Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດແຫ່ງ ສປປ ລາວ ໂອ້ລົມພະນັກງານການນໍາພະນັກງານຫຼັກແຫຼ່ງຢູ່ແຂວງຈໍາປາສັກ

Posted on 13/09/202013/09/2020 By News No Comments on ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດແຫ່ງ ສປປ ລາວ ໂອ້ລົມພະນັກງານການນໍາພະນັກງານຫຼັກແຫຼ່ງຢູ່ແຂວງຈໍາປາສັກ

ໃນຕອນບ່າຍ ວັນທີ 11 ກັນຍາ 2020 ນີ້, ທີ່ສະໂມສອນ (ຫຼັກ4) ແຂວງຈໍາປາສັກ, ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປລາວ, ຫົວໜ້າອະນຸກຳມະການບຸກຄະລາກອນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໄດ້ລົງເຄື່ອນໄຫວຢ້ຽມຢາມໂອ້ລົມພະນັກງານການນໍາ-ນໍາພາ, ພະນັກງານຫຼັກແຫຼ່ງ, ຜູ້ແທນສົມບູນທົ່ວແຂວງຈໍາປາສັກ.

ທ່ານ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຈໍາປາສັກ ໄດ້ເປັນກຽດຂື້ນກ່າວຕ້ອນຮັບ ແລະໄດ້ລາຍງານຕໍ່ທ່ານປະທານວ່າ: ໃນທ່າມກາງບັນຍາກາດທີ່ທົ່ວ ພັກ-ລັດ, ກຳລັງປະກອບອາວຸດ ແລະ ປວງຊົນລາວທັງຊາດ ໂດຍສະເພາະອົງຄະນະພັກ-ອົງການປົກຄອງທຸກຂັ້ນ ແລະ ປະຊາຊົນບັນດາເຜົ່າຊາວແຂວງ ຈຳປາ ສັກ ກຳລັງໄດ້ຂຸ້ນຂ້ຽວ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ X ຂອງພັກ, ມະຕິກອງປະຊຸມໃຫ່ຍຄັ້ງທີ VII ຂອງອົງຄະນະພັກແຂວງທ້າຍສະໄໝໂດຍສະເພາະ ແຂວງຈໍາປາສັກໄດ້ສຳເລັດການທາບທາມໂຄງປະກອບຄະນະບໍລິຫານງານພັກແຂວງຮອບທີ 2 ແລະ ຜ່ານການທາບທາມຮ່າງເນື້ອໃນບົດລາຍງານການເມືອງ, ຮ່າງບົດສຳຫຼວດການນຳພາຂອງຄະນະບໍລິຫານງານພັກແຂວງ ຊຸດທີ VII ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະ ກໍໄດ້ສຳເລັດພິທີປະກາດແຂວງຈຳປາສັກ ເປັນແຂວງຈົບຊັ້ນມັດທະຍົມສຶກສາຕອນຕົ້ນບຳລຸງເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກ ແຂວງຈໍາປາສັກດ້ວຍບັນຍາກາດຟົດຟື້ນ.

ໂອກາດນີ້, ທ່ານ ພັນຄຳ ວິພາວັນ ກໍໄດ້ໃຫ້ກຽດໂອ້ລົມ ເຊິ່ງທ່ານໄດ້ສະແດງຄວາມຊົຍເຊີຍ ແລະ ຕີລາຄາສູງ ຕໍ່ຜົນການນໍາພາ ຂອງອົງຄະນະພັກ-ອົງການປົກຄອງແຂວງຈໍາປາສັກໃນການກະກຽມກອງປະຊຸມໃຫຍ່ຂອງ ອົງຄະນະ ພັກແຂວງຈໍາປາສັກ ຖືກຕ້ອງຕາມທິດຊີ້ນໍາ ແລະ ຕາມການມອບໜາຍຂອງກົມການເມືອງ, ຄະນະເລຂາທິການສູນກາງພັກວາງອອກ, ພ້ອມນີ້ ທ່ານຍັງໄດ້ຮຽກຮ້ອງໃຫ້ຄະນະພັກ-ອົງການປົກຄອງແຂວງ ແຕ່ລະຂັ້ນຕ້ອງໄດ້ເຊື່ອມຊຶມກໍາແໜ້ນເນື້ອໃນມະຕິຄໍາສັ່ງ, ຄໍາແນະນໍາຂອງຂັ້ນເທິງ, ເພິ່ມທິວີບົດບາດການນໍາພາຂອງພັກ, ບົດບາດໜ້າທີ່ການເມືອງດ້ວຍຄວາມຮັບຜິດຊອບສູງ, ແກ້ໄຂທັດສະນະທີ່ບໍຖືກຕ້ອງ, ບໍມີອະຄະຕິ, ຍົກສູງຄວາມຮັບຜິດຊອບ, ສຶກສາອົບຮົມການເມືອງແນວຄິດໃນຖັນແຖວພະນັກງານສະມາຊິກພັກ ໃຫ້ມີແນວຄິດການເມືອງໜັກແໜ້ນ, ຈົງຮັກພັກດີ ແລະ ມີຄວາມຮັບຜິດຊອບ, ພ້ອມກັນ ສາມັກຄີເປັນປຶກແຜ່ນ ແໜ້ນໜາ ເພື່ອຜ່ານຜ່າທຸກຄວາມຫຍຸ້ງຍາກ ເຮັດສໍາເລັດໜ້າທີ່ຕາມການມອບໝາຍ.

ຂ່າວສານບ້ານເມືອງ

Post navigation

Previous Post: ຍີ່ປຸ່ນ ໃຫ້ເງິນຊ່ວຍເຫລືອລ້າ 18 ລ້ານໂດລາ ເພື່ອປັບປຸງວິທະຍາໄລສ້າງຄູ
Next Post: ປູກຜັກອິນຊີ ບ້ານຫົວນາ ມີລາຍຮັບ 70 ລ້ານກີບຕໍ່ປີ

Related Posts

ເກີດອຸບັດຕິເຫດຮ້າຍແຮງ! ລົດຈັກຕໍາກັບຟໍຈູນເນີທີ່ທາງດ່ວນ ຂ່າວສານບ້ານເມືອງ
ໄປບໍ່ຫຼອດ! ຍ້ ອ ນ ລັ ກ ຂ າ ຍ ຢ າ ເ ສ ບ ຕິ ດ ຂ່າວສານບ້ານເມືອງ
ມອບເຄື່ອງບັນເທົາທຸກແກ່ຜູ້ປະສົບໄພນໍ້າຖວ້ມຢູ່ບ້ານລາດຊາງ ແລະ ບ້ານຫາດນາງ ເມືອງຂວາ ຂ່າວສານບ້ານເມືອງ
ມອບຄໍາ 25 ບາດ ຄືນໃຫ້ເຈົ້າຂອງ ຄະດີສໍ້ໂກງຊັບຢູ່ຕະຫຼາດເຊົ້າມໍ   ຂ່າວສານບ້ານເມືອງ
ຄະນະສະເພາະກິດອອກຂໍ້ກໍານົດມາດຕະການປ້ອງກັນໂຄວິດເລີ່ມ 31 ມີນາ 2022ເປັນຕົ້ນໄປ ຂ່າວສານບ້ານເມືອງ
ພະແນກຕຳຫຼວດກອງບັນຊາການ ປກສ ເມືອງໂພນໂຮງສຶກສາອົບຮົມພວກມົ້ ວ ສຸ ມ ຢ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme