Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ອານຸມັດງວດ 2 ສົ່ງເສີມ SME 200 ຕື້ກີບ

Posted on 14/09/202015/09/2020 By All in LAOS No Comments on ອານຸມັດງວດ 2 ສົ່ງເສີມ SME 200 ຕື້ກີບ

ລັດຖະບານສະໜອງທຶນສົ່ງເສີມ SME ງວດທີ2 ມູນຄ່າ 200 ຕື້ກີບ ຜ່ານ 4 ທະນາຄານທຸລະກິດ

ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ( ທສວ ) ໄດ້ຈັດພິທີເຊັນສັນຍາສະໜອງທຶນ ຄັ້ງທີ II ຂອງບ້ວງເງິນ 200 ຕື້ກີບ ທີ່ລັດຖະບານປະກອບທຶນໃຫ້ ທສວ ສໍາລັບປີ 2020 ໃຫ້ແກ່ 4 ທະນາຄານທຸລະກິດທີ່ເຂົ້າຮ່ວມໂຄງການ.

ທ່ານ ນາງ ລັດທະນາ ດວງບຸບຜາ ຜູ້ອໍານວຍການກອງທຶນ ທສວ ໃຫ້ຮູ້ວ່າ: ໃນຕົ້ນປີ 2020 ທສວ ໄດ້ສະໜອງທຶນຄັ້ງທີ I ຈໍານວນ 100 ຕື້ກີບ ໃຫ້ 4 ທະນາຄານທຸລະກິດ ໄດ້ແກ່: ທະນາຄານພັດທະນາລາວ ມູນຄ່າ 27 ຕື້ກີບ, ທະນາຄານໄຊງ່ອນເທືອງຕິ່ນລາວ ( ຊາຄອມແບັງລາວ ) ມູນຄ່າ 30 ຕື້ກີບ, ທະນາຄານຮ່ວມທຸລະກິດລາວ – ຫວຽດມູນຄ່າ 30 ຕື້ກີບ ແລະ ທະນາຄານມາຣູຮານເຈແປນລາວ ມູນຄ່າ 13 ຕື້ກີບ.

ເຊິ່ງບັນດາທະນາຄານທຸລະກິດດັ່ງກ່າວ ໄດ້ນຳທຶນທີ່ໄດ້ຮັບໄປປ່ອຍສິນເຊື່ອໃຫ້ SME ທີ່ນອນໃນ 4 ຂະແໜງບຸລິມະສິດ ຄື: ຂະແໜງອຸດສາຫະກໍາປຸງແຕ່ງຜະລິດຕະພັນກະສິກໍາ; ຂະແໜງຫັດຖະກຳ; ຂະແໜງກະສິກຳປູກຝັງ – ລ້ຽງສັດ ແລະ ຂະແໜງທ່ອງທ່ຽວໃນອັດຕາດອກເບ້ຍ 3% ຕໍ່ປີ ໂດຍ SME ທີ່ຈະໄດ້ຮັບສິນເຊື່ອຕ້ອງປະຕິບັດຕາມເງື່ອນໄຂທີ່ກຳນົດໄວ້ໃນດຳລັດ ວ່າດ້ວຍກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ສະບັບເລກທີ 299/ລບ ລົງວັນທີ 04 ກັນຍາ 2019.

ຜ່ານການຈັດຕັ້ງປະຕິບັດການປ່ອຍສິນເຊື່ອໃຫ້ແກ່ SME ຄັ້ງທີ I ຈໍານວນ 100 ຕື້ກີບ ຮອດທ້າຍເດືອນສິງຫາ 2020 ສາມາດອະນຸມັດເງິນກູ້ໃຫ້ SME ໄປແລ້ວ 42 ສັນຍາ, 35 ຫົວໜ່ວຍທີ່ນອນໃນຂະແໜງກະສິກໍາ 34 ສັນຍາ, ທ່ອງທ່ຽວ 3 ສັນຍາ, ອຸດສາຫະກໍາປຸງແຕ່ງກະສິກຳ 3 ສັນຍາ ແລະ ຂະແໜງຫັດຖະກໍາ 2 ສັນຍາ ທີ່ມາຈາກນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ຈໍາປາສັກ, ຄໍາມ່ວນ, ສາລະວັນ, ອຸດົມໄຊ, ວຽງຈັນ, ຊຽງຂວາງ ແລະ ຫຼວງພະບາງ ລວມເປັນເງິນທັງໝົດ 60,09 ຕື້ກີບ.

ສໍາລັບການສະໜອງທຶນ ຄັ້ງທີ II ແມ່ນເພີ່ມທຶນໃຫ້ທະນາຄານພັດທະນາລາວ 23 ຕື້ກີບ ລວມເປັນທັງໝົດ 50 ຕື້ກີບ, ທະນາຄານໄຊງ່ອນເທືອງຕິ່ນລາວ ( ຊາຄອມແບັງລາວ ) 20,5 ຕື້ກີບ ລວມເປັນທັງໝົດ 50,5 ຕື້ກີບ, ທະນາຄານຮ່ວມທຸລະກິດລາວ – ຫວຽດ 20,5 ຕື້ກີບ ລວມເປັນທັງໝົດ 50,5 ຕື້ກີບ ແລະ ທະນາຄານມາຣູຮານ ເຈແປນລາວ 13 ຕື້ກີບ ລວມເປັນທັງໝົດ 26 ຕື້ກີບ.

ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ປະທານສະພາບໍລິຫານ ທສວ ມີຄຳເຫັນຕື່ມວ່າ: ລັດຖະບານປະກອບທຶນບ້ວງນີ້ໃຫ້ ທສວ ເພື່ອຊ່ວຍໃຫ້ SME ສາມາດເຂົ້າຫາແຫຼ່ງທຶນທີ່ມີດອກເບ້ຍຕໍ່າ, ແຕ່ກໍຕ້ອງການເຫັນປະສິດທິຜົນຂອງທຶນດັ່ງກ່າວເຊັ່ນກັນ ໂດຍການກຳນົດເງື່ອນໄຂກະຕຸ້ນໃຫ້ SME ຫັນເຂົ້າສູ່ລະບົບ ແລະ ປັບປຸງຂີດຄວາມສາມາດໃນການບໍລິຫານຈັດການທຶນ ເວລາໄດ້ສິນເຊື່ອໄປແລ້ວກໍນຳໄປຕໍ່ຍອດທຸລະກິດໃຫ້ເກີດດອກອອກຜົນຢ່າງເປັນຮູບປະທຳ. ສໍາລັບ SME ໃດທີ່ມີຄວາມສົນໃຈກູ້ຢືມເງິນ ສາມາດປະສານກັບ 4 ທະນາຄານທີ່ກ່າວມາຂ້າງເທິງນັ້ນໄດ້ໂດຍກົງ.

ພິທີເຊັນສັນຍາສະໜອງທຶນ ຄັ້ງທີ II ຈັດຂຶ້ນໃນວັນທີ 10 ກັນຍາ 2020 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ເຊິ່ງເປັນການລົງນາມຮ່ວມກັນຂອງ ທ່ານ ນາງ ລັດທະນາ ດວງບຸບຜາ ຜູ້ອໍານວຍການກອງທຶນ ທສວ, ທ່ານ ນາລິນ ສີລະວົງສິດ ຮອງຜູ້ອໍານວຍການໃຫຍ່ທະນາຄານພັດທະນາລາວ, ທ່ານ ນາງ ມອນວິໄລ ບໍລິບູນ ຮອງອໍານວຍການໃຫຍ່ທະນາຄານຊາຄອມແບັງລາວ, ທ່ານ ແອນໂທນີ ຊິນ ຜູ້ອໍານວຍການໃຫຍ່ທະນາຄານມາຣູຮານ ເຈແປນລາວ ແລະ ທ່ານ Nguyen Duc Vu ຮອງຜູ້ອໍານວຍການໃຫຍ່ທະນາຄານຮ່ວມທຸລະກິດລາວ – ຫວຽດ.

ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ປະທານສະພາບໍລິຫານ ທສວ ພ້ອມດ້ວຍແຂກທີ່ຖືກເຊີນຈາກທັງພາກລັດ ແລະ ພາກທຸລະກິດ.

ຂ່າວສານບ້ານເມືອງ

Post navigation

Previous Post: ກອງພັນ 617 ຈັດຕັ້ງພະນັກງານ – ນັກຮົບບົວລະບັດພັດເຊັດພາຫະນະຂອງຕົນ
Next Post: ຄົນລາວຢູ່ອົດສະຕາລີ ມອບອຸປະກອນການຮຽນໃຫ້ຜູ່ທຸກຍາກ ຜ່ານ ທລຍ

Related Posts

ປະຫວັດການເຄື່ອນໄຫວ ແລະ ພົວພັນຄົນອື່ນ ຂອງຜູ່ຕິດເຊື້ອ ທີ 50 ຊາຍຄົນໄທ ຂ່າວສານບ້ານເມືອງ
ປະກາດຈັບຕົວ ນາງ ຈັນພາມີ ຄະດີ ສໍ້ໂກງ ລົດໃຫຍ່ 16 ຄັນ ຂ່າວສານບ້ານເມືອງ
ເກີດເຫດ ໄ ຟ ໄ ໜ້ເຮືອນປະຊາຊົນເຂດບ້ານຮ່ອງໄກ່ແກ້ວມື້ຄືນນີ້ ຂ່າວສານບ້ານເມືອງ
ກົດໝາຍທັງໝົດ ຂອງ ສປປ ລາວ ທີ່ປະຊາຊົນລາວ ຕ້ອງຮູ້ ຂ່າວສານບ້ານເມືອງ
ດ່ວນ! ກະຊວງໂຍທາທິການ ແລະ ຂົນສົ່ງ ແຈ້ງການປັບປຸງລາຄາ ຄ່າຂົນສົ່ງໂດຍສານ ທາງບົກ ທົ່ວປະເທດ ຂ່າວສານບ້ານເມືອງ
ລັດຖະມົນຕີ ຮສສ ຊີ້ແຈງການປະຕິບັດນະໂຍບາຍ ຊ່ວຍເຫລືອແຮງງານລາວໄລຍະ ໂຄວິດ-19 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme