Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປະກາດແຕ່ງຕັ້ງຫົວໜ້າການເມືອງ ກອງບັນຊາການທະຫານແຂວງສະຫວັນນະເຂດ

Posted on 14/09/202014/09/2020 By News No Comments on ປະກາດແຕ່ງຕັ້ງຫົວໜ້າການເມືອງ ກອງບັນຊາການທະຫານແຂວງສະຫວັນນະເຂດ

ໃນວັນທີ 8 ກັນຍາ 2020 ນີ້, ກອງບັນຊາການທະຫານ ແຂວງ ສະຫວັນນະເຂດ ໄດ້ຈັດພິທີປະ ກາດແຕ່ງຕັ້ງຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ຂອງຕົນໂດຍການເຂົ້າຮ່ວມເປັນ ປະທານຂອງຂອງສະຫາຍ ພົນຕີ ແອສະໄຫມ ເລືອງວັນໄຊ ຄະນະປະຈຳພັກກະຊວງຮອງລັດຖະມົນຕີກະຊວງປ້ອງກັນປະ ເທດ, ມີທ່ານ ທອງທ່ຽງ ສີດາ ວົງ ກຳມະການປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີກົມຈັດຕັ້ງພັກ-ພະນັກງານກົມໃຫຍ່ການເມືອງກອງທັບ, ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ, ເຈົ້ານະຄອນ ໄກສອນພົມວິຫານ, ແຂກທີ່ຖືກເຊີນຈາກກອງພົນທີ 4 ກອງພັນໃຫຍ່ 644, ໂຮງໝໍບໍລິເວນ 109 ໂຮງງານສ້ອມແປງພາກກາງ ແລະ ປກສ ແຂວງກໍ່ໄດ້ເຂົ້າຮ່ວມ.

ໃນພິທີ, ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ຫົວໜ້າກົມພະນັກງານກົມໃຫຍ່ການເມືອງກອງທັບໄດ້ຂຶ້ນຜ່ານດຳລັດຂອງນາຍົກລັດຖະມົນຕີວ່າດ້ວຍການແຕ່ງຕັ້ງຫົວໜ້າການເມືອງກອງບັນຊາການທະຫານແຂວງສະຫວັນນະເຂດສະບັບເລກທີ 452/ນຍ ລົງວັນທີ 29 ກໍລະກົດ 2020 ໂດຍແຕ່ງຕັ້ງສະຫາຍ ພັນເອກ ສີ ທະວີໄຊ ເປັນຫົວໜ້າການເມືອງກອງບັນຊາການທະຫານແຂວງສະຫວັນນະເຂດ ແລະຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າຫ້ອງພະລາທິການທະຫານແຂວງສະຫວັນນະເຂດ ເລກທີ 3490/ກປທ ລົງວັນທີ 20 ສິງຫາ 2020 ໂດຍແຕ່ງຕັ້ງສະຫາຍ ພັນຕີ ພອນສຸກ ວົງຄຳສົມ ເປັນຮອງຫົວໜ້າຫ້ອງພະລາທິການທະຫານແຂວງສະຫວັນະເຂດ.

ຂ່າວສານບ້ານເມືອງ

Post navigation

Previous Post: ສສຊ,ສສຂ ລົງພົບປະ, ເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ສະໄໝສາມັນເທື່ອທີ 9 ທີ່ເມືອງອາດສະພອນ
Next Post: ຊົມເຊີຍອ້າຍນ້ອງ ອພຕ ນະຄອນຫຼວງ ໃນພາລະກິດ ແກ້ໄຂບັນຫາ ນໍ້າຖ້ວມຂັງ

Related Posts

ຈົບມັດທະຍົມແລ້ວ ຈັບມືກັນຄ້າຂາຍ! ຄວາມຮັກຂອງໜຸ່ມສາວທີ່ມີເປົ້າໝາຍຊັດເຈນ ຂ່າວສານບ້ານເມືອງ
ເມືອງທ່າແຕງ ຕິດຕັ້ງປ້າຍບອກຂອບເຂດປ່າສະຫງວນບ້ານຫົວເຊໂດນ ແລະ ບ້ານໜອງກັນ ຂ່າວສານບ້ານເມືອງ
ເຝິກອົບຮົມວຽກງານຕ້ານການຄ້າມະນຸດ ໃຫ້ເຈົ້າໜ້າທີ່ຕໍາຫຼວດຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານການເມືອງ ຂ່າວສານບ້ານເມືອງ
ເລື່ອນຊັ້ນໃຫ້ນາຍຕໍາຫຼວດກອງບັນຊາການ ປກສ ເມືອງຊົນນະບູລີ ຂ່າວສານບ້ານເມືອງ
ແຈ້ງການດ່ວນຂອງເຈົ້ານະຄອນຫລວງພະບາງ ຂ່າວສານບ້ານເມືອງ
ໄປບໍ່ຫຼອດ! ຍ້ອນຫວັງລວຍທາງລັດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme