Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສະຫາຍ ປອ ໂພໄຊ ໄຊຍະສອນ ຂຶ້ນເປັນເຈົ້າແຂວງສາລະວັນ ຜູ່ໃຫມ່

Posted on 11/09/202011/09/2020 By All in LAOS No Comments on ສະຫາຍ ປອ ໂພໄຊ ໄຊຍະສອນ ຂຶ້ນເປັນເຈົ້າແຂວງສາລະວັນ ຜູ່ໃຫມ່

ສາລະວັນ: ມອບ_ຮັບຫນ້າທີ່ລະຫວ່າງເລຂາພັກແຂວງເຈົ້າແຂວງສາລະວັນຜູ້ຝ່ເກົ່າແລະຜູ່ໃຫມ່.

ມອບ-ຮັບໜ້າທີ່ລະຫວ່າງ ສະຫາຍ ສີສຸວັນ ວົງຈອມສີ ກໍາມະການສູນກາງພັກ ເລຂາພັກແຂວງເຈົ້າແຂວງໆສາລະວັນ (ຜູ່ເກົ່າ) ແລະ ສະຫາຍ ປອ ໂພໄຊ ໄຊຍະສອນ ກໍາມະການສໍາຮອງສູນກາງພັກ ເລຂາພັກແຂວງ ຮັກສາການເຈົ້າແຂວງໆສາລະວັນຜູ້ໃຫມ່ ຈັດຂຶ້ນໃນວັນທີ 11 ກັນຍາ 2020 ທີ່ສະໂມສອນຂອງແຂວງ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ມີຄະນະປະຈໍາພັກແຂວງ ກໍາມະການພັກແຂວງ ຫົວໜ້າພະແນກການ ອົງການທຽບເທົ່າອອ້ມຂ້າງແຂວງເຂົ້າຮ່ວມ

ການມອບ-ຮັບໜ້າທີ່ຄັ້ງນີ້ແມ່ນປະຕິປະບັດມະຕິຕົກລົງ ຂອງກົມການເມືອງສູນກາງພັກເລກທີ 116 ຂອງ ກົມການເມືອງສູນກາງພັກ ລົງວັນທີ 19 ສິງຫາ 2020 ໂດຍເຫັນດີໃຫ້ ສະຫາຍ ສີສຸວັນ ວົງຈອມສີ ອອກພັກການ ຮັບອຸດໜູນບໍານານ ແລະ ຕົກລົງແຕ່ງຕັ້ງ ສະຫາຍ ປອ ໂພໄຊ ໄຊຍະສອນ ກໍາມະການສໍາຮອງສູນກາງພັກ ເປັນເລຂາພັກແຂວງ ຮັກສາການເຈົ້າແຂວງໆສາລະວັນຜູ້ໃຫມ່ ພ້ອມດຽວກັນນີ້ຍັງໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບການຊີ້ນຳ-ນຳພາຂອງຄະນະບໍລິຫານງານພັກແຂວງ ໃນໄລຍະຜ່ານມາ, ເຊິ່ງຄະນະພັກ-ອົງການປົກຄອງທຸກຂັ້ນໃນທົ່ວແຂວງ ໄດ້ສຸມທຸກກຳລັງກາຍ ແລະ ສິຕິປັນຍາ ເພື່ອນຳພາ, ຊີ້ນຳ, ບັນຊາ ແລະ ຈັດຕັ້ງປະຕິບັດດ້ວຍຄວາມເປັນເຈົ້າການ, ບຸກທະລຸ ແລະ ຂຸດຄົ້ນນຳໃຊ້ທຸກທ່າແຮງບົ່ມຊ້ອນຂອງທ້ອງຖິ່ນ, ສ້າງເງື່ອນໄຂ, ກາລະໂອກາດດຶງດູດຍາດແຍ່ງການຊ່ວຍເຫລືອ ແລະ ການລົງ ທຶນຈາກພາຍໃນ ແລະ ຕ່າງປະເທດເຂົ້າໃນການພັດທະນາແຂວງສາລະວັນ ພາຍໃຕ້ການຮ່ວມຈິດຮ່ວມໃຈ ແລະ ສາມັກຄີເອກະພາບໃນທົ່ວພັກ, ທົ່ວປວງຊົນຊາວ ແຂວງສາລະວັນ.

ມາຮອດປັດຈຸບັນ ເຫັນວ່າ ແຂວງສາລະວັນ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແລະ ມີການຫັນປ່ຽນຢ່າງຮອບດ້ານ ສາລະວັນເປັນແຂວງໜຶ່ງທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ແລະພະຍາດຕາມລະດູການ ໂດຍສະ ເພາະພະຍາດໄຂ້ຍຸງລາຍ ອັນເຮັດໃຫ້ສະພາບການຂະຫຍາຍຕົວຂອງເສດຖະກິດ ມີຄວາມຫຍຸ້ງຍາກ ແລະ ບໍ່ສາມາດບັນລຸຕາມແຜນການທີ່ວາງໄວ້, ແນວໃດກໍຕາມ ຄະນະນຳຂອງແຂວງ ກໍໄດ້ສຸມທຸກກຳລັງແຮງ ແລະທຸກຄວາມສາມາດຈົນນຳພາປະຊາຊົນບັນດາເຜົ່າບຸກບືນ ແລະ ຜ່ານຜ່າສິ່ງທ້າທາຍຕ່າງໆ ເພື່ອກະກຽມ ການດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ IX ໃຫ້ເປັນຂະບວນຟົດຟື້ນ.

ໂອກາດນີ້, ສະຫາຍ ພັນຄຳ ວິພາວັນ ໄດ້ມີຄໍາເຫັນໂອ້ລົມ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ຂອງຄະນະບໍລິຫານງານພັກແຂວງຍາດມາໄດ້ໃນໄລຍະຜ່ານມາ ເຮັດໃຫ້ແຂວງສາລະວັນ ໄດ້ຮັບການພັດທະນາເປັນກ້າວໆ, ພ້ອມນີ້ ສະຫາຍ ຍັງໄດ້ເນັ້ນໃຫ້ແຂວງເປັນເອກະພາບສູງ, ສືບຕໍ່ການກຽມການດໍາເນີນກອງປະຊຸມໃຫ່ຍຄັ້ງທີ 9 ໃຫ້ມີຜົນສໍາເລັດ ນຳພາສຶກສາອົບຮົມ ແນວຄິດໃຫ້ພະນັກງານແຕ່ລະຂະແໜງ, ເມືອງ ແລະ ປະຊາຊົນ ເຂົ້າໃຈເຫດ ຜົນຂອງການປ່ຽນການນຳພາສືບຕໍ່ປົກປັກຮັກສາຄວາມສາມັກຄີພາຍໃນໃຫ້ໜັກໜ້ນ, ມີຄວາມເປັນເອກະພາບ, ທັງເປັນຄັນທຸງຫລັກແຫລ່ງແກ່ນສານ ໃນການເຕົ້າໂຮມຄວາມສາມັກຄີບັນດາເຜົ່າ, ສຶກສາອົບຮົມການເມືອງແນວຄິດໃນຖັນແຖວພະນັກງານສະມາຊິກພັກ ໃຫ້ມີແນວຄິດການເມືອງໜັກແໜ້ນ, ມີຄວາມສາມັກຄີ, ຈົງຮັກພັກດີ ແລະ ມີຄວາມຮັບຜິດຊອບຕໍ່ການມອບໝາຍ. ເພື່ອເຮັດໃຫ້ການພັດທະ ນາເສດຖະກິດ-ສັງຄົມຂອງແຂວງສາລະວັນ ໄດ້ຮັບການຈັດຕັ້ງປະຕິ ບັດຢ່າງມີປະສິດທິຜົນສູງຂຶ້ນ

ພ້ອມນັ້ນ ສະຫາຍ ຍັງໄດຮຽກຮ້ອງໃຫ້ຜູ້ທີ່ຮັບໜ້າທີ່ໃຫ່ມ ຕ້ອງຝຶກຜົນຕົນເອງ ໃຫ້ສົມກັບໜ້າທີ່ການເມືອງ ທີ່ການຈັດຕັ້ງມອບໝາຍໃຫ້ ສືບຕໍ່ ພັດທະນາແຂວງສາລະວັນ ໃຫ້ມີໃບໜ້າໃໝ່ ຍິ່ງໃຫ່ຍກວ່າເກົ່າ

ຂ່າວ ສິງທອງ ຄໍາບຸນຈູມ

ຂ່າວສານບ້ານເມືອງ

Post navigation

Previous Post: ຫ້ອງເຕັກນິກ ທະຫານແຂວງຫຼວງພະບາງ ຈັດຕັ້ງເຊື່ອມຊຶມເອກະສານທີ່ສໍາຄັນຂອງຊາດ
Next Post: ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມຄະນະເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຜົ້ງສາລີ

Related Posts

ບ້ານດອນຂັນເທີງ ເມືອງສຸຂຸມມາ ຖ້ວມແລ້ວ (ມີຄລິບ) ຂ່າວສານບ້ານເມືອງ
ສປປ ລາວ ຈະກໍາຈັດພະຍາດໄຂ້ມາລາເຣຍໃຫ້ໝົດໄປພາຍໃນປີ 2030 ຂ່າວສານບ້ານເມືອງ
ນາຍົກລັດ​ຖະ​ມົນ​ຕີ ເນັ້ນ​ໃຫ້ຂະແໜງການທະນາຄານເອົາ​ໃຈ​ໃສ່​ຕື່ມ​ບາງ​ບັນ​ຫາ​ສຳ​ຄັນ ຂ່າວສານບ້ານເມືອງ
ຮ່ອນຄຳ ວິຊາຫາກີນ ພູມປັນຍາ ຄົນລາວຫຼາຍຊົ່ວຄົນມາແລ້ວ ຂ່າວສານບ້ານເມືອງ
ປະກາດຫາຍາດພີ່ນ້ອງຜູ່ເສຍຊີວິດ ອຸບັດຕິເຫດທີ່ເມືອງໂພນທອງ ແຂວງຈໍາປາສັກ ຂ່າວສານບ້ານເມືອງ
ພາສີ ປະຈໍາດ່ານສາກົນ ຂົວມິດຕະພາບ 3 ເກັບລາຍຮັບໄດ້ 42,43% ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme