Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຊົມເຊີຍ! ຄົນເຈັບ ຕິດພະຍາດໂຄວິດ19 ກໍລະນີທີ 22 ໄດ້ຮັບອະນຸຍາດໃຫ້ອອກໂຮງໝໍແລ້ວ

Posted on 14/09/202014/09/2020 By News No Comments on ຊົມເຊີຍ! ຄົນເຈັບ ຕິດພະຍາດໂຄວິດ19 ກໍລະນີທີ 22 ໄດ້ຮັບອະນຸຍາດໃຫ້ອອກໂຮງໝໍແລ້ວ

ມາຮອດວັນທີ 14 ກັນຍາ 2020, ທົ່ວໂລກມີການລາຍງານການລະບາດຂອງເຊື້ອພະຍາດ COVID-19ທັງໝົດ 213 ປະເທດ/ເຂດແຄ້ວນ; ທັງໝົດ 29,154,698ຄົນ – ເສຍຊິວິດ 927,707ຄົນ – ປົວດີ 21,004,616ຄົນ , ຢູ່ຂົງເຂດອາຊີ ແມ່ນປະເທດອິນເດຍທີ່ມີທ່າອ່ຽງໃນການຕິດເຊື້ອ COVID-19 ເພິ່ມຂຶ້ນ, ຈຳນວນຜູ້ຕິດເຊື້ອມື້ດຽວສູງເຖິງ 93,862ຄົນ; ສ່ວນບັນດາປະເທດສະມາຊິກອາຊຽນ ມາຮອດວັນທີ 14 ກັນຍາ 2020 ມີຜູ້ຕິດເຊື້ອພະຍາດ COVID-19 ທັງໝົດ 554,830ຄົນ ແລະເສຍຊີວິດ13,365ຄົນ.ໃນນັ້ນ ຟິລິປິນຕິດເຊື້ອ 248.947ຄົນ, ເພີ່ມຂຶ້ນໃນມື້ດຽວເຖິງ 3.804ຄົນ, ເສຍຊີວິດ 4.066ຄົນ. ອິນໂດເນເຊຍ ຕິດເຊື້ອ 207.203ຄົນ, ເພີ່ມຂຶ້ນ 3.861ຄົນ, ເສຍຊີວິດ 8.456ຄົນ, ສິງກະໂປ ຕິດເຊື້ອ 57.229ຄົນ, ເພີ່ມຂຶ້ນ63ຄົນ, ເສຍຊີວິດ 27ຄົນ.

ທ່ານນາງ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ. ຄະນະສະເພາະກິດ ຄວບຄຸມໂຄວິດ19 ຖະແຫລງຕໍ່ສື່ມວນຊົນ ຕອນເຊົ້າວັນທີ 14 ກັນຍາ 2020 ທີ່ກະຊວງສາທາລະນະສຸກ ເຖິງສະພາບການຄວບຄຸມໂຄວິດ19 ຢູ່ ສປປ ລາວວ່າ: ວຽກງານເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດເວລາ 17ໂມງ ວັນທີ 13 ກັນຍາ 2020 ການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆທົ່ວປະເທດມີຜູ້ເດີນທາງເຂົ້າມາລາວທັງໝົດ 2,092ຄົນ: ໃນນັ້ນຈຸດຜ່ານດ່ານລາວ-ໄທ 804ຄົນ ມີແຮງງານລາວກັບມາແຕ່ໄທ96ຄົນ; ຈຸດຜ່ານດ່ານລາວ-ຈີນ 31ຄົນ, ໃນນີ້ມີແຮງງານຄົນຈີນ 13 ຄົນ, ແຮງງານລາວ 5 ຄົນ, ຈຸດຜ່ານດ່ານລາວ-ຫວຽດນາມ 919ຄົນ: ຈຸດຜ່ານດ່ານ ລາວ-ກຳປູເຈຍ ເປັນຄົນລາວ 1ຄົນ ;ຜ່ານດ່ານ ລາວ-ມຽນມ້າ 9 ຄົນ, ທັງໝົດແມ່ນຄົນລາວ ຂັບເຮືອ ແລະ ລູກເຮືອ ຂົນສົ່ງສິນຄ້າ, ຜ່ານສະໜາມບິນສາກົນວັດໄຕ 328 ຄົນມີຈີນ 326 ຄົນ, ອົດສະຕາລີ 1 ຄົນ ແລະ ລາວ 1 ຄົນ; ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແລະໄດ້ເກັບຕົວຢ່າງມາກວດ ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ຈຳກັດບໍລິເວນທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14ວັນ.

ທ່ານນາງ ດຣ. ລັດສະໝີ ວົງຄຳຊາວ ໃຫ້ຮູ້ອີກວ່າ: ໃນວັນທີ 13 ກັນຍາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 315ຄົນ,ໃນນັ້ນມີ ແຮງງານລາວມາແຕ່ໄທ 171 ຕົວຢ່າງ, ແຮງງານຫວຽດນາມ 80 ຕົວຢ່າງ, ແຮງງານໄທ 25 ຕົວຢ່າງ, ແຮງງານຈີນ 17 ຕົວຢ່າງ, ຜູ້ຕິດເຊື້ອກໍລະນີທີ 22 ກັບມາກວດຄືນເປັນຄັ້ງທີ 2, ບຸກຄົນທົ່ວໄປທີ່ມີອາການ 11 ຕົວຢ່າງ ແລະ ບຸກຄົນທົ່ວໄປທີ່ບໍ່ມີອາການ 10 ຕົວຢ່າງ; ຜົນກວດວິເຄາະທັງໝົດແມ່ນບໍ່ພົບເຊື້ອ, ໝາຍຄວາມວ່າໃນວັນທີ 13 ກັນຍາ 2020 ບໍ່ມີຜູ້ຕິດເຊື້ອໃໝ່. ສະນັ້ນ ໃນມື້ນີ້ ຄະນະສະເພາະກິດ ຄວຄຸມໂຄວິດ19 ໄດ້ອະນຸຍາດໃຫ້ ຄົນເຈັບກໍລະນີທີ 22 ອອກໂຮງໝໍ ແລະ ໄປຈຳກັດບໍລິເວນຢູ່ໂຮງແຮມທີ່ໄດ້ຖືກກຳນົດໄວ້ຈົນຄົບ 14 ວັນ. ສ່ວນກໍລະນີທີ 23 ແມ່ນຍັງສືບຕໍ່ປີ່ນປົວຢູ່ໂຮງໝໍມິດຕະພາບ.

ຂ່າວສານບ້ານເມືອງ

Post navigation

Previous Post: ແຂວງຫຼວງນ້ຳທາ ສືບຕໍ່ປະຕິບັດມາດຕະການຜ່ອນຜັນໃນການປ້ອງກັນ, ຄວບຄຸມສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ 19
Next Post: ກອງພັນ 617 ຂຶ້ນກັບກອງພົນທີ 4 ເອົາໃຈໃສ່ສ້າງກົມກອງວັດທະນະທຳ

Related Posts

ຢືນຢັນ ວັ ກ ຊີ ນ AstraZeneca ປອດໄພບໍ່ເປັນອັນຕະລາຍຕໍ່ຮ່າງກາຍ ຂ່າວສານບ້ານເມືອງ
ປະເທດສະມາຊິກ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຂະຫຍາຍຂົງເຂດການຮ່ວມມື ໃນດ້ານຕ່າງໆຫລາຍຂຶ້ນ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມໃໝ່ 229ຄົນ ຂ່າວສານບ້ານເມືອງ
ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອເພີ່ມໃໝ່ 170ຄົນ ຂ່າວສານບ້ານເມືອງ
ເກີດເຫດ ລົດຕູ້ໂດຍສານຕຳລົດຈັກ ເ ສ ຍ ຊີ ວິ ດ ຄ າ ທີ່ 1 ຄົນ ຂ່າວສານບ້ານເມືອງ
ອັບເດດການເປັນຢູ່ຂອງລີງ ຈາກມູນນິທິອະນຸລັກສັດປ່າ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme