Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປກສ ເມືອງສີສັດຕະນາກ ເຊື່ອມຊຶມມະຕິກອງປະຊຸມໃຫ່ຍຄັ້ງທີ VII ອົງຄະນະພັກເມືອງ

Posted on 14/09/202014/09/2020 By News No Comments on ປກສ ເມືອງສີສັດຕະນາກ ເຊື່ອມຊຶມມະຕິກອງປະຊຸມໃຫ່ຍຄັ້ງທີ VII ອົງຄະນະພັກເມືອງ

ກອງບັນຊາການ ປກສ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ຈັດພິທີເຊື່ອມຊຶມມະຕິກອງປະຊຸມໃຫ່ຍອົງຄະນະພັກເມືອງ ຂຶ້ນໃນຕອນເຊົ້າຂອງວັນທີ 11 ກັນຍາ 2020 ຢູ່ສະໂມສອນກອງບັນຊາການ ປກສ ເມືອງສີສັດຕະນາກ ໂດຍການເຜີຍແຜ່ຂອງສະຫາຍ ພັທ ຄຳຝັ່ງ ເຄືອບພະພອນ ຄະນະພັກເມືອງ, ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການ ປກສ ເມືອງສີສັດຕະນາກ, ມີເລຂາ-ຮອງເລຂາໜ່ວຍພັກທີ່ຂຶ້ນກັບ, ສະມາຊິກພັກ 83 ສະຫາຍ, ຍິງ 14 ສະຫາຍເຂົ້າຮ່ວມ.

ໃນພິທີ ສະຫາຍ ພັທ ຄຳຝັ່ງ ເຄືອບພະພອນ ໄດ້ໃຫ້ຮູ້ເຖີງເນື້ອໃນສຳຄັນຂອງມະຕິດັ່ງກ່າວບາງຕອນວ່າ: ທິດທາງ ແລະ ຄາດໝາຍການພັດທະນາ ເມືອງສີສັດຕະນາກ ໃນຊຸມປີຕໍ່ໜ້າຂອງຄະນະພັກເມືອງຊຸດໃໝ່ ແມ່ນຈະສຸມໃສ່ 6 ຄາດໝາຍສູ້ຊົນ ໃຫ້ມີບາດກ້າວຂະຫຍາຍຕົວໃນທຸກໆດ້ານໃຫ້ດີຂຶ້ນກວ່າເກົ່າຄື:

1. ຮັບປະກັນເຮັດໃຫ້ເມືອງສີສັດຕະນາກ ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ-ປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ, ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມໃຫ້ຫຼຸດລົງຢ່າງເປັນຮູບປະທຳ.

2. ສູ້ຊົນສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນແຕ່ລະປີໃຫ້ໄດ້ 85% ຂຶ້ນໄປ ແລະ ສ້າງສະມາຊິກພັກແຂງກວມ 80% ຂຶ້ນໄປ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ສືບຕໍ່ປະຕິບັດຄຳຂວັນຂອງຕົນ ໃຫ້ມີຄຸນນະພາບສູງຂຶ້ນກວ່າເກົ່າ.

3. ພັດທະນາເມືອງສີສັດຕະນາກ ໃຫ້ເປັນຕົວເມືອງທີ່ໜ້າຢູ່, ຢືນຍົງຕາມ 3 ຕົວຊີ້ວັດ(ສະຫງບົ, ສະອາດ, ສີຂຽວ) ຈັດຕັ້ງປະຕິບັດແຜນຜັງກວມລວມສະບັບທີ 3 ຂອງນະຄອນຫຼວງວຽງຈັນ ຢ່າງເຂັ້ມງວດ.

4. ສ້າງເມືອງສີສັດຕະນາກ ໃຫ້ຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ ແລະ ມີມາດຖານຂອງເມືອງທີ່ທັນສະໄໝ, ນຳໃຊ້ເຄື່ອງມືທັນສະໄໝ ເຂົ້າໃນການຄຸ້ມຄອງຂົງເຂດການເມືອງ-ການປົກຄອງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ-ສັງຄົມ.

5. ພົນລະເມືອງໃນເກນອາຍຸມີ ລະດັບການສຶກສາຈົບຊັ້ນມັດທະຍົມຕອນປາຍ, ຮູ້ພາສາສາກົນ 35% ຂຶ້ນໄປ, ນຳໃຊ້ຄອມພິວເຕີ 50% ຂຶ້ນໄປ, ພົນລະມືອງອາຍຸຍືນສະເລ່ຍ 77 ປີຂຶ້ນໄປ.

6. ເປີດກວ້າງພົວພັນຮ່ວມມື ກັບບັນດາເມືອງ ພາຍໃນ ແລະ ຕ່າງປະເທດ ໃຫ້ຫຼາຍຂຶ້ນກວ່າເກົ່າ.

ຂ່າວສານບ້ານເມືອງ

Post navigation

Previous Post: ກອງພັນ 617 ຂຶ້ນກັບກອງພົນທີ 4 ເອົາໃຈໃສ່ສ້າງກົມກອງວັດທະນະທຳ
Next Post: ຂ່າວດີ ຄົນຕິດເຊື້ອໂຄວິດຜູ່ທີ 22 ໄດ້ອອກໂຮງໝໍແລ້ວ

Related Posts

ທົ່ວໂລກ ຄົນຕິດໂຄວິດ-19 ກາຍ 10 ລ້ານຄົນແລ້ວ ຂະນະຜູ່ເສຍຊີວິດ ກາຍ 5 ແສນຄົນ ຂ່າວສານບ້ານເມືອງ
ລ້ຽງງົວພຽງ 4 ປີ ສາມາດສ້າງລາຍຮັບ ໄດ້ 100 ລ້ານກວ່າກີບ ຂ່າວສານບ້ານເມືອງ
ເມຍແລະລູກນ້ອຍຕ້ອງສູນເສຍພໍ່ ເຫດລົດປີ້ນໄຟໄໝ້ດັບຄາລົດທີ່ບໍ່ແກ້ວ ຂ່າວສານບ້ານເມືອງ
ສາວສູ້ຊີວິດຫາເຊົ້າກິນຄໍ່າມາດົນ! ຈົນມີມື້ນີ້ ມື້ທີ່ຖືກເລກລາງວັນທີ 1 ຮັບໄປເຕັມໆ 18 ລ້ານບາດ ຂ່າວສານບ້ານເມືອງ
ບົດປາໄສຂອງທ່ານ ນາຍົກລັດຖະມົນຕີ ເນື່ອງໃນໂອກາດ ວັນເດັກນ້ອຍສາກົນ 01 ມິຖຸນາ 2021 ຂ່າວສານບ້ານເມືອງ
ລົດກູ້ໄພໂຮງໝໍສຳລັບຂົນສົ່ງຄົນເຈັບ ແລະ ລົດດັບເພີງ ບໍ່ໄດ້ເສຍຄ່າຜ່ານທາງດ່ວນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme