Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເສັ້ນທາງການຕິດເຊື້ອໂຄວິດ-19 ຂອງກໍລະນີທີ 23

Posted on 11/09/202011/09/2020 By All in LAOS No Comments on ເສັ້ນທາງການຕິດເຊື້ອໂຄວິດ-19 ຂອງກໍລະນີທີ 23

ຈາກກໍລະນີການລາຍງານຂອງ ຄະນະສະເພາະກິດ ກວດພົບຜູ່ຕິດເຊື້ອໂຄວິດ-19 ເພີ່ມ 1 ຄົນ ເປັນເພດຊາຍ ອາຍຸ 29 ປີ, ສັນຊາດລາວ, ອາຊີບ ນັກກິລາກອງທັບ ເຊີ່ງກ່ອນໜ້າຜູ້ກ່ຽວໄດ້ເດີນທາງໄປ ສ ຣັດເຊຍ. ກວດພົບຢູ່ສູນກັກກັນແຮງງານຫຼັກ 27. ເຮັດໃຫ້ຕົວເລກສະສົມ ຜູ່ຕິດເຊື້ອຢູ່ ສປປລາວ ເພີ່ມເປັນ 23 ຄົນ, ກໍາລັງປິ່ນປົວຢູ່ ໂຮງໝໍ 150 ຕຽງ 2 ຄົນ, ປົວຫາຍດີແລ້ວ 21 ຄົນ (ກັບບ້ານແລ້ວ). ສ່ວນລາຍລະອຽດ ຂອງເສັ້ນທາງຕິດເຊື້ອ ມີດັ່ງນີ້:

ວັນທີ 8 ສິງຫາ 2020: ເດີນທາງຈາກ ສປປ ລາວ ເວລາ 13:50 ໂມງ ໄປປະເທດຣັດເຊຍ ໂດຍຜ່ານ ປະເທດຫວຽດນາມ, ຜູ້ກ່ຽວເດີນທາງ ໂດຍສາຍການບິນເໝົາລຳຫວຽດນາມໄປ ສ ຣັດເຊຍ; ກ່ອນໜ້າເດີນທາງອອກ ສປປ ລາວ, ຜູ້ກ່ຽວໄດ້ກວດຫາເຊື້ອ COVID-19 (ຄັ້ງທີ 1) ເວລາ 9:00 ໂມງ;

ວັນທີ 9 ສິງຫາ 2020: ເດີນທາງຮອດ ສ. ຣັດເຊຍ ວັນທີ 09 ສິງຫາ 2020 , ທີມແພດໄດ້ເກັບຕົວຢ່າງ ກວດຫາເຊື້ອ COVID-19ໃນມື້ທຳອິດ ແລະ ກັກໂຕຢູ່ໂຮງແຮມແຕ່ວັນທີ 09 ຫາ ວັນທ 11 ສິງຫາ 2020; ຜົນກວດບໍ່ພົບເຊື້ອ COVID-19 (ຄັ້ງທີ 2);

ວັນທີ 12 ສິງຫາ ຫາ ວັນທີ 7 ກັນຍາ 2020 : ຢູ່ຄ້າຍທະຫານ, ເວລາໄປຮອດຄ້າຍທະຫານ ໄດ້ເກັບຕົວຢ່າງ ເພື່ອກວດຫາເຊື້ອ COVID-19 (ຄັ້ງທີ 3) ແລະ ຜົນກວດແມ່ນບໍ່ພົບເຊື້ອ. ທີມງານນັກກິລາ ໄດ້ອາໄສຢູ່ຄ້າຍທະຫານ ຈົນຮອດມື້ເດີນທາງກັບ ສປປ ລາວ. ເວລາກິນອາຫານແມ່ນກິນແບບບຸບເຟ່; ໃນໄລຍະທີ່ຢູ່ ສ ຣັດເຊຍ ບໍ່ໄດ້ໄປຮວ່ມກຸ່ມກັບທີມງານຊາດອື່ນ; ໃນນີ້ ວັນທີ 26 ສິງຫາ 2020: ມີໄຂ້ຄີງຮ້ອນ ໄດ້ພົບແພດ, ໄດ້ກິນຢາດີຫວັດ ແລະ ຢາຕ້ານເຊື້ອ ຈໍານວນ 02 ແຜງ ຫຼັງຈາກນັ້ນອາການດີຂື້ນ;

ວັນທີ 7 ກັນຍາ 2020 : ເດີນທາງຈາກ ສ ຣັດເຊຍ ມາ ສສ ຫວຽດນາມ, ໃນຖ້ຽວບິນມີຜູ້ໂດຍສານ ທັງໝົດປະມານ 200 ປາຍຄົນ, ໃນນັ້ນມີຄົນສັນຊາດຫວຽດນາມປະມານ 100 ປາຍຄົນ, ຍົນໄດ້ລົງສະໜາມບິນຫວຽດນາມ ເພື່ອໃຫ້ຜູ້ໂດຍສານຫວຽດນາມລົງ ແຕ່ຜູ້ໂດຍສານຄົນລາວນັ່ງຖ້າໃນຍົນ; ມາຮອດ ສສ ຫວຽດນາມວັນທີ 08 ກັນຍາ 2020; ຜູ້ໂດຍສານເທິງເຮືອບິນທັງໝົດ ໄດ້ໃສ່ຊຸດປ້ອງກັນໂຕ (PPE), ຜູ້ກ່ຽວນັ່ງຕັ່ງເລກທີ 51 E;

ວັນທີ 8 ກັນຍາ 2020 : ໃນຖ້ຽວບິນຈາກ ສສ ຫວຽດນາມ ມາຈາກ ສປປ ລາວມີຜູ້ໂດຍສານທັງໝົດ 101 ຄົນ (ນັກກິລາທະຫານ 42, ນັກຮຽນທະຫານ 43, ຈຸບິນ 07 ຄົນ, ແພດ 04 ຄົນ, 05 ຄົນ ແມ່ນນັກສຶກສາຝ່າຍປົກຄອງພົນລະເຮືອນ); ເດີນທາງມາຮອດ ສປປ ລາວ ເວລາ 9 ໂມງເຊົ້າ ແລະ ເດີນທາງໄປສູນກັກກັນຫຼັກ 27 ດວ້ຍລົດເມ; ຜູ້ໂດຍສານທັງໝົດໄດ້ແກ້ຊຸດປ້ອງກັນໂຕ (PPE) ຢູ່ລົດເມ ກ່ອນລົງສູນກັກກັນຫຼັກ 27; ໄດ້ເກັບຕົວຢ່າງກວດຫາເຊື້ອ COVID-19 ຢູ່ ສູນກັກກັນຫຼັກ 27 (ຄັ້ງທີ 1 ຫຼັງຈາກມາຮອດ ສປປ ລາວ). ໃນເວລາຢູ່ສູນກັກກັນລາວອາໄສຢູ່ກັບໝູ່ 2 ຄົນ;

ວັນທີ 9 ກັນຍາ 2020 : ຜົນກວດຫາເຊື້ອ COVID-19 ບໍ່ຊັດເຈນ

ວັນທີ 10 ກັນຍາ 2020 : ໄດ້ເກັບຕົວຢ່າງຄືນຄັ້ງທີ 2 ເວລາ 09:30 ໂມງ, ຕົວຢ່າງມາຮອດ ສວລ ໃນເວລາ 11:00 ໂມງ; ຜົນກວດອອກມາພົບເຊື້ອພະຍາດ COVID-19

ຂ່າວກ່ອນໜ້ານີ້

ດ່ວນທີ່ສຸດ ມື້ນີ້ ວັນທີ 11 ກັນຍາ 2020 ຄະນະສະເພາະກິດ ໄດ້ຈັດພິທີຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ເຊິ່ງເປັນຂ່າວຮ້າຍ ພົບຜູ້ຕິດເຊື້ອພະຍາດດັ່ງກ່າວເພີ່ມອີກ 1 ຄົນ ເປັນກໍລະນີນໍາເຂົ້າ ທີ່ເດີນທາງມາແຕ່ລັດເຊຍ.

ດ່ວນທີ່ສຸດ ມື້ນີ້ ວັນທີ 11 ກັນຍາ 2020 ຄະນະສະເພາະກິດ ໄດ້ຈັດພິທີຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ເຊິ່ງເປັນຂ່າວຮ້າຍ ພົບຜູ້ຕິດເຊື້ອພະຍາດດັ່ງກ່າວເພີ່ມອີກ 1ຄົນ ເປັນກໍລະນີນໍາເຂົ້າ..

ຜູ່ຕິດເຊື້ອໂຄວິດ-19 ເພີ່ມ 1 ຄົນ ເປັນເພດຊາຍ ອາຍຸ 29 ປີ, ສັນຊາດລາວ, ອາຊີບ ນັກກິລາກອງທັບ ເຊີ່ງກ່ອນໜ້າຜູ້ກ່ຽວໄດ້ເດີນທາງໄປ ສ ຣັດເຊຍ. ກວດພົບຢູ່ສູນກັກກັນແຮງງານຫຼັກ 27.

ຄລິບຖະແຫຼງຂ່າວ

ເລື່ອງເດັ່ນ

Post navigation

Previous Post: ເຈົ້າເມືອງວິລະບູລີພ້ອມຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງລົງຊຸກຍູ້ຊີ້ນຳໆພາການສ້ອມແປງເສັ້ນເລກທີ10
Next Post: ຫ້ອງເຕັກນິກ ທະຫານແຂວງຫຼວງພະບາງ ຈັດຕັ້ງເຊື່ອມຊຶມເອກະສານທີ່ສໍາຄັນຂອງຊາດ

Related Posts

ເຈົ້າແຂວງອຸດົມໄຊ ລົງເຄື່ອນໄຫວຕິດຕາມສະພາບຝົນຕົກນ້ຳຖ້ວມຢູ່ພາຍໃນແຂວງ ຂ່າວສານບ້ານເມືອງ
ນໍ້າຖ້ວມບ້ານປາກແຟນ ເມືອງຊຽງເງິນໄດ້ຮັບຜົນເສຍຫາຍໜັກ ຂ່າວສານບ້ານເມືອງ
ລົດໃຫຍ່ຂີ່ລົດສວານເລນທາງວົງວຽນ ຕໍາລົດຈັກ ເສຍຊີວິດ 2 ຄົນ (ມີຄລິບຕອນຕໍາ) ຂ່າວສານບ້ານເມືອງ
WHY DOGS LIVE LESS THAN HUMAN ເລື່ອງເດັ່ນ
ນຳຕົວຜູ້ຖືກຫາຄະດີຂົ່ມຂືນທຳຊຳເລົາເດັກ ເຮັດແຜນທົດສະກຳປະກອບສຳນວນຄະດີ ຂ່າວສານບ້ານເມືອງ
ຕົ້ນໄມ້ຫັກທັບເສົາໄຟຫັກ 4 ຕົ້ນ ແລະ ຫມໍ້ນັບໄຟແຕກ 4 ຫນ່ວຍ ຢູ່ບ້ານໜອງບຶກເໜືອ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme