Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກອງພັນ 617 ຂຶ້ນກັບກອງພົນທີ 4 ເອົາໃຈໃສ່ສ້າງກົມກອງວັດທະນະທຳ

Posted on 14/09/202014/09/2020 By News No Comments on ກອງພັນ 617 ຂຶ້ນກັບກອງພົນທີ 4 ເອົາໃຈໃສ່ສ້າງກົມກອງວັດທະນະທຳ

ໃນວັນທີ 10 ກັນຍາ 2020 ນີ້, ກອງພັນ 617 ທີ່ຂຶ້ນກັບກອງພົນທະຫານຮາບທີ 4 ໄດ້ຊີ້ນຳ – ນໍາພາ ພະນັກງານ – ນັກຮົບ ພາຍໃນກົມກອງໄດ້ຖືເອົາວຽກງານການກໍ່ສ້າງນັກຮົບວັດທະນະທຳ ແລະ ກໍ່ສ້າງກອງວັດທະນະທຳເປັນສຳຄັນ ນອກຈາກວິຊາສະເພາະເຫຼົ່າລົບຂອງຕົນແລ້ວ ໂດຍປະຕິບັດຕາມທິດຊີ້ນໍາຂອງກົມໃຫຍ່ ການເມືອງກອງທັບ ແລະ ທິດຊີ້ນໍາຂອງກົມໂຄສະນາ – ອົບຮົມວາງອອກ ຕາມຂໍ້ກຳນົດ 5 ມາດຖານ ໃນການກໍ່ສ້າງກົມກອງວັດທະນະທຳ ແລະ ນັກຮົບວັດທະນະທຳ ໃຫ້ເປັນຮູບປະທຳຕົວຈິງຢູ່ກອງພັນ 617.

ສະຫາຍ ພັນໂທ ທອງພັນ ສົມພູວົງ ຫົວໜ້າການເມືອງກອງພັນ 617 ກອງພົນທະຫານຮາບທີ 4 ໃຫ້ຮູ້ວ່າ: ໂຄງການກໍ່ສ້າງຫໍຂ່າວແມ່ນວຽກໜຶ່ງຂອງການກໍ່ສ້າງກອງວັດທະນະທຳ ແລະ ນັກຮົບວັດທະນະທຳ ທາງຄະນະພັກ – ຄະນະບັນຊາໄດ້ເຫັນດີເປັນເອກະພາບກັນກໍ່ສ້າງຫໍຂ່າວແບບຖາວອນ ແລະ ໄດ້ເລີ່ມລົງມືການກໍ່ສ້າງໃນ ຕົ້ນເດືອນ ພະຈິກ 2019, ມີຂະໜາດ 5 x 6 ແມັດ, ມຸງດ້ວຍກະເບື້ອງ, ພື້ນປູດ້ວຍເປຕົງເສີມເຫຼັກ, ເສົາໄມ້,ສ່ວນແຮງງານແມ່ນພະນັກງານ – ນັກຮົບ ພາຍໃນກົມກອງ, ລວມມູນຄ່າການກໍ່ສ້າງທັງໝົດ 35 ລ້ານກີບ, ທຶນຂອງກົມກອງ 100%, ເຊິ່ງໄດ້ມາຈາກການຜະລິດເຂົ້ານາປີ ແລະ ຂາຍໄມ້ວິກ ຄາດວ່າຈະໃຫ້ສຳເລັດກ່ອນວັນສ້າງຕັ້ງກອງພົນທີ 4 ວັນທີ 7 ພະຈິກ 2020 ນີ້.

ຈຸດປະສົງໃນການກໍ່ສ້າງຄັ້ງນີ້ກໍ່ເພື່ອສ້າງກົມກອງຂຶ້ນເປັນກົມກອງວັດທະນະທຳ ແລະ ເຮັດໃຫ້ກົມກອງມີຄວາມເປັນລະບຽບຮຽບຮ້ອຍ, ແໜ້ນໜາຖາວອນ, ສະອາດຈົບງານຕາມທິດຊີ້ນຳຂອງຂັ້ນເທິງ ແລະ ເພື່ອເຮັດໃຫ້ກົມກອງກາຍເປັນກົມກອງວັດທະນະທຳ ແລະ ກົມກອງປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນຊຸມປີຕໍ່ໜ້າ.

ຂ່າວ – ພາບ ໂດຍ ອານຸສັກ ຈູມມນີວົງ, ໂພຄຳ ພອນປະເສີດ

ຂ່າວສານບ້ານເມືອງ

Post navigation

Previous Post: ຊົມເຊີຍ! ຄົນເຈັບ ຕິດພະຍາດໂຄວິດ19 ກໍລະນີທີ 22 ໄດ້ຮັບອະນຸຍາດໃຫ້ອອກໂຮງໝໍແລ້ວ
Next Post: ປກສ ເມືອງສີສັດຕະນາກ ເຊື່ອມຊຶມມະຕິກອງປະຊຸມໃຫ່ຍຄັ້ງທີ VII ອົງຄະນະພັກເມືອງ

Related Posts

ປະກາດຊອກຫາອ້າຍ ໜູທອງ ບ້ານບຸ່ງແກ້ວ ຂາດການຕິດຕໍ່ແຕ່ປີ 1997 ຂ່າວສານບ້ານເມືອງ
ລົດຕົກເຫວເສຍຊີວິດຄາທີ່ 2 ຄົນເຂດເມືອງນໍ້າບາກ ຂ່າວສານບ້ານເມືອງ
[:la]ແຂວງຫຼວງນ້ຳທາ ໄຂ້ຍຸງລາຍເລີ່ມລະບາດແລ້ວ[:en]ແຂວງຫຼວງນ້ຳທາ ໄຂ້ຍຸງລາຍເລີ່ມລະບາດແລ້ວ[:] ຂ່າວສານບ້ານເມືອງ
ຖືກຈັບພ້ອມຂອງກາງຢາບ້າ 1.000 ກວ່າເມັດ ຂ່າວສານບ້ານເມືອງ
ບ້ານຕະກອຍເມືອງນອງ ເປີດນຳໃຊ້ໂຮງຮຽນປະຖົມສົມບູນຫຼັງໃໝ່ ຂ່າວສານບ້ານເມືອງ
ແມ່ເຈົ້າບ່າວຊ໋ອກ ລູກສະໃພ້ ແມ່ນລູກສາວທີ່ຫາຍຕົວໄປເມື່ອ 20ປີກ່ອນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme