Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກອງປະຊຸມໃຫຍ່ຜູ້ແທນສະຫະພັນນັກຮົບເກົ່າແຂວງສະຫວັນນະເຂດ ຄັ້ງທີ IV ດໍາເນີນໄປດ້ວຍຜົນສໍາເລັດ ໂດຍເລືອກໄດ້ ສະຫາຍ ພັທ ບຸນມາ ສອນໄຊຍະວົງ ເປັນປະທານຄະນະບໍລິຫານງານ

Posted on 11/09/202011/09/2020 By News No Comments on ກອງປະຊຸມໃຫຍ່ຜູ້ແທນສະຫະພັນນັກຮົບເກົ່າແຂວງສະຫວັນນະເຂດ ຄັ້ງທີ IV ດໍາເນີນໄປດ້ວຍຜົນສໍາເລັດ ໂດຍເລືອກໄດ້ ສະຫາຍ ພັທ ບຸນມາ ສອນໄຊຍະວົງ ເປັນປະທານຄະນະບໍລິຫານງານ

ວັນທີ 10 ກັນຍາ 2020 ທີ່ສະໂມສອນຫ້ອງວ່າການປົກຄອງແຂວງ ສະຫະພັນນັກຮົບເກົ່າແຂວງສະຫວັນນະເຂດ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ IV ໂດຍການເຂົ້າຮ່ວມຂອງ ທ່ານ ພົນຈັດຕະວາ ສົມພອນ ແກ້ວມີໄຊ ເລຂາຄະນະພັກ ປະທານສະພັນນັກຮົບເກົ່າແຫ່ງຊາດລາວ, ທ່ານ ສົມເພັດ ອິນທະທິລາດ ກໍາມະການປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ, ທ່ານ ພັນໂທ ບຸນຕາ ນິນທາ ກຳມະການສະຫະພັນນັກຮົບເກົ່າແຫ່ງຊາດລາວ ປະທານສະຫະພັນນັກຮົບເກົ່າແຂວງສະຫວັນນະເຂດ, ມີສະຫະພັນນັກຮົບເກົ່າແຂວງຄຳມ່ວນ ແລະ ບັນດາສະຫະພັນນັກຮົບເກົ່າຈາກພະແນກການ-ກົມກອງອອ້ມຂ້າງແຂວງ 14 ເມືອງ ແລະ 1 ນະຄອນເຂົ້າຮ່ວມ ໃນນັ້ນມີຜູ້ແທນສົມບູນ 100 ທ່ານ, ຍິງ 3 ທ່ານ ທີ່ເປັນຕົວແທນໃຫ້ສະຫະພັນນັກຮົບເກົ່າ 5000 ກວ່າທ່ານເຂົ້າຮ່ວມ.

ໂອກາດນີ້ ທ່ານ ພັນເອກ ສະຫວັນທອງ ພູນຊັບ ຮອງປະທານສະຫະພັນນັກຮົບເກົ່າແຂວງ ຜ່ານບົດລາຍງານການເມືອງ 5 ປີ ຜ່ານມາ ຄືແຕ່ປີ 2014-2019 ແລະ ຜ່ານທິດທາງແຜນການ ຄາດໝາຍສູ້ຊົນແຕ່ລະດ້ານໃນ 5 ປີຕໍ່ໜ້າ ປີ 2020-2024 ການຈັດຕັ້ງມະຕິກອງປະຊຸມໃຫຍ່ນັກຮົບເກົ່າແຂວງສະຫວັນນະເຂດຄັ້ງທີ III ໃນໄລຍະ 5 ປີທີ່ຜ່ານແມ່ນດໍາເນີນໄປໃນທ່າມກາງຂອງສາກົນ ແລະ ພາກພື້ນພວມຜັນແປໄປຢ່າງສະຫຼັບຊັບຊ້ອນ ເຊິ່ງມີຫຼາຍດ້ານທີ່ເປັນກາລະໂອກາດອັນເອື້ອຍອໍານວຍ ແລະ ສິ່ງທີ່ທ້າທາຍທົດສອບຫຼາຍປະການເປັນຕົ້ນ ດ້ານວຽກງານການສຶກສາອົບຮົບການເມືອງ-ແນວຄິດຄະນະສະຫະພັນນັກຮົບເກົ່າແຕ່ລະຂັ້ນ ໂດຍສະເພາະຂັ້ນແຂວງໄດ້ເອົາໃຈໃສ່ວຽກງານສຶກສາອົບຮົມ-ນໍາພາແນວຄິດຖັນແຖວພະນັກງານນັກຮົບເກົ່າ, ພະນັກງານ, ລັດຖະກອນທີ່ຢູ່ໃນຄວາມຮັບຜິດຊອບຂັ້ນຂອງຕົນດ້ວຍຫຼາຍຮູບ, ຫຼາຍວິທີ, ເຊິ່ງໄດ້ເພີ່ມທະວີການຫັນລົງຮາກຖານໃນຂອບເຂດທົ່ວແຂວງຢ່າງຕໍ່ເນື່ອງ, ເຄື່ອນໄຫວພົບປະປຶກສາຫາລື, ແລກປ່ຽນຄວາມຄິດເຫັນກັບຄະນະພັກ-ອົງການປົກຄອງ ແລະ ສະຫະພັນນັກຮົບເກົ່າຂັ້ນທ້ອງຖິ່ນແຕ່ລະຂັ້ນ. ໂດຍສົມທົບກັບຄະນະພັກຄະນະປົກຄອງທ້ອງຖິ່ນປັບປຸງບູລະນະການຈັດຕັ້ງມີແບບແຜນການເຄື່ອນໄຫວຂອງສະຫະພັນນັກຮົບເກົ່າແຕ່ລະຂັ້ນ, ຈັດວາງໂຄງປະກອບບຸກຄະລາກອນມອບໝາຍໜ້າທີ່ໃຫ້ພະນັກງານ, ປຸກລະດົມຂະບວນຂໍ້ແຂ່ງຂັນ 3ດີ 6 ຮັກສາ ຕິດພັນກັບການແຂ່ງຂັນຮັກຊາດ ແລະ ພັດທະນາ, ປະຕິບັດວຽກງານ 3 ສ້າງບົນຈິດໃຈ ບຸກທະລຸ 4 ດ້ານ, ຊຸກຍູ້ຖັນແຖວນັກຮົບເກົ່າເສີມຂະຫຍາຍມູນເຊື້ອປະຕິວັດອັນດີງາມ, ອອກແຮງງານທຳການຜະລິດ, ແກ້ໄຂຊີວິດເປັນຢູ່ຫຼຸດຜ່ອນຄວາມທຸກຍາກຕາມແນວທາງຂອງພັກ, ເອົາໃຈໃສ່ປົກປ້ອງສິດປະໂຫຍດອັນສອບທຳ.

ທົ່ວແຂວງສະຫວັນນະນະເຂດ ມີໜ່ວຍນັກຮົບເກົ່າຂັ້ນຮາກຖານທັງໝົດ 145 ໜ່ວຍ, ທຽບໃສ 5 ປີຜ່ານມາເພີ່ມຂຶ້ນ 31 ໜ່ວຍ ເທົ່າກັບ 27%, ສະຫະພັນນັກຮົບເກົ່າຂັ້ນເມືອງມີພະນັກງານທັງໝົດ 100 ສະຫາຍ, ຍິງ 31 ສະຫາຍ, ໃນນັ້ນ ມີພະນັກງານບໍານານ 39 ທ່ານ, ທະຫານ 3 ທ່ານ , ຍິງ 1 ທ່ານ, ລັດຖະກອນ 58 ທ່ານ ຍິງ 30 ທ່ານ, ສະຫະພັນນັກຮົບເກົ່າແຂວງມີພະນັກງານທັງໝົດ 20 ທ່ານ , ຍິງ 11 ທ່ານ, ມີພະນັກງານບໍານານ 3 ທ່ານ ຍິງ1 ສະຫາຍ, ທະຫານ 5 ສະຫາຍ ຍິງ 1ສະຫາຍ ແລະ ລັດຖະກອນມີ 12 ສະຫາຍ ຍິງ 9 ສະຫາຍ ທົ່ວສະຫະພັນນັກຮົບເກົ່າແຂວງມີພະນັກງານທັງໝົດ 410 ທ່ານ ຍິງ 44 ທ່ານ, ໃນທົ່ວແຂວງມີສະມາຊິກນັກຮົບເກົ່າທັງໝົດ 5.782 ທ່ານ, ຍິງ334 ທ່ານ ເພີ່ມຂຶ້ນ 782 ທ່ານ ເທົ່າກັບ 14,75%, ສະຫະພັນນັກຮົບເກົ່າທົ່ວແຂວງສາມາດສ້າງກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໄດ້ ທັງໝົດ 17 ກອງ, ທຶນໃນ 14 ເມືອງ 1 ນະຄອນມີສະມາຊິກທັງໝົດ12 ພັນ 231 ຄົນ ຍິງ 4.239ຄົນ ແລະ 976 ຄອບຄົວ. ມີເງິນໝູນວຽນໃນກອງທຶນທັງໝົດ 1 ພັນ 986 ລ້ານ 2ແສນ 97 ພັນກວ່າກີບ, ມອບເງິນນະໂຍບາຍເສຍຊີວິດໄດ້ທັງໝົດ 499 ຄົນຍິງ 20 ຄົນ ເປັນເງິນ 4 ພັນ 452 ລ້ານ 7 ແສນກວ່າກີບ, ນະໂຍບາຍປິ່ນປົວສຸຂະພາບໄດ້ 516 ຄົນ ຍິງ 238 ຄົນ, ເປັນເງິນ 289 ລ້ານ 2 ແສນກວ່າກີບ, ນະໂຍບາຍໃຫ້ສະມາຊິກກູ້ຢືມ 739ລ້ານ 7 ແສນກີບ.

ກອງປະຊຸມຄັ້ງນີ້້ ບັນດາຜູ້ແທນສົມບູນຍັງໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກ ເອົາຄະນະບໍລິຫານງານສະຫະພັນນັກຮົບເກົ່າແຂວງຊຸດໃໝ່ ໃນນີ້ມີຜູ້ລົງສະໝັກເລືອກຕັ້ງທັງໝົດ 7 ທ່ານ ຍິງ 2 ທ່ານ ເລືອກເອົາ 5 ທ່ານ ກອງປະຊຸມຄັ້ງປະຖົມມະລຶກຕົກລົງເຫັນດີເປັນເອກະພາບເລືອກໄດ້ ທ່ານ ພັທ ບຸນມາ ສອນໄຊຍະວົງ ເປັນປະທານຄະນະບໍລິຫານງານສະຫະພັນນັກຮົບເກົ່າແຂວງສະຫວັນນະເຂດ ຊຸດໃໝ່, ເລືອກເອົາ ທ່ານ ພັຕ ນາງ ຈູມຍອດ ນວນສີ ເປັນຮອງປະທານ ທັງເປັນປະທານກວດກາ, ເລືອກເອົາທ່ານ ພັທ ຄຳຫຼ້າ ເທບທອງແສງ ເປັນຮອງປະທານ, ທ່ານ ກອນຕາວັນ ນວນແສງຈັນ ເປັນຮອງປະທານກວດກາ , ທ່ານ ພັທ ວິລະວົງ ມະນີແສງ ແລະ ທ່ານ ພັທ ພູວຽງ ມ້າວຄຳພັນ ເປັນກຳມະການ.

ໂອກາດດຽວນີ້ ທ່ານ ສົມເພັດ ອິນທະທິລາດ ຄະນະປະຈຳພັກແຂວງປະທານແນວລາວສ້າງຊາດແຂວງຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ ກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ ຄະນະສະຫະພັນນັກຮົບເກົ່າແຕ່ລະຂັ້ນວ່າ: ໃຫ້ເອົາໃຈໃສ່ການປະຕິບັດກົດໝາຍວ່າດ້ວຍສາຫະພັນນັກຮົບເກົ່າແຫ່ງຊາດເປັນຕົ້ນຕໍ່ກັບການເຄື່ອນໄຫວຕາມພາລະບົດບາດສິດ ແລະ ໜ້າທີ່ຂອງຕົນລວມທັງແບບແຜນວິທີເຮັດວຽກທີ່ຜ່ານມາ ສິ່ງໃດສອດຄ່ອງກໍ່ໃຫ້ມີການເສີມຂະຫຍາຍ, ແລະ ສິ່ງໃດຂາດຕົກບົກພ່ອງກໍ່ຕ້ອງມີການແກ້ໄຂ ເປັນຕົ້ນແມ່ນບັນຫາພະນັກງານສະມາຊິກສະຫະພັນນັກຮົບເກົ່າ ໂດຍສະເພາະແມ່ນບັນດາສະຫາຍໃນຄະນະພັກສະຫະພັນນັກຮົບເກົ່າແຕ່ລະຂັ້ນ, ຕ້ອງໄດ້ເອົາໃຈໃສ່ເຮັດວຽກສຶກສາອົບຮົມການເມືອງແນວຄິດເຮັດໃຫ້ພະນັງານສະມາຊິກພັກ, ເເຊື່ອມຊືມແນວທາງນະໂຍບາຍຂອງພັກລັດ ມີສະຕິເຄົາລົບກົດໝາຍ ແລະລັດຖະທຳມະນູນ, ຍົກສູງຈິດໃຈເປັນເອກະລາດ ແລະ ສ້າງຄວາມເຂັ້ມແຂວງດ້ວຍຕົນເອງ, ພ້ອມເສີມຂະຫຍາຍມູນເຊື້ອອົງອາດກ້າຫານຂອງພັກ-ລັດ ແລະ ຂອງນັກຮົມລາວ.

ຂ່າວສານບ້ານເມືອງ

Post navigation

Previous Post: ມອບ-ຮັບແຮງງານລາວ 27 ຄົນທີ່ໄປເຮັດວຽກ ຢູ່ຣາຊະອານາຈັກໄທ ກັບຄືນປະເທດ
Next Post: ເຈົ້າເມືອງວິລະບູລີພ້ອມຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງລົງຊຸກຍູ້ຊີ້ນຳໆພາການສ້ອມແປງເສັ້ນເລກທີ10

Related Posts

ຄໍາມ່ວນ ກຽມພ້ອມ​ຈັດງານບຸນນະມັດສະການ ພຣະທາດສີໂຄດຕະບອງ ຂ່າວສານບ້ານເມືອງ
ຂ່າວເສົ້າໃຈ! ຄົນຕິດເຊື້ອ ໂຄວິດຖືພາ 5 ເດືອນ ເ ສ ຍ ຊີ ວິ ດ ທີ່ປາກເຊ ຂ່າວສານບ້ານເມືອງ
ຈີນສືບຕໍ່ສົ່ງທີມແພດມາຊ່ວຍປະເທດລາວກໍາຈັດໂຄວິດ ຂ່າວສານບ້ານເມືອງ
ນໍ້າຫ້ວຍຫຼາເມືອງໄຊຍະບູລີນອງຖ້ວມຂົວຖືກຕັດຂາດ ຂ່າວສານບ້ານເມືອງ
ເຈັບ 1 ຄົນ ລົດຈັກປະທະລົດສາມລໍ້ ທີ່ ນະຄອນ ປາກເຊ ຂ່າວສານບ້ານເມືອງ
3 ຫນ້າວຽກຫຼັກ ຂອງໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ – ຈີນ ຊ່ວງຜ່ານແຂວງອຸດົມໄຊ ມາຮອດປັດຈຸບັນ ແມ່ນສຳເລັດແລ້ວ 93,27% ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme