Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກອງພັນ 617 ຈັດຕັ້ງພະນັກງານ – ນັກຮົບບົວລະບັດພັດເຊັດພາຫະນະຂອງຕົນ

Posted on 14/09/202014/09/2020 By News No Comments on ກອງພັນ 617 ຈັດຕັ້ງພະນັກງານ – ນັກຮົບບົວລະບັດພັດເຊັດພາຫະນະຂອງຕົນ

ໃນວັນທີ 11 ກັນຍາ 2020 ຜ່ານມານີ້ ກອງພັນ 617 ທີ່ຂຶ້ນກັບກອງພົນທະຫານຮາບທີ 4 ໄດ້ຈັດຕັ້ງບົວລະບັດຜັດເຊັດພາຫະນະຂອງຕົນ, ໂດຍພາຍໃຕ້ການຊີ້ນຳ – ນໍາພາຂອງ ສະຫາຍ ພັນໂທ ວິຊຽນ ວໍລະວົງ ຮອງກອງພັນຮັບຜິດຊອບວຽກງານເຕັກນິກ ກອງພັນ 617 ພ້ອມດ້ວຍພະນັກງານ – ນັກຮົບພາຍໃນກົມກອງເຂົ້າຮ່ວມຢ່າງພ້ອມພຽງ.

ສະຫາຍ ວິຊຽນ ວໍລະວົງ ຫົວໜ້າຮັບຜິດຊອບວຽກງານເຕັກນິກ ກອງພັນ 617 ທີ່ຂຶ້ນກັບກອງພົນທະຫານຮາບທີ 4 ໃຫ້ຮູ້ວ່າ: ກົມກອງພວກເຮົາແມ່ນກົມກອງວິຊາສະເພາະເຫຼົ່າຮົບທີ່ຂຶ້ນກັບກອງພົນທີ 4 ເຊິ່ງປະກອບມີຈຳນວນວິຊາສະເພາະທັງໝົດ 30 ສະຫາຍ, ສ້ອມແປງ 10 ສະຫາຍ ແລະ ນັກຂັບຂີ່ 21 ສະຫາຍ, ມີພາລະບົດບາດເຄື່ອນໄຫວເຮັດໜ້າທີ່ສູ້ຮົບ 3 ແຂວງພາກກາງ ໃຫ້ມີຄວາມສະຫງົບໂດຍພື້ນຖານ

ສຳລັບການປົກປັກຮັກສາບົວລະບັດຜັດເຊັດແມ່ນ ພວກເຮົາໄດມີແຜນການຢ່າງຄັກແນ່ ໂດຍຖືເອົາວັນສຸກຂອງແຕ່ລະອາທິດເປັນວັນບົວລະບັດພາຫະນະເຕັກນິກຂອງກອງພັນ ເປັນຕົ້ນລົດຕັງ – ລົດຫຸ້ມເກາະໃຫ້ມີຄວາມສະອາດຈົບງາມເຊັ່ນ: ອຸ່ນຈັກລົດໃຫ້ສະໝ່ຳສະເໝີ, ປ່ຽນຖ່າຍນ້ຳມັນເຄື່ອງຕາມກຳນົດເວລາ, ບົວລະບັດຜັດເຊັດປືນ, ພ້ອມທັງປ່ຽນຖ່າຍບັນດາອາໄລ່ທີ່ເປ້ເພຕາມຄວາມສາມາດໃຫ້ທັນກັບສະພາບການຕົວຈິງ ເພື່ອຮັບປະກັນໃຫ້ແກ່ການອົບຮົມຫັດແອບຍິງລູກປືນແທ້ພາຍໃນກົມກອງ ແລະ ສາມາດຮັບປະກັນໃຫ້ແກ່ກອງພົນທະຫານຮາບທີ 4 ໃນການເຮັດໜ້າທີ່ເຄື່ອນໄຫວກຽມພ້ອມສູ້ຮົບຮັກສາຂອບເຂດພາກກາງໃຫ້ມີຄວາມປອດໄຟ 100 % ແລະ ເຮັດໃຫ້ສະພາບພາຫະນະເຕັກນິກທີ່ຂັ້ນເທິງປະກອບໃຫ້ມີຄວາມສະອາດຈົບງາມຮັບປະກັນກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານທີ່ຂັ້ນເທິງມອບໝາຍໃຫ້ທັນເວລາ.

ຂ່າວ – ພາບ: ໂພຄຳ ພອນປະເສີດ, ບົວຄຳ ທອງລັດສະໝີ

ຂ່າວສານບ້ານເມືອງ

Post navigation

Previous Post: ດີໃຈນໍາປະຊາຊົນບ້ານເມືອງມ່ວນ ເມືອງວຽງທອງ ໄດ້ຊົມໃຊ້ໄຟຟ້າແລ້ວ
Next Post: ອານຸມັດງວດ 2 ສົ່ງເສີມ SME 200 ຕື້ກີບ

Related Posts

ເປີດສູນວາງສະແດງ ແລະ ຈຳໜ່າຍຜະລິດຕະພັນ ຈາກການລ້ຽງເຜິ້ງທຳມະຊາດແບບຍືນນານ ຂ່າວສານບ້ານເມືອງ
ຄອບຄົວຜູ້ປະສົບໄພ ເມືອງຈຳພອນ ໄດ້ຮັບເຄື່ອງຊ່ວຍເຫລືອ ຂ່າວສານບ້ານເມືອງ
ເຈົ້າແຂວງ ແຂວງບໍ່ແກ້ວ ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມເຮັດວຽກຢູ່ເມືອງເມິງ ຂ່າວສານບ້ານເມືອງ
ໃຜກະຟ້າວ! ປຣາໂດຈູບກັບກະບະກາງຂົວທີ່ທ່າແຂກ ຂ່າວສານບ້ານເມືອງ
ແຊດ່ວນ! ຂໍ້ຄວນປະຕິບັດຍາມນ້ຳຖ້ວມ ຂ່າວສານບ້ານເມືອງ
ເສດຖະກິດ ຄ່ອຍຟື້ນຕົວດີຂຶ້ນຫຼັງລັດຖະບານຜ່ອນຜັນຫຼາຍມາດຕະການ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme