Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເຈົ້າເມືອງອາດສະພອນ ລົງຕິດຕາມການສ້າງຂະບວນການສ້ອມແປງຂົວຫ້ວຍກົກຕານຈຸດສຸມໂນນມີໄຊ

Posted on 11/09/202011/09/2020 By News No Comments on ເຈົ້າເມືອງອາດສະພອນ ລົງຕິດຕາມການສ້າງຂະບວນການສ້ອມແປງຂົວຫ້ວຍກົກຕານຈຸດສຸມໂນນມີໄຊ

ໃນວັນທີ 10 ກັນຍາ 2020 ນີ້ ທ່ານຄຳແພງເພັດທຸມພອນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງອາະພອນ ພ້ອມຄະນະ ລົງຕິດຕາມຂະບວນການສ້ອມແປງຂົວຫ້ວຍກົກຕານ 1 ແລະ 2 ຢູ່ບ້ານໂນນມີໄຊຈຸດສຸມໂນນມີໄຊ ເມືອງອາດສະພອນ

ໂດຍການນຳພາສ້າງຂະບວນການຄັ້ງນີ້ ມີທ່ານດາວເຮືອງແກ້ວມະນີວົງ ກຳະການພັກເມືອງ ຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງທັງແມ່ນຫົວໜ້າຈຸດສຸມໂນນມີໂຊພ້ອມຄະນະ,ຄະນະພັກ-ຄະນະບັນຊາກຳລັງອ້າຍນ້ອງທະຫານກອງພັນ 94, ຄະນະ ປກສ ກຸ່ມບ້ານທີ VIII ພ້ອມດ້ວຍການຈັດຕັ້ງ ແລະ ພໍ່ແມ່ປະຊາຊົນຊາວບ້ານໂນນມີໄຊເຂົ້າຮ່ວມສ້ອມແປງທັງໜົດ 143 ຄົນ, ຍິງ 27 ຄົນ ຂົວດັ່ງກ່າວແມ່ນຕັ້ງຢູ່ສາຍທາງເລກທີ 10, ຂົວຫ້ວຍກົກຕານ 1 ມີຄວາມຍາວ 13 ແມັດ, ກ້ວາງ 5 ແມັດ ໄດ້ປ່ຽນໄມ້ຮອງລໍ້ໃໝ່, ຂົວຫ້ວຍກົກຕານ 2 ມີຄວາມຍາວ 12 ແມັດ, ກ້ວາງ 5 ແມັດ ໄດ້ປ່ຽນຖ່າຍໄມ້ຂາງຂົວ, ແປ້ນປູພື້ນຂົວ, ແປ້ນຮອງລໍ້ໂຕທີ່ໃຊ້ງານບໍ່ໄດ້ອອກ, ພ້ອມທັງຂຸດດິນຖົມສົ້ນຂົວ, ໃຊ້ມູນຄ່າໃນການສ້ອມແປງຂົວ ສອງແຫ່ງດັ່ງກ່າວ 4 ລ້ານກວ່າກີບ

ເຊິ່ງໄດ້ມາຈາກການປະກອບສ່ວນຈາກຜູ້ປະກອບການທຸລະກິດຄ້າ-ຂາຍ, ຮ້ານສ້ອມແປງ ເຂດຈຸດສຸມໂນນມີໄຊ ແລະລົດໂດຍປະຈຳສາຍທາງເລກ 10 ນັ້ນກໍ່ເພື່ືອແກ້ໄຂຄວາມຫຍຸ້ງຍ່ກລຳບາກໃນການສັນຈອນໄປມາຂອງພໍ່ແມ່ປະຊາຊົນ, ນັກທຸລະກິດພໍ່ຄ້າຊາວຂາຍ ນ້ອງນັກຮຽນຕະຫຼອດຮອດມວນຊົນທົ່ວໄປທີ່ເດີນທາງຜ່ານຈຸດດັ່ງກ່າວໄດ້ຮັບຄວາມສະດວກສະບາຍຂຶ້ນກວ່າເກົ່າ ແລະໄດ້ໃຊ້ເວລາໃນການສ້ອມແປງເຄິ່ງວັນຈຶ່ງສຳເລັດ.

ຂ່າວສານບ້ານເມືອງ

Post navigation

Previous Post: ທ່ານ ເຫລັກໄຫລ ສີວິໄລ ຂຶ້ນຮັກສາການເຈົ້າແຂວງເຊກອງ
Next Post: ຂ່າວດ່ວນພົບລາຍທີ່ 23 ແລ້ວ! ມາຈາກລັດເຊຍ ໂຄວິດ-19 ຢູ່ລາວ

Related Posts

ບໍລິຄຳໄຊ ສາມາດໃຫ້ວັກຊີນກັນພະຍາດໂຄວິດ 19 ໄດ້ແລ້ວ 20% ຂ່າວສານບ້ານເມືອງ
3 ຫນ້າວຽກຫຼັກ ຂອງໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ – ຈີນ ຊ່ວງຜ່ານແຂວງອຸດົມໄຊ ມາຮອດປັດຈຸບັນ ແມ່ນສຳເລັດແລ້ວ 93,27% ຂ່າວສານບ້ານເມືອງ
ເຂດເລືອກຕັ້ງທີ 04 ແຂວງອຸດົມໄຊ ມີຈຳນວນຜູ້ສະໝັກ 10 ທ່ານ, ເລືອກເອົາ 07 ທ່ານ ຂ່າວສານບ້ານເມືອງ
ດ່ວນເຈົ້າໜ້າທີ່ບຸກກັກໂຕແກ້ງ ໄ ລ້ ສົ ດ ໂ ປ້ ເ ປື ອ ຍ ຂ່າວສານບ້ານເມືອງ
ຄຶກຄື້ນໄຟຟ້າລາວ! ໄດ້ເປີດຈຸດຮັບຄໍາຮ້ອງກ່ຽວກັບການບໍລິການໄຟຟ້າ ຂ່າວສານບ້ານເມືອງ
ຕັ້ງໃຈເດີ້! ສືບຕໍ່ປະຕິບັດມາດຕະການຈົນຮອດວັນທີ 18 ສິງຫາ 2021 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme