Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ດີໃຈນໍາປະຊາຊົນບ້ານເມືອງມ່ວນ ເມືອງວຽງທອງ ໄດ້ຊົມໃຊ້ໄຟຟ້າແລ້ວ

Posted on 14/09/202014/09/2020 By All in LAOS No Comments on ດີໃຈນໍາປະຊາຊົນບ້ານເມືອງມ່ວນ ເມືອງວຽງທອງ ໄດ້ຊົມໃຊ້ໄຟຟ້າແລ້ວ

ວັນທີ 10 ກັນຍາ​ 2020 ທີ່ຜ່ານມາ​ນີ້​ຢູ່ບ້ານຈັດສັນເມືອງມ່ວນ ເມືອງວຽງທອງ ໄດ້ເປີດນຳໃຊ້ໄຟຟ້າຕາຄ່າຍ 0,4 ກິໂລໂວນ ຢ່າງເປັນທາງການ. ບ້ານຈັດສັນເມືອງມ່ວນ ເປັນບ້ານໜຶ່ງທີ່ຖືກຍົກຍ້າຍຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳເທີນ 1 ແລະ ເປັນຄຸ້ມໜຶ່ງຕັ້ງຢູ່ລຽບແຄມທາງເລກທີ 1D ມີ 45 ຫຼັງຄາເຮືອນ, ຜ່ານມາຍັງບໍ່ທັນໄດ້ໃຊ້ໄຟຟ້າ.

ດັ່ງນັ້ນ ອີງໃສ່ຄວາມຈຳເປັນຂອງປະຊາຊົນ ອົງການປົກຄອງບ້ານ ໄດ້ສະເໜີຫາເມືອງ ແລະ ເມືອງໄດ້ສະເໜີຂໍງົບປະມານນຳພະແນກພະລັງງານ ແລະ ບໍ່ແຮ່ແຂວງ. ຈາກນັ້ນພະແນກພະລັງງານ ແລະ ບໍ່ແຮ່ແຂວງ ໄດ້ສົມທົບກັບລັດວິສາຫະກິດໄຟຟ້າແຂວງ ຄົ້ນຄ້ວາເອົາອຸປະກອນທີ່ມີຢູ່ໃນສາງຂອງລັດວິສາຫະກິດໄຟຟ້າ ທີ່ຮື້ຖອນຈາກ 6 ບ້ານ ທີ່ໄດ້ຍົກຍ້າຍອອກຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າເທີນ 1 ໄດ້ຈຳນວນໜຶ່ງແຕ່ຍັງບໍ່ພຽງພໍຈຶ່ງໄດ້ປຶກສາຫາລືກັບປະຊາຊົນພາຍໃນບ້ານເຫັນດີເປັນເອກະພາບກັນສົມທົບທຶນຈຳນວນ 4.200.000 ກີບຕໍ່ຫຼັງຄາເຮືອນເພື່ອນຳມາຈັດຊື້ຕາຂ່າຍໄຟຟ້າ 0,4 ກິໂລໂວ່ນ ແລະ ຈ່າຍຄ່າໝໍ້ນັບໄຟ (ກົງເຕີ່ ), ເຊິ່ງຕາຄ່າຍມີຄວາມຍາວ 1.600 ແມັດ ຕິດຕັ້ງກົງເຕີ່ໃຫ້ປະຊາຊົນຈຳນວນ 33 ຫຼັງຄາເຮືອນ ລວມມູນຄ່າທັງໝົດ 291 ລ້ານກ່ວາກີບ ໃນນັ້ນທຶນສົມທົບຂອງປະຊາຊົນ 166 ລ້ານກ່ວາກີບ.

ສຳລັບແຮງງານໃນການຕິດຕັ້ງແມ່ນເປັນການປະກອບສ່ວນຂອງສາມອົງການຈັດຕັ້ງມະຫາຊົນ ຂົງເຂດພະລັງ ງານ ແລະ ບໍ່ແຮ່ແຂວງ-ເມືອງ, ມາຮອດປະຈຸບັນບ້ານດັ່ງກ່າວສາມາດເປີດນຳໃຊ້ໄຟຟ້າໄດ້ແລ້ວ 100%.

ລາຍງານໂດຍ: ຫນັງສຶພິມບໍລິຄຳໄຊ

ຂ່າວສານບ້ານເມືອງ

Post navigation

Previous Post: ແຈ້ງຂ່າວມໍລະນະກຳ ສະຫາຍ ຄຳໝັ້ນ ສູນວິເລີດ ລັດຖະມົນຕີ ກະຊວງພາຍໃນ
Next Post: ກອງພັນ 617 ຈັດຕັ້ງພະນັກງານ – ນັກຮົບບົວລະບັດພັດເຊັດພາຫະນະຂອງຕົນ

Related Posts

ສະຫວັນນະເຂດເປີດທາມລາຍ! ທາມລາຍ ກໍລະນີ ທີ 27,29 ແລະ 30 ຂ່າວສານບ້ານເມືອງ
ເຈົ້າໜ້າທີ່ພາສີທຳລາຍຢາສູບ ນຳເຂົ້າບໍ່ຖືກຕ້ອງ 107 ແກັດ ຂ່າວສານບ້ານເມືອງ
ແຂວງອຸດົມໄຊເລີ່ມແລ້ວ! ສັກຢາວັກຊີນ Jonhson & Jonhson ງວດທີ່ 4 ສັກເຂັມດຽວ ຂ່າວສານບ້ານເມືອງ
ອາຫານ 10 ຢ່າງຄວນຫຼີກລ້ຽງ ສຳລັບແມ່ຍິງຖືພາ ຂ່າວສານບ້ານເມືອງ
ພະແນກຕໍາຫຼວດ ປກສ ນະຄອນໄກສອນ ພົມວິຫານ ສຶກສາອົບຮົມຜູ້ຂາຍຫວຍເຖື່ອນ ແລະ ຮ້ານເກມອອນລາຍ ຂ່າວສານບ້ານເມືອງ
ເຜີຍອາຊີບທວງໜີ້ ຮັບໃຊ້ເຈົ້າພໍ່ຄ້າຢາເສບຕິດ! ສານຕັດສິນປະຫານຊີວິດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme