ໃນລະຫວ່າງວັນທີ 7-8 ກັນຍາ 2020 ນີ້ ທ່ານ ຫວັນຄຳ ອິນທິຈັກ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ເລຂາທິການສະພາປະຊາຊົນແຂວງສະຫວັນນະເຂດ, ມີທ່ານ ນາງ ພອນທະວີ ລາດບໍວອນ ກຳມະການພັກເມືອງ ຮອງເຈົ້າເມືອງອາດສະພອນ ແລະ ທ່ານບຸນລັດ ລໍບານເຢັນ ກຳມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງອາດສະພອນ, ລົງພົບປະພໍ່-ແມ່ປະຊາຊົນ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII, ຂອງສະພາປະຊາຊົນແຂວງຊຸດທີ I ຕໍ່ຜູ້ມີສິດເລືອກຕັ້ງ 4 ຈຸດຂອງເມືອງອາດສະພອນຄື: ຈຸດບ້ານຕາດຂາແດງ, ຈຸດບ້ານຜັກກະດາ, ຈຸດບ້ານນາມົນ ແລະ ທີ່ສະໂມສອນຂອງເມືອງ, ໂດຍການຕ້ອນຮັບ ແລະ ນຳພາເຄື່ອນໄຫວຂອງທ່ານ ຄຳແພງ ເພັດທຸມພອນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງອາດສະພອນ ພ້ອມຄະນະຂອງເມືອງ

ໃນໂອກາດດັ່ງກ່າວນັ້ນບັນດາທ່ານ ສສຊ, ສສຂ ຍັງໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໂດຍສັງເຂບ ພ້ອມທັງຄຳສະເໜີຊ່ວຍແກ້ໄຂທາງດ້ານລະບົບພື້ນຖານໂຄງລ່າງຂອງເມືອງ ແລະ 3 ບ້ານດັ່ງກ່າວນຳອີກ ເປັນຕົ້ນແມ່ນຖະໜົນຫົນທາງເຊື່ອມຕໍ່ລະຫວ່າງບ້ານຫາບ້ານຫຼາຍບ້ານຍັງຫຍຸ້ງຍາກໃນຊ່ວງລະດູຝົນ, ລະບົບຕາຂ່າຍໄຟຟ້າຍັງບໍ່ທັນຄົບທຸກບ້ານ ບ້ານທີ່ມີແລ້ວບາງບ້ານກໍ່ບໍ່ທົ່ວເຖິງ, ລະບົບສັນຍານໂທລະສັບບາງເຂດບ້ານບໍ່ມີເລີຍ, ສະຖານທີ່ການສຶກສາໂຮງຮຽນອະນຸບານ, ໂຮງຮຽນປະຖົມຍັງບໍ່ພຽງພໍກັບຄວາມຕ້ອງການ, ອ່າງເກັບນຳ້ຢູ່ສາຍເຊຈຳພອນເຂດບ້ານນາມົນ ແລະ ຍອດຫ້ວຍພຸງເຂດບ້ານຕາດຂາແດງເພື່ອຮັບໃຊ້ໃຫ້ແກ່ການປູກພືດລະດູແລ້ງເຮັດໃຫ້ປະຊາຊົນມີວຽກເຮັດງານທຳມີລາຍຮັບເພີ່ມຂຶ້ນ

ຈາກນັ້ນ ສສຊ, ສສຂ ກໍ່ໄດ້ສັບປ່ຽນກັນໂອ້ລົມພ້ອມທັງເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງ ສພຊ ຊຸດທີ VIII ສະພາປະຊາຊົນແຂວງຊຸດທີ I ລວມມີ: ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ເດືອນ, ຄາດຄະເນ 6 ເດືອນຕົ້ນປີ, ທິດທາງວຽກງານຈຸດສຸມ 6 ທ້າຍປີ ແລະການດັດແກ້ຄາາດໝາຍແຜນພັດທະນາເສດຖະກິດ-ສັງຄົມປະຈຳປີ 2020, ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 5 ເດືອນຕົ້ນປີ ແລະ ການສະເໜີດັດແກ້ແຜນງົບປະມານແຫ່ງລັດປະຈຳປີ 2020, ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບຜົນການຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍທີ່ຕິດພັນກັບການຄຸ້ມຄອງ ແລະນຳໃຊ້ຊັບພະຍາກອນທຳມະຊາດ (ການຊອກຄົ້ນ, ສຳຫຼວດ, ຂຸດຄົ້ນ ແລະປຸງແຕ່ງ, ແຫ່ທາດ ແລະ ຫີນຜາ, ການຂຸດຄົ້ນຫີນແຮ່, ຊາຍ, ດິນດຳ ແລະດິນແດງ), ບົດລາຍງານການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ຄາດຄະເນ ແຜນການ 6 ເດືອນທ້າຍປີ 2020 ແລະ ແຜນການເຄື່ອນໄຫວຮອດກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ IX

ມະຕິກອງປະຊຸມສະພາປະຊາຊົນແຂວງວ່າດ້ວຍການຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ ແລະການດັດແກ້ຄາດໝາຍແຜນພັດທະນາເສດຖະກິດ-ສັງຄົມປີ 2020, ມະຕິວ່າດ້ວຍການຮັບຮອງຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂອງແຂວງ 6 ເດືອນຕົ້ນປີ ແຜນ 6 ເດືອນທ້າຍປີ ແລະການສະເໜີດັດແກ້ງົບປະມານແຫ່ງລັດຂອງແຂວງປະຈຳປີ 2020, ບົດສະຫຼຸບການເຄື່ອນໄຫວວຽກງານຂອງຄະນະປະຈຳສະພາປະຊາຊົນແຂວງຊຸດທີ I, ພ້ອມນັ້ນ ສສຊ, ສສຂ ຍັງຮັບເອົາຄຳສະເໜີຈາກຄະນະນຳເມືອງ ແລະພໍ່ແມ່ປະຊາຊົນ ໄປນຳສະເໜີຕໍ່ພາກສ່ວນຂະແໜງການກ່ຽວຂ້ອງ ເພື່ອຈັດສັນຊອກຫາງົບປະມານມາຊ່ວຍເຫຼືອແກ້ໄຂຄວາມຈຳເປັນຂອງພໍ່ແມ່ປະຊາຊົນຊາວເມືອງອາດສະພອນຕາມຄວາມເໝາະສົມ