Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ມອບ-ຮັບແຮງງານລາວ 27 ຄົນທີ່ໄປເຮັດວຽກ ຢູ່ຣາຊະອານາຈັກໄທ ກັບຄືນປະເທດ

Posted on 11/09/202011/09/2020 By All in LAOS No Comments on ມອບ-ຮັບແຮງງານລາວ 27 ຄົນທີ່ໄປເຮັດວຽກ ຢູ່ຣາຊະອານາຈັກໄທ ກັບຄືນປະເທດ

ບໍ່ແກ້ວ: ວັນທີ 10 ກັນຍາ 2020 ນີ້, ຢູ່ຂົວມິດຕິພາບລາວ-ໄທ ແຫ່ງທີ 4 ແຂວງບໍ່ແກ້ວ ໄດ້ມີພິທີມອບ-ຮັບແຮງານລາວ ທີ່ໄປເຮັດວຽກຢູ່ຣາຊະອານາຈັກໄທ ຈຳນວນ 27 ຄົນ, ຍິງ 09 ຄົນກັບຄືນປະເທດ, ໃນນີ້ ແຮງງານຢູ່ແຂວງບໍ່ແກ້ວ ຈຳນວນ 21 ຄົນ, ແຂວງຈຳປາສັກ, ອຸດົມໄຊ ແລະ ຫລວງພະບາງ ແຂວງລະ 2 ຄົນ.

ຈາກນັ້ນ ຄະນະສະເພາະກິດເພື່ອປ້ອງກັນ, ຄວາມຄຸມ ແລະ ແກ້ໄຂພະຍາດ ໂຄວິດ-19 ແຂວງບໍ່ແກ້ວ ຈະໄດ້ນຳສົ່ງໄປຈຳກັດບໍລິເວນຢູ່ສູນ ບ້ານມົກກະຕອກ ເມືອງຫ້ວຍຊາຍ ແລະ ໃນວັນດຽວກັນ ຄະນະສະເພາະກິດແຂວງ ກໍໄດ້ນຳເອົາແຮງງານ ຈາກ ສປ ຈີນ ທີ່ມາສືບຕໍ່ແກ້ໄຂວຽກທີ່ຍັງຄ້າງຄຢູ່ແຂວງບໍ່ແກ້ວ ຈຳນວນ 12 ຄົນ ເຂົ້າມາຈຳກັດບໍລິເວນຢູ່ສູນດັ່ງກ່າວເຊັ່ນກຽວກັນ.

ທ່ານ ນາງ ຈັນທອນ ໄຊຍະວົງ ຜູ້ຮັບຜິດຊອບສູນຈຳກັດບໍລິເວນ ພະຍາດໂຄວິດ 19 ໃຫ້ຮູ້ວ່າ: ມາຮອດປັດຈຸບັນ ມີແຮງງານ ເຂົ້າມາຈຳກັດບໍລິເວນຢູ່ສູນດັ່ງກ່າວທັງໝົດ 263 ຄົນ, ຍິງ 130 ຄົນ ແລະ ໄດ້ອອກໃບຢັ້ງຢືນຕິດຕາມສຸຂະພາບຄົບ 14 ວັນ ຈຳນວນ 237 ຄົນ. ໃນໄລຍະຈຳກັດບໍລິເວນ 14 ວັນນັ້ນ, ຜູ້ຖືກຈຳກັດບໍລິເວນໄດ້ປະຕິບັດຕາມມາດຕະການຄື: ໃສ່ຜ້າອັດປາກ-ດັງ, ຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ ແລະ ມີແພດເຝົ້າຕິດຕາມອາການໃນແຕ່ລະວັນ, ມີການວັດອຸນຫະພູມເຊົ້າ-ແລງ, ເກັບຕົວຢ່າງມາກວດຫາເຊື້ອໂຄວິດ 19 ພາຍຫລັງຄົບ 14 ວັນ ຖ້າບໍ່ພົບເຊື້ອ ທາງຄະນະສູນຈະອອກໃບຢັ້ງຢືນໃຫ້ ແລະ ນຳສົ່ງກັບຄື່ຫາຄອບຄົວ ເພື່ອໃຊ້ຊິດວິດເປັນປົກກະຕິ.

ໂອກາດນີ້, ທ່ານນາງ ຈັນທອນ ໄຊຍະວົງ ຍັງຮຽກຮ້ອງມາຍັງແຮງງານລາວຜູ້ໄປເຮັດວຽກຢູຕ່າງປະເທດ ທີ່ມີຈຸດປະສົ່ງຈະກັບຄືນປະເທດ ໃຫ້ກັບມາແບບຖືກຕ້ອງຕາມລະບຽບກົດໝາຍ, ຖ້າບຸກຄົນໃດຫາກຝາຝືນ ໜ່ວຍສະເພາະກິດກວດພົບເຫັນ ແມ່ນຈະປະຕິບັດຕາມຂັ້ນຕອນຂອງກົດໝາຍ ໂດຍບໍ່ມີຂໍ້ຍົກເວັ້ນໃດໆ. ພ້ອມນີ້, ທ່ານຍັງໄດ້ ຮຽກຮ້ອງມາຍັງທຸກພາກສ່ວນສັງຄົນ ຜູ້ທີ່ມີເງື່ອນໄຂ ໃນການຊ່ວຍເຫລືອເຄື່ອງອຸປະໂພກ-ບໍລິໂພກ, ເຂົ້າສານອາຫານແຫ້ງ ໃຫ້ແກ່ສູນຈຳກັດບໍລິເວນ ບ້ານມົກກະຈອກ ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ ກໍສາມາດຕິດຕໍ່ນຳຄະນະຮັບຜິດຊອບໄດ້ ຫລື ຕິດຕໍ່ຜ່ານໂທລະສັບໝາຍເລກ: 020 55683638 ຫລື 030 4766510. ເນື່ອງຈາກວ່າ ອາຫານການກິນ ແລະ ເຄື່ອງໃຊ້ສອຍຕ່າງໆສຳລັບຜູ້ຈຳກັດບໍລິເວນ ແມ່ນຍັງບໍ່ພຽງພໍ.

ຂ່າວ-ພາບ: ບຸນເພັດ ໄຊຍະວົງ

ກົດນີ້ເລີຍເພື່ອຮັບສ່ວນຫຼຸດ 50%
ຂ່າວສານບ້ານເມືອງ

Post navigation

Previous Post: ຂ່າວດ່ວນພົບລາຍທີ່ 23 ແລ້ວ! ມາຈາກລັດເຊຍ ໂຄວິດ-19 ຢູ່ລາວ
Next Post: ກອງປະຊຸມໃຫຍ່ຜູ້ແທນສະຫະພັນນັກຮົບເກົ່າແຂວງສະຫວັນນະເຂດ ຄັ້ງທີ IV ດໍາເນີນໄປດ້ວຍຜົນສໍາເລັດ ໂດຍເລືອກໄດ້ ສະຫາຍ ພັທ ບຸນມາ ສອນໄຊຍະວົງ ເປັນປະທານຄະນະບໍລິຫານງານ

Related Posts

ສຳມະນາກະກຽມຄວາມພ້ອມເຂົ້າສູ່ ເສດຖະກິດດິຈີຕອນ ແລະ ອຸດສາຫະກຳ 4.0 ຂ່າວສານບ້ານເມືອງ
ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນເມສາ ຄົ້ນຄວ້າພິຈາລະນາຫລາຍບັນຫາສໍາຄັນ ຂ່າວສານບ້ານເມືອງ
ຕິດຢາໜັກ ໄປກໍ່ເຫດລັກສາຍໄຟຟ້າຈັກໂປ່ມນໍ້າ ຖືກຈັບມາລົງໂທດ ຂ່າວສານບ້ານເມືອງ
ຊັອກກັບບາດ! ເມື່ອເຫັນຄ່າໄຟຟ້າເດືອນນີ້ ຂ່າວສານບ້ານເມືອງ
ແຂວງຈຳປາສັກ ຫາລື ໂຄງການກໍ່ສ້າງ ຕົວເມືອງທັນສະໄໝ ຂ່າວສານບ້ານເມືອງ
ຂ່າວບຸນ ພິທີລົງອຸໂປສົດສັງຄະກັມ ຢູ່ທີ່ວັດຮ່ອງຄ້າ ນາຄາຣາມ ເມືອງຈັນທະບູລີ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme