Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ການຢ້ຽມຢາມ ສປປ ລາວ ຂອງ ທ່ານ ປີເຕີ ຊີຢາໂຕ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າແຫ່ງ ຮົງກາຣີ

Posted on 11/09/202011/09/2020 By News No Comments on ການຢ້ຽມຢາມ ສປປ ລາວ ຂອງ ທ່ານ ປີເຕີ ຊີຢາໂຕ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າແຫ່ງ ຮົງກາຣີ

ໃນຕອນເຊົ້າຂອງວັນທີ 11 ກັນຍາ 2020 ຢູ່ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ແລະ ພົບປະປຶກສາຫາລືຢ່າງເປັນທາງການກັບ ທ່ານ ປີເຕີ ຊີຢາໂຕ (Péter SZIJJÁRTÓ), ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າແຫ່ງ ຮົງກາຣີ.

ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມືໃນຂອບສອງຝ່າຍ ແລະ ຫລາຍຝ່າຍໃນໄລຍະຜ່ານມາຊຶ່ງໄດ້ຮັບການເສີມຂະຫຍາຍເປັນກ້າວໆມາຈົນສາມາດຍົກລະດັບຂຶ້ນເປັນຄູ່ຮ່ວມມືຍຸດທະສາດນຳກັນໃນ ປີ 2019. ພ້ອມກັນນັ້ນ, ທັງສອງຝ່າຍໄດ້ຕີລາຄາສູງຕໍ່ການຮ່ວມມືທີ່ມີໝາກຜົນຕົວຈິງ ໂດຍຜ່ານໂຄງການກູ້ຢືມມີເງື່ອນໄຂບໍ່ມີດອກເບ້ຍຈາກລັດຖະບານ ຮົງກາຣີ ເພື່ອນຳໃຊ້ເຂົ້າໃນການພັດທະນາເສດຖະກິດ ແລະ ສັງຄົມ ຂອງ ສປປ ລາວ ໃນຂະແໜງກະສິກຳ, ການບໍລິຫານຄຸ້ມຄອງຊັບພະຍາກອນນໍ້າ, ວຽກງານຍົກລະດັບການຄຸ້ມຄອງພົນລະເມືອງ, ລວມທັງການອອກບັດປະຈໍາຕົວທີ່ທັນສະໄໝ ແລະ ອື່ນໆ.

ນອກຈາກນັ້ນ, ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບທິດທາງເສີມຂະຫຍາຍການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ ກໍ່ຄື ໃນດ້ານການສຶກສາ, ການເງິນ ແລະ ສາທາລະນະສຸກ, ພ້ອມທັງໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍມີຄວາມສົນໃຈ. ໃນໂອກາດດຽວກັນນີ້, ທ່ານ ລັດຖະມົນຕີກະຊວງການຕ່າງປະເທດລາວເຮົາໄດ້ສະແດງຄວາມຮູ້ບຸນຄຸນຂອງລັດຖະບານ ແລະ ປະຊາຊົນລາວຕໍ່ການຊ່ວຍເຫລືອອັນລໍ້າຄ່າຂອງຮົງກາຣີໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງປະເທດ, ໂດຍສະເພາະແມ່ນໂຄງການເງິນກູ້ປອດດອກເບ້ຍ, ການແກ້ໄຂຜົນກະທົບຂອງອຸທົກກະໄພອັນຮ້າຍແຮງຢູ່ ສປປ ລາວ ໃນປີທີ່ຜ່ານມາກໍ່ຄືການຕໍ່ຕ້ານໂຄວິດ-19. ພາຍຫລັງສິ້ນສຸດການປຶກສາຫາລື, ຕາງໜ້າຄະນະຜູ້ແທນທັງສອງຝ່າຍກໍ່ໄດ້ຮ່ວມລົງນາມໃນເອກະສານການຮ່ວມມື ລະຫວ່າງ ລາວ-ຮົງກາຣີ 2 ສະບັບ ຄື: ການຮ່ວມມືດ້ານການສຶກສາ ແລະ ສະຖິຕິ.

ໃນໄລຍະເຄື່ອນໄຫວຢ້ຽມຢາມ ສປປ ລາວ, ທ່ານ ປີເຕີ ຊີຢາໂຕ ຍັງໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ພົບປະ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ເຮັດວຽກກັບພາກສ່ວນຕ່າງໆຂອງລາວ ເພື່ອປຶກສາຫາລືທິດທາງການເສີມຂະຫຍາຍການຮ່ວມມືດ້ານຕ່າງໆ ທີ່ທັງສອງຝ່າຍມີຄວາມສົນໃຈ.

ນອກຈາກນັ້ນ, ທ່ານ ລັດຖະມົນຕີ ກໍ່ຍັງໄດ້ຢ້ຽມຢາມໂຄງການ ເຂົ້າຮ່ວມພີທີເປີດສູນວິໄຈ ແລະ ຜະລິດວັກຊີນສຳລັບສັດ ຢູ່ໜອງແຕ່ງ ຊຶ່ງເປັນໂຄງການໜຶ່ງ ທີ່ໄດ້ນຳໃຊ້ເງິນກູ້ຢືມ ມີເງື່ອນໄຂບໍ່ມີດອກເບ້ຍ ໃນໄລຍະ 2 ຈາກລັດຖະບານຮົງກາຣີ.

ພ້ອມກັນນັ້ນ, ຄະນະຜູ້ແທນທັງສອງຝ່າຍ ກໍ່ໄດ້ເຂົ້າຮ່ວມພິທີມອບ-ຮັບອຸປະກອນເຄື່ອງຊ່ວຍຫາຍໃຈທີ່ລັດຖະບານຮົງກາຣີ ໄດ້ນຳມາມອບເປັນຂອງຂວັນໃຫ້ແກ່ລັດຖະບານລາວເພື່ອເປັນການປະກອບສ່ວນໃນວຽກງານປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມ COVID-19. ນອກຈາກນັ້ນ, ທ່ານ ລັດຖະມົນຕີ ກໍ່ຍັງໄດ້ເຂົ້າຮ່ວມພິທີ ເປີດຫ້ອງການຕາງໜ້າສະຖານທູດຮົງກາຣີທີ່ບາງກອກປະຈຳນະຄອນຫລວງວຽງຈັນ, ຊຶ່ງເປັນສັນຍາລັກ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການພົວພັນສອງຝ່າຍ ກ້າວຂຶ້ນສູ່ລະດັບໃໝ່, ອັນເປັນການຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອອັນຍາວນານລະຫວ່າງ ສປປ ລາວ ແລະ ຮົງກາຣີໃຫ້ເຂັ້ມແຂງ ແລະ ຈະເລີນງອກງາມຍິ່ງໆຂຶ້ນໃນອະນາຄົດ.

ຂ່າວສານບ້ານເມືອງ

Post navigation

Previous Post: ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມຄະນະເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຜົ້ງສາລີ
Next Post: ລົດດາມຕົກລົງເຫວທາງພູເກົ້າຫຼັກ! ເຕືອນໄພລະວັງການເດີນທາງລະດູຝົນ

Related Posts

ປະຕິບັດການ! ຊອກຫາພໍ່ຕູ້ພວງຫລົງປ່າ ຂ່າວສານບ້ານເມືອງ
ນາຍົກລັດຖະມົນຕີ ຖະແຫລງກ່ຽວ ກັບການສືບຕໍ່ປະຕິບັດມາດຕະການສະກັດກັ້ນ ແລະ ຕ້ານການລະບາດຂອງພະຍາດ ໂ ຄ ວິ ດ ຂ່າວສານບ້ານເມືອງ
ເຫດ ຍິ ງ ນາຍບ້ານ ແລ້ວ ຈູ ດ ເຮືອນ ເ ຜົ າ ຕົນເອງ ທີ່ເມືອງຊະນະສົມບູນ ແຂວງຈຳປາສັກ ຂ່າວສານບ້ານເມືອງ
ປະກາດຫາຍາດພີ່ນ້ອງຜູ່ເສຍຊີວິດ (ກົດເບິ່ງຮູບແຈ້ງ) ຂ່າວສານບ້ານເມືອງ
ທະຫານຊາຍແດນລ າ ດ ຕ ະ ເ ວ ນ ພົ ບຢ າ ເ ຊື່ ອ ງ ໄວ້ຢູ່ແຄມນ້ຳຂອງ 1.500.000 ກວ່າເ ມັ ດ ຂ່າວສານບ້ານເມືອງ
ສ. ເກົາຫລີ ຊ່ວຍເຫລືອ ອຸປະກອນການແພດຕ້ານພະຍາດ ໂ ຄ ວິ ດ ແກ່ ສປປ ລາວ ມູນຄ່າ100.000ກວ່າໂດລາສະຫະລັດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme