຂດທົ່ວປະເທດ ແລະ ດ້ວຍຄວາມມຸ່ງໝັ້ນດັ່ງກ່າວ ຈິ່ງເຮັດໃຫ້ພວກເຮົາມີຜົນສໍາເລັດເປັນກ້າວໆມາ. ສະເພາະແຂວງຈໍາປາສັກ ໄດ້ປະກາດລົບລ້າງຄວາມບໍ່ຮູ້ໜັງສືສໍາລັບປະຊາຊົນທົ່ວແຂວງ ຢ່າງເປັນທາງການ ໃນປີ 1993 ແລະ ສືບຕໍ່ດໍາເນີນການຮຽນ-ການສອນບໍາລຸງ ໃນຊັ້ນປະຖົມສຶກສາ ໃຫ້ແກ່ປະຊາຊົນຢ່າງຕໍ່ເນື່ອງ, ວັນທີ 3 ມິຖຸນາ 2011 ສາມາດປະກາດເປັນແຂວງຈົບຊັ້ນປະຖົມສຶກສາບໍາລຸງ ທົ່ວແຂວງ ແລະ ໄດ້ສືບຕໍ່ຍົກລະດັບການສຶກສາໃນຊັ້ນມັດທະຍົມຕອນຕົ້ນ ໃຫ້ແກ່ປະຊາຊົນໃນເກນອາຍຸ 15-35 ປີ ຢ່າງເປັນລະບົບຕໍ່ເນື່ອງ ໂດຍມອບໃຫ້ຫ້ອງການສຶກສາທິການ ແລະ ກິລາເມືອງ, ນະຄອນ ເປັນເຈົ້າການໃນການຈັດຕັ້ງປະຕິບັດ, ປີ 2019 ກໍສາມາດປະກາດ 9 ເມືອງ ແລະ 1 ນະຄອນ ຈົບຊັ້ນມັດທະຍົມຕອນຕົ້ນບໍາລຸງສໍາລັບປະຊາຊົນ.

ໃນພິທີ ຍັງໄດ້ຜ່ານບົດລາຍງານກ່ຽວກັບຜົນສໍາເລັດການບໍາລຸງຍົກລະດັບການສຶກສາຈົບຊັ້ນມັດທະຍົມຕອນຕົ້ນບໍາລຸງທົ່ວແຂວງ; ຜ່ານບົດສະຫຼຸບຜົນສໍາເລັດການຈັດຕັ້ງປະຕິບັດການຮຽນ-ການສອນຂອງຂະແໜງການສຶກສານອກໂຮງຮຽນ ແຕ່ປີ 2012-2020 ແລະ ທິດທາງແຜນພັດທະນາການສຶກສານອກໂຮງຮຽນ ແຕ່ປີ 2021-2025. ນອກນີ້ ຍັງໄດ້ຮັບຟັງການປະກອບຄໍາເຫັນການນໍາພາ-ຊີ້ນໍາຂອງອົງການປົກຄອງເມືອງກ່ຽວກັບການບໍາລຸງຍົກລະດັບການສຶກສາຊັ້ນມັດທະຍົມຕອນຕົ້ນບໍາລຸງ; ຄໍາເຫັນຂອງຕາງໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ-ນະຄອນ; ຄໍາເຫັນຂອງຕາງໜ້ານາຍບ້ານ;ຄໍາເຫັນຂອງຄູອາສາສະໝັກສອນບໍາລຸງ ແລະ ການປະກອບຄໍາເຫັນຂອງນັກຮຽນຈົບມັດທະຍົມຕອນຕົ້ນບໍາລຸງ.

ພ້ອມນີ້ ຍັງໄດ້ປະດັບຫຼຽນໄຊ ແລະ ມອບໃບຍ້ອງຍໍຂັ້ນຕ່າງໆ ໃຫ້ແກ່ບຸກຄົນ ແລະ ກົມກອງ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຄື່ອນໄຫວວຽກງານການບໍາລຸງຍົກລະດັບຈົບຊັ້ນມັດທະຍົມຕອນຕົ້ນບໍາລຸງໃຫ້ປະຊາຊົນ, ໃນນັ້ນໄດ້ຮັບຫຼຽນໄຊແຮງງານ ຊັ້ນ I ມີ 22 ທ່ານ, ຫຼຽນໄຊແຮງງານ ຊັ້ນ II ມີ 65 ທ່ານ ແລະ 5 ກົມກອງ, ຫຼຽນໄຊແຮງງານຊັ້ນ IIIມີ 71 ທ່ານ ແລະ 3 ກົມກອງ, ຫຼຽນກາແຮງງານ ມີ 119 ທ່ານ ແລະ 13 ກົມກອງ, ໃບຍ້ອງຍໍລັດຖະບານ ມີ 220 ທ່ານ, 51 ກົມກອງ, ໃບຍ້ອງຍໍກະຊວງສຶກສາທິການ ແລະ ກິລາ ມີ 336 ທ່ານ ແລະ 13 ກົມກອງ, ໃບຍ້ອງຍໍເຈົ້າແຂວງ ມີ 577 ທ່ານ ແລະ 30 ກົມກອງ, ໃບຍ້ອງຍໍພະແນກສຶກສາທິການ ແລະ ກິລາແຂວງ ຈໍານວນ 37 ທ່ານ.

ຕອນທ້າຍພິທີ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ກໍາມະການສູນກາງພັກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ກໍໄດ້ມີຄໍາເຫັນໂອ້ລົມ, ທ່ານ ກ່າວວ່າ: ຜົນສໍາເລັດຂອງການຈັດຕັ້ງປະຕິບັດການຮຽນ-ການສອນ ຂອງວຽກງານການສຶກສານອກໂຮງຮຽນ ແລະ ການປະກາດຈົບຊັ້ນມັດທະຍົມຕອນຕົ້ນບໍາລຸງສໍາລັບປະຊາຊົນ ທົ່ວແຂວງຄັ້ງນີ້ ຖືເປັນຜົນສໍາເລັດອັນໃຫຍ່ຫຼວງ ແລະ ເປັນປະຫວັດສາດທາງດ້ານການສຶກສາທົ່ວແຂວງ ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍຜົນສໍາເລັດດັ່ງກ່າວ ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງຄະນະພັກ-ອົງການປົກຄອງທຸກຂັ້ນ ຕະຫຼອດຮອດພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າທົ່ວແຂວງ ຈົ່ງສືບຕໍ່ຈັດຕັ້ງບໍາລຸງ-ຍົກລະດັບການສຶກສາຂອງຕົນ ໃຫ້ສູງຂຶ້ນເລື້ອຍໆ ເມື່ອຮຽນຈົບມັດທະຍົມຕອນຕົ້ນ ແລ້ວ ໃຫ້ສືບຕໍ່ບໍາລຸງຍົກລະດັບ ຈົບຊັ້ນມັດທະຍົມຕອນປາຍ ຫຼື ສູງກ່ວານັ້ນ ຖືເອົາການຮຽນຮູ້ ບໍ່ມີວັນສິ້ນສຸດ, ຮຽນແລ້ວຮຽນອີກ, ຮຽນເລື້ອຍໆໄປ, ນອກຈາກຮຽນໃຫ້ມີຄວາມຮູ້ທາງດ້ານວິທະຍາສາດ-ທໍາມະຊາດ-ສັງຄົມທົ່ວໄປ, ຮຽນຮູ້ໃຫ້ມີວິຊາຊີບໃດ-ໜຶ່ງແລ້ວຍັງຕ້ອງຮຽນຮູ້ພາສາຕ່າງປະເທດ, ຮຽນຮູ້ດ້ານເຕັກນິກ-ວິທະຍາສາດຕ່າງໆ ເພື່ອໃຫ້ມີວິຊາຊີບທີ່ໝັ້ນຄົງ, ຮຽນໃຫ້ມີຄວາມຮູ້ ແລ້ວນໍາເອົາມາພັດທະນາຄຸນນະພາບຊີວິດຂອງຕົນ, ຄອບຄົວ ແລະ ພັດທະນາເສດຖະກິດ-ສັງຄົມຂອງແຂວງ ກໍຄືຂອງຊາດ ໃຫ້ມີຄວາມຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.

ຂ່າວສານບ້ານເມືອງ

Post navigation

Previous Post: ຄໍາສັ່ງຈັບຕົວ 2 ສາວ ຄະດີຍັກຍອກສໍ້ໂກງຊັບພົນລະເມືອງ
Next Post: ປະກາດຫາລູກຄ້າທີ່ບໍ່ຈ່າຍຄ່ານໍ້າມັນລົດ ຂີ່ລົດໜີເລີຍ

Related Posts

ສະຫຼົດແຕ່ເຊົ້າ! ເສຍຫຼັກລົ້ມເອງ ເ ສ ຍ ຊີ ວ ິ ດ ຄ າ ທີ່ ທີ່ບ້ານເກົ້າລ້ຽວ ຂ່າວສານບ້ານເມືອງ
ສູນຝຶກອົບຮົມສູນກາງສະຫະພັນສະຫະພັນແມ່ຍິງລາວ ຈະຖືກນໍາໃຊ້ເປັນບ່ອນພັກຂອງແພດໝໍທີ່ເຮັດວຽກໃກ້ຊິດກັບຜູ້ຕິດເຊື້ອພະຍາດໂຄວິດ-19 ຂ່າວສານບ້ານເມືອງ
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຢ້ຽມຢາມຄະນະຊ່ຽວຊານ ສປ ຈີນປະຈຳໂຮງໝໍສູນກາງ 103 ກອງທັບ ຂ່າວສານບ້ານເມືອງ
ເມືອງເຊບັ້ງໄຟ ເຂັ້ມງວດໃນການປ້ອງກັນ ແລະສະກັດກັ້ນການລະບາດຂອງ ພະຍາດໂຄວິດ ຂ່າວສານບ້ານເມືອງ
ສປປລາວ ໄດ້ຮັບເລືອກຕັ້ງ ເປັນຮອງປະທານສະມັດຊາໃຫຍ່ ສປຊ ສະໄຫມທີ 76 ຂ່າວສານບ້ານເມືອງ
ຢາກເປັນນັກທຸລະກິດວາງແຜນແຕ່ທ້າຍປີ 2021 ເລີ່ມຕົ້ນມາຂາຍ ຢ າ ເ ສ ບ ຕ ິ ດ ສຸດທ້າຍຖືກກັກໂຕ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme