Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ແຂວງຫຼວງນ້ຳທາ ສືບຕໍ່ປະຕິບັດມາດຕະການຜ່ອນຜັນໃນການປ້ອງກັນ, ຄວບຄຸມສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ 19

Posted on 14/09/202014/09/2020 By News No Comments on ແຂວງຫຼວງນ້ຳທາ ສືບຕໍ່ປະຕິບັດມາດຕະການຜ່ອນຜັນໃນການປ້ອງກັນ, ຄວບຄຸມສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ 19

ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງວຽງພູຄາ ຮ່ວມກັບຕໍາຫຼວດສັນຕິບານ ແລະ ປກສ ກຸ່ມບ້ານໄດ້ລົງເຜີຍແຜ່ ແຈ້ງການດ່ວນ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລກ ທີ 925/ ຫສນຍ, ແຈ້ງການຂອງ ພະແນກ ຖວທ ແຂວງຫຼວງນ້ຳທາ ເລກທີ 1101 / ຖວທຂ ວ່າດ້ວຍ ການສືບຕໍ່ປະຕິບັດມາດຕະການຜ່ອນຜັນ, ມາດຕະການໃນການປ້ອງກັນ, ຄວບຄຸມສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ 19 ໃນໄລຍະ ແຕ່ວັນທີ 1-30 ກັນຍາ 2020ນີ້. ໂດຍໄດ້ອີງຕາມຄຳສັງຂອງນາຍົກລັດຖະມົນຕີ ເລກທີ 06/ນຍ ລົງວັນທີ 29 ມີຖຸນາ 2020.

ໃນນັ້ນໄດ້ລົງເຜີຍແຜ່ພ້ອມທັງສ້າງບົດບັນທຶກກັບບັນດາເຈົ້າຂອງທຸລະກິດ ຮ້ານກິນດືມ, ຮ້ານ ອາຫານ, ຮ້ານບັນເທີງ ຄາຣາໂອເກະຕ່າງໆ. ພາຍໃນເມືອງຂອງຕົນເຊີ່ງ ໄດ້ນຳພາທີມງານຄັ້ງນີ້ ມີທ່ານ ບຸນມີ ວົງດາຈັນ ຮອງຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ ເມືອງວຽງພູຄາແຂວງຫຼວງຫຼວງນ້ຳທາ ລະຫວ່າງ ວັນທີ 9-11 ກັນຍານີ້. ໃນນັ້ນໄດ້ຜ່ານແຈ້ງການ ດ່ວນ ຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ເລກທີ 925/ຫສນຍ ແລະ ແຈ້ງການຂອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວແຂວງຫຼວງນ້ຳທາ ເລກທີ 1101/ຖວທຂ ວ່າດ້ວຍການສືບຕໍ່ປະຕິບັດ ມາດຕະການພອນ ຜັນ, ມາດຕະການໃນການປ້ອງກັນ, ຄວບຄຸມສະກັດກັນ ແລະ ແກ້ໄຂ້ການລະບາດຂອງພະຍາດໂຄວິດ 19

ພ້ອມທັງແນະນຳໃຫ້ເຈົ້າຂອງຮ້ານ ແລະ ພະນັກງານບໍລິການປະຕິບັດຢ່າງເຂັງຄັດ ໃນການໃຊ້ເຈວລ້າງມື, ການຈັດໂຕະຕັ້ງໄລຍະຫ່າງ 1 ແມັດຂຶ້ນໄປ, ການໃສ່ຜ້າອັດປາກ, ປະຕິບັດການບໍລິການຕາມເວລາທີຂັ້ນເທີ່ງກຳນົດ ແລະ ພ້ອມທັງປິດຮ້ານບັນເທີ່ງ ຄາຣາໂອເກະຊົວຄາວ ພ້ອມທັງສ້າງບົດບັນທຶກ ຮ່ວມກັບເຈົາຂອງທຸລະກິດ ຖ້າຫາກຟ້າຝືນ ແມ່ນຈະໃຊ້ມາດຕະການຕາມລະບຽບກົດໝາຍ. ການລົງເຜີຍແຜ່ ເອກະສານໃນຄັ້ງນີ້ເຊີ່ງໄດ້ລົງສ້າງບົດບັນທຶກນຳບັນດາຫົວໜ່ວຍທຸລະກິດພາຍໃນເມືອງ ມີຈຳນວນ 25 ຮ້ານ ເຊີ່ງໃຊ້ເວລາ 3 ວັນນັບແຕ່ວັນທີ 9-11 ກັນຍາ 2020 ນີ້ຈື່ງສໍາເລັດ.

ຂ່າວ: ບຸນມີ ວົງດາຈັນ ຖ່າຍພາບ: ບຸນແຕນ ຕະມອງ

ຂ່າວສານບ້ານເມືອງ

Post navigation

Previous Post: ໄຂກອງປະຊຸມໃຫຍ່ ຄັ້ງທີ IV ຂອງຜູ້ແທນອົງຄະນະພັກທະນາຄານແຫ່ງ ສປປ ລາວ
Next Post: ຊົມເຊີຍ! ຄົນເຈັບ ຕິດພະຍາດໂຄວິດ19 ກໍລະນີທີ 22 ໄດ້ຮັບອະນຸຍາດໃຫ້ອອກໂຮງໝໍແລ້ວ

Related Posts

ການນຳພັກ-ລັດ ວາງພວງມາລາ ແລະ ກະຕ່າດອກໄມ້ ໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 66 ປີ ຂ່າວສານບ້ານເມືອງ
ຊາວໜຸ່ມຕະລຸມບອນສ້າງຂະບວນການອອກແຮງງານລວມທາສີປະດັບປະດາຂົວອູ່ນ້ຳແອດ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເພີ່ມ 1042ຄົນ ຂ່າວສານບ້ານເມືອງ
ສຸນິສາ ລີ ໄດ້ອີກ 1 ຫລຽນທອງ ໃນງານໂອແລມປິກເກມ 2020 ລາຍການ ຫ່າວຕ່າງລະດັບ ຂ່າວສານບ້ານເມືອງ
ການນຳຂັ້ນສູງ ຫຼາຍພາກສ່ວນ ຮ່ວມສົ່ງສະການ ພັນລະຍາ ແລະ ລູກ-ຫຼານ ຂອງທ່ານ ຈູມມະລີ ໄຊຍະສອນ ອະດີດປະທານປະເທດ ຂ່າວສານບ້ານເມືອງ
ປະທານສະພາແຫ່ງຊາດ, ປະທານປະເທດ ແລະ ນາຍົກລັດຖະມົນຕີ ຂຶ້ນປະຕິຍານຕົນ ເພື່ອຮັບໃຊ້ຊາດ ຮັບໃຊ້ປະຊາຊົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme