Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ອົງການອາຫານໂລກ ມອບສາງເຄື່ອນທີ່ 4 ຊຸດ ໃຫ້ກະຊວງ ຮສສ ນຳໃຊ້ກໍລະນີເກີດໄພພິບັດ ມູນຄ່າ 542 ລ້ານກວ່າກີບ

Posted on 14/09/202014/09/2020 By All in LAOS No Comments on ອົງການອາຫານໂລກ ມອບສາງເຄື່ອນທີ່ 4 ຊຸດ ໃຫ້ກະຊວງ ຮສສ ນຳໃຊ້ກໍລະນີເກີດໄພພິບັດ ມູນຄ່າ 542 ລ້ານກວ່າກີບ

ນະຄອນຫຼວງວຽງຈັນ: ໃນວັນທີ 14 ກັນຍາ 2020 ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫລວງວຽງຈັນ, ອົງການອາຫານໂລກປະຈໍາ ສປປ ລາວ ໄດ້ມອບເຕັ້ນສາງ (ສາງເຄື່ອນທີ່) ຈຳນວນ 4 ຊຸດ ມູນຄ່າ 59.600 ໂດລາສະຫະລັດ ຫຼື ປະມານ 542 ລ້ານກວ່າກີບ ໃຫ້ແກ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອນຳໃຊ້ເຂົ້າໃນການບັນຈຸສະບຽງອາຫານ ແລະ ເຄື່ອງບັນເທົາທຸກ ໃນກໍລະນີທີ່ເກີດມີໄພພິບັດ ຢູ່ໄຊຍະບູລີ, ບໍ່ແກ້ວ, ຫລວງນໍ້າທາ ແລະ ສະຫວັນນະເຂດ ເມື່ອເວລາທີ່ມີໄພພິບັດ ຫລື ສະຖານນະການສຸກເສີນ.

ສາງເຄື່ອນທີ່ເຫລົ່ານີ້ ສາມາດນຳເອົາອອກມາຕິດຕັ້ງໄດ້ຢ່າງວ່ອງໄວ ເຊິ່ງແຕ່ລະເຕັ້ນສາງສາມາດບັນຈຸເຄື່ອງ ແລະ ອຸປະກອນບັນເທົາທຸກໄດ້ເຖິງ 500 ໂຕນ ເທົ່າກັບເປົາເຂົ້າ 50 ກິໂລ 10.000 ເປົາ. ສາງເຄື່ອນເຫລົ່ານີ້ສາມາດ ສ້າງເປັນສູນໂລຈິສຕິກ ທີ່ພ້ອມໃຊ້ງານໄດ້ ໃນກໍລະນີທີ່ມີຄວາມຈຳເປັນຕ້ອງໃຊ້ ເປັນສູນປະຕິບັດງານພາກສະໜາມໃນກໍລະນີຈຳເປັນ.

ຕາງໜ້າມອບສາງຄັ້ງນີ້ໂດຍ ທ່ານ ຢານ ເດວບາເລີ ຜູ້ອຳນວຍການ ແລະ ຕາງໜ້າອົງການອາຫານໂລກ ປະຈຳ ສປປ ລາວ, ຕາງໜ້າຮັບໂດຍທ່ານ ທ່ານ ວິໄລພົງ ສີສົມຫວັງ ຫົວໜ້າກົມສັງຄົມສົງເຄາະ ທັງເປັນຫົວໜ້າກອງເລຂາ ຄະນະກໍາມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມີບັນດາພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ວິໄລພົງ ສີສົມຫວັງ ກ່າວວ່າ: ສາງດັ່ງກ່າວນີ້ ຈະມີອຸປະກອນທີ່ອຳນວຍຄວາມສະດວກໃນການຈັດເກັບເຄື່ອງມື ແລະ ອຸປະກອນບັນເທົາທຸກເຊັ່ນ: ປະເພດອາຫານ ແລະ ອຸປະກອນດ້ານຄວາມປອດໄພ ທີ່ຈະໄດ້ຮັບການເກັບມ້ຽນຢ່າງປອດໄພ ປາສະຈາກຄວາມເສຍຫາຍອື່ນໆ ທັງນີ້ກໍ່ຕ້ອງຂໍຂອບໃຈທາງອົງການອາຫານໂລກ ທີ່ໄດ້ໃຫ້ການສະໜັບສະໜູນສາງເຄື່ອນທີ່ຈຳນວນ 4 ຊຸດ ເພື່ອນຳໄປໃຊ້ໃນການໂຕ້ຕອບກັບໄພພິບັດ ແລະ ສະຖານນະການສຸກເສີນຕ່າງໆ ເພື່ອກຽມຄວາມພ້ອມໃນການຮັບມືກັບໄພພິບັດຂອງພວກເຮົາ. ເຕັ້ນສາງເຄື່ອນທີ່ຈຳນວນດັ່ງກ່າວນີ້ ແມ່ນການຊ່ວຍເຫລືອເພີ່ມເຕີມ, ຊຶ່ງຜ່ານມາ ທາງອົງການອາຫານໂລກ ກໍໄດ້ມີການມອບ ແລະ ຕິດຕັ້ງໄປກ່ອນໜ້ານີ້ ຈໍານວນ 4 ຊຸດ ຢູ່ທີ່ແຂວງ ອັດຕະປື, ເຊກອງ, ຄຳມ່ວນ ແລະ ອຸດົມໄຊ ເຊິ່ງລວມທັງໝົດເປັນ 8 ຊຸດ ທີ່ທາງອົງການອາຫານໂລກໄດ້ມອບໃຫ້ກັບ ລັດຖະບານ ສປປ ລາວ.

ທ່ານ ຢານ ເດວບາເລີ ກ່າວວ່າ: ການກຽມຄວາມພ້ອມແມ່ນສິ່ງທີ່ສຳຄັນຫລາຍ ໂດຍສະເພາະກັບສະຖານະການທີ່ບໍ່ສາມາດຄາດເດົາໄດ້ ເນື່ອງຈາກການປ່ຽນແປງຂອງສະພາບອາກາດ. ໃນໄລຍະທີ່ຜ່ານມາ ເຕັ້ນສາງເຄື່ອນທີ່ແມ່ນມີຄວາມສຳຄັນຫລາຍ ໂດຍສະເພ

ຂ່າວສານບ້ານເມືອງ

Post navigation

Previous Post: ຂ່າວດີ ຄົນຕິດເຊື້ອໂຄວິດຜູ່ທີ 22 ໄດ້ອອກໂຮງໝໍແລ້ວ
Next Post: ແຈ້ງຂ່າວມໍລະນະກຳ ສະຫາຍ ຄຳໝັ້ນ ສູນວິເລີດ ລັດຖະມົນຕີ ກະຊວງພາຍໃນ

Related Posts

ສະຫລຸບຖອດຖອນບົດຮຽນວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາ 3 ຈຸດສຸມ ແຂວງໄຊສົມບູນ ຂ່າວສານບ້ານເມືອງ
ຊັ້ນ ປ5, ມ4 ແລະ ມ7 ຈະເລີ່ມສອບເສັງເດືອນກໍລະກົດ ຂ່າວສານບ້ານເມືອງ
ເຈົ້າເມືອງວິລະບູລີ ລົງຕິດຕາມການກໍ່ສ້າງສ້ອມແປງເສັ້ນທາງພາຍໃນເມືອງ ຂ່າວສານບ້ານເມືອງ
ຢຶ ດ ທຳ ລ າ ຍ ສິນຄ້າລັກລອບນຳເຂົ້າທີ່ສ່ຽງທີ່ຈະເອົາເຊື້ອພະຍາດ ໂ ຄ ວິ ດ ເຂົ້າມາປະເທດ ຂ່າວສານບ້ານເມືອງ
ລູກຊາຍຕິດຢາແລ້ວປ່ວງຈູດເຮືອນໄໝ້ເສຍຫາຍໜັກ ຂ່າວສານບ້ານເມືອງ
ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ສະເໜີ 8 ນະໂຍບາຍ ແລະ ມາດຕະການ ຕໍ່ລັດຖະບານ ເພື່ອຟື້ນຟູເສດຖະກິດ ຫຼັງ ໂຄວິດ-19 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme