Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເຈົ້າເມືອງວິລະບູລີພ້ອມຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງລົງຊຸກຍູ້ຊີ້ນຳໆພາການສ້ອມແປງເສັ້ນເລກທີ10

Posted on 11/09/202011/09/2020 By News No Comments on ເຈົ້າເມືອງວິລະບູລີພ້ອມຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງລົງຊຸກຍູ້ຊີ້ນຳໆພາການສ້ອມແປງເສັ້ນເລກທີ10

ເພື່ອເປັນການພັດທະນາພື້ນຖານໂຄງລ່າງຕ່າງໆພາຍໃນເມືອງວິລະບູລີ ແລະ ເພື່ອເປັນການແກ້ໄຂບັນຫາການສັນຈອນໄປມາ ຂອງຜູ້ໃຊ້ລົດໃຊ້ຖະໜົນທີ່ພົບກັບຄວາມຫຍຸ້ງຍາກຫຼາຍສົມຄວນ ໃນຊ່ວງລະດູຝົນນີ້ ຕາມເສັ້ນທາງສາຍຫຼັກຂອງເມືອງ ເວົ້າລວມ, ເວົ້າສະເພາະ ກໍ່ແມ່ນເສັ້ນທາງເລກທີ 10 ທີ່ຜ່ານເມືອງວິລະບູລີ ເນື່ອງຈາກວ່າເສັ້ນທາງດັ່ງກ່າວ ແມ່ນໄດ້ມີການເປ້ເພໜັກສົມຄວນໃນໄລຍະທີ່ຜ່ານມາ.

ເມື່ອເຫັນໄດ້ຄືແນວນັ້ນທາງການນໍາຂັ້ນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງຈຶ່ງໄດ້ຊອກຫາແຫຼ່ງທຶນຈໍານວນໜຶ່ງ ໂດຍແມ່ນໄດ້ລະດົມທຶນຈາກບັນດານັກທຸລະກິດພາຍໃນເມືອງ ໂດຍສະເພາະກໍ່ແມ່ນຜູ້ທີ່ມີເຄື່ອງກົນຈັກໜັກ ທີ່ໃຊ້ເຂົ້າໃນການເຮັດທາງ, ນໍ້າມັນໃສ່ລົດ ແລະ ເງິນສົດຈໍານວນໜຶ່ງ ເພື່ອນໍາໃຊ້ເຂົ້າໃນການສ້ອມແປງທາງເລກທີ 10 ໃນຄັ້ງນີ້ ເພື່ອແກ້ໄຂສຸກເສີນໃນຊ່ວງລະດູຝົນນີ້ກ່ອນ; ແລະ ມາໃນຕອນບ່າຍຂອງວັນທີ 7 ກັນຍາ 2020 ທີ່ຜ່ານມານີ້ ທ່ານ ຄໍາຜຸຍ ສີບຸນເຮືອງ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງ ວິລະບູລີ, ມີທ່ານ ຮອງເລຂາພັກເມືອງ, ທ່ານ ຮອງເຈົ້າເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ, ຫ້ອງວ່າການເມືອງ ແລະ ຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງວິລະບູລີ ພ້ອມດ້ວຍຄະນະວິຊາການ ກໍ່ໄດ້ພ້ອມກັນລົງໄປຕິດຕາມຊຸກຍູ້, ຊີ້ນໍາ-ນໍາພາ ການສ້ອມແປງເສັ້ນທາງເລກທີ 10 ເຊິ່ງນັບແຕ່ເຂດເທດສະບານເມືອງວິລະບູລີ ຫາບ້ານໃໝ່ ກຸ່ມບ້ານທີ 5 ຂອງເມືອງວິລະບູລີ ເຊິ່ງມີຄວາມຍາວທັງໝົດ 12,5 ກິໂລແມັດ, ກວ້າງ 5 ແມັດ ແລະ ໄດ້ລົງມືຈັດຕັ້ງປະຕິບັດສ້ອມແປງມາແຕ່ທ້າຍເດືອນສິງຫາ 2020 ທີ່ຜ່ານມາ

ຄາດວ່າຖ້າສະພາບອາດກາດເອື້ອອໍານວຍຝົນບໍ່ຕົກລົງຫຼາຍ ກໍ່ຈະໃຫ້ສໍາເລັດໃນ ທ້າຍເດືອນກັນຍາ 2020ນີ້; ໜ້າວຽກທີ່ສ້ອມແປງໃນຄັ້ງນີ້ ກໍ່ແມ່ນໄດ້ໃຊ້ລົດກວາດປັບຮູບໜ້າທາງ, ໃຊ້ດິນຖົມໃນຈຸດທີ່ເປັນຂຸມເລິກ ແລະ ໃຊ້ລົດໂລ ພ້ອມທັງເຮັດອະນາໄມຮ່ອງລະບາຍນໍ້າແຄມທາງ ເພື່ອໃຫ້ນໍ້າໄຫຼໄດ້ສະດວກ ແລະ ບໍ່ໄຫຼຖ້ວມທາງ. ພາຍຫຼັງສ້ອມແປງສໍາແລ້ວ ກໍ່ຈະເຮັດໃຫ້ການສັນຈອນໄປມາໃນເສັ້ນທາງສາຍດັ່ງກ່າວ ຂອງຜູ້ໃຊ້ລົດໃຊ້ຖະໜົນ ໄດ້ມີຄວາມສະດວກສະບາຍຫຼາຍຂຶ້ນກວ່າເກົ່າ.

ຂ່າວ – ພາບ : ວິໄລວັນ ນັກຂ່າວເມືອງວິລະບູລີ

ຂ່າວສານບ້ານເມືອງ

Post navigation

Previous Post: ກອງປະຊຸມໃຫຍ່ຜູ້ແທນສະຫະພັນນັກຮົບເກົ່າແຂວງສະຫວັນນະເຂດ ຄັ້ງທີ IV ດໍາເນີນໄປດ້ວຍຜົນສໍາເລັດ ໂດຍເລືອກໄດ້ ສະຫາຍ ພັທ ບຸນມາ ສອນໄຊຍະວົງ ເປັນປະທານຄະນະບໍລິຫານງານ
Next Post: ເສັ້ນທາງການຕິດເຊື້ອໂຄວິດ-19 ຂອງກໍລະນີທີ 23

Related Posts

ນໍ້າໃຈຄົນລາວ! ຊ່ວຍເຫຼືອກັນໃນຍາມວິກິດ ຂ່າວສານບ້ານເມືອງ
ການຈັດຕັ້ງປະຕິບັດແຜນເງິນຕາ ປີ 2022 ແລະ ແຜນເງິນຕາປະຈໍາປີ 2023 ຂ່າວສານບ້ານເມືອງ
ແຈ້ງເຕືອນໄພ! ນໍ້າຖ້ວມຂໍໃຫ້ເຝົ້າລະວັງ ຂ່າວສານບ້ານເມືອງ
ກອງບັນຊາການທະຫານຊາຍແດນແຂວງກວາງຈິ ສສ ຫວຽດນາມມອບເຄື່ອງຊ່ວຍເຫຼືອ ຂ່າວສານບ້ານເມືອງ
ລົດເມ ບໍ່ແກ້ວ-ນະຄອນຫຼວງວຽງຈັນ ປີ້ນ ເຈັບ 6 ຄົນ ເຂດ ຂົວນໍ້າເປາະ ຂ່າວສານບ້ານເມືອງ
ນັກຮຽນຊັ້ນປະຖົມ 46 ແຫ່ງທົ່ວເມືອງອຸທຸມພອນ ຈະໄດ້ຮັບອຸປະກອນການຮຽນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme