Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຍີ່ປຸ່ນ ໃຫ້ເງິນຊ່ວຍເຫລືອລ້າ 18 ລ້ານໂດລາ ເພື່ອປັບປຸງວິທະຍາໄລສ້າງຄູ

Posted on 13/09/202013/09/2020 By All in LAOS No Comments on ຍີ່ປຸ່ນ ໃຫ້ເງິນຊ່ວຍເຫລືອລ້າ 18 ລ້ານໂດລາ ເພື່ອປັບປຸງວິທະຍາໄລສ້າງຄູ

ນະຄອນຫຼວງວຽງຈັນ: ລັດຖະບານຍີ່ປຸ່ນ ໄດ້ມອບເງິນຊ່ວຍເຫລືອລ້າ ມູນຄ່າ 1,91 ຕື້ເຢັນ ຫລື ປະມານ 18 ລ້ານໂດລາສະຫະລັດ ໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ເພື່ອນຳໃຊ້ເຂົ້າໃນໂຄງການປັບປຸງວິທະ ຍາໄລສ້າງຄູ ໃນ ສປປ ລາວ ໂດຍໄດ້ມີພິທີເຊັນສັນຍາຮັບເອົາການຊ່ວຍເຫລືອດັ່ງກ່າວ ໃນວັນທີ 10 ກັນຍາ 2020 ທີ່ນະ ຄອນຫລວງວຽງຈັນ, ເຊິ່ງຕາງໜ້າໃຫ້ລັດຖະບານລາວ ເຊັນໂດຍ ທ່ານ ນາງ ສີສົມບູນ ອຸນາວົງ ຫົວໜ້າກົມຮ່ວມມືສາກົນ ກະຊວງແຜນການ ແລະ ການລົງທຶນ ແລະ ຕາງໜ້າໃຫ້ລັດຖະບານຍີ່ປຸ່ນ ເຊັນໂດຍ ທ່ານ Yoshiharu Yoniyama ຫົວໜ້າອົງການຮ່ວມມືສາກົນຍີ່ປຸ່ນ (JICA) ປະຈຳ ສປປ ລາວ ໂດຍມີພະນັກງານ ຈາກກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.

ເງິນຈຳນວນດັ່ງກ່າວ, ຈະນຳໃຊ້ເຂົ້າໃນໂຄງການປັບປຸງວິທະຍາໄລສ້າງຄູ ໃນ ສປປ ລາວ ໂດຍຈະເລີ່ມປະຕິບັດນັບຕັ້ງແຕ່ ເດືອນກັນຍາ 2020 ຈົນເຖິງ ເດືອນທັນວາ 2026 ເພື່ອປັບປຸງຄຸນນະພາບຂອງສະພາບແວດລ້ອມ ໃນການຝຶກສອນຂອງຄູອາຈານ ໃນລະດັບການສຶກສາກ່ອນໄວຮຽນ, ປະຖົມສຶກສາ ແລະ ມັດທະຍົມສຶກສາ, ໂດຍການກໍ່ສ້າງຕຶກອາຄານ ເພື່ອອຳນວຍຄວາມສະດວກດ້ານການສຶກສາ ໃຫ້ແກ່ວິທະຍາໄລສ້າງຄູ ຈຳນວນ 8 ແຫ່ງ ໃນ ສປປ ລາວ.

ໂຄງການດັ່ງກ່າວ, ແມ່ນຈັດຕັ້ງປະຕິບັດໂດຍ ອົງການຮ່ວມມືສາກົນຍີ່ປຸ່ນ ແລະ ກະຊວງສຶກສາທິການ ແລະ ກິລາ ແນໃສ່ຍົກລະດັບການປັບປຸງຄຸນນະພາບຂອງການສຶກສາຂັ້ນພື້ນຖານໃນ ສປປ ລາວ.
ຂ່າວ: ສິງຄຳ

ຂ່າວສານບ້ານເມືອງ

Post navigation

Previous Post: ຈະສຶກສາ-ສໍາຫລວດ ຄວາມເປັນໄປໄດ້ ທາງດ້ານເສດຖະກິດ-ເຕັກນິກ ໂຄງການປູກພຶດຜັກຕ່າງໆ ຢູ່ເຂດບ້ານທົ່ງຄູນ ເມືອງອະນຸວົງ
Next Post: ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດແຫ່ງ ສປປ ລາວ ໂອ້ລົມພະນັກງານການນໍາພະນັກງານຫຼັກແຫຼ່ງຢູ່ແຂວງຈໍາປາສັກ

Related Posts

ຈັບຕົວໄດ້ແລ້ວ ຜູ່ກໍ່ເຫດຄາດຕະກໍາ ທີ່ເຂດ ມຕ ໂພນຈະເລີນ ເມືອງປາກກະດິງ ຂ່າວສານບ້ານເມືອງ
ສົກຮຽນ 2019-2020 ເມືອງລະຄອນເພັງມີນັກຮຽນຈົບຊັ້ນ ມໍ7 ທັງໝົດ 211 ຄົນ ຂ່າວສານບ້ານເມືອງ
ລັດວິສາຫະກິດໄຟຟ້າລາວ ສະເໜີຈະຫຼຸດຄ່າໄຟຟ້າ 3% ຂອງມູນຄ່າໃບບິນ ຂ່າວສານບ້ານເມືອງ
ໂຮງຮຽນ 16 ແຫ່ງ ຢູ່ເມືອງເງິນ ໄດ້ຮັບປື້ມອ່ານເກືອບ 5.000 ຫົວ ຈາກໂຄງການ ດີບຸກບໍລິຈາກ ຂ່າວສານບ້ານເມືອງ
ໂຮງໝໍມະໂຫສົດຫຼັງໃໝ່ສຳເລັດແລ້ວ 80% ກຽມຮັບໃຊ້ປະຊາຊົນລາວ ຂ່າວສານບ້ານເມືອງ
ເຈົ້າຂອງປໍ້າ ທາດຫລວງຊີ້ແຈງແລ້ວ ບໍ່ມີມູນຄວາມຈີງ ເປັນພຽງການຢາຍບັດຄິວ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme