Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມອບເຄື່ອງຊ່ວຍເຫຼືອບ້ານຊ່ວຍເຫຼືອເດັກນ້ອຍ SOS

Posted on 10/09/202010/09/2020 By News No Comments on ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມອບເຄື່ອງຊ່ວຍເຫຼືອບ້ານຊ່ວຍເຫຼືອເດັກນ້ອຍ SOS

ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອຈໍານວນໜຶ່ງ ໃຫ້ແກ່ບ້ານຊ່ວຍເຫຼືອເດັກນ້ອຍ SOS ຫຼວງພະບາງເມື່ອຕົ້ນເດືອນ ກັນຍາ 2020 ນີ້, ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ນາງ ດາວວອນ ພະຜົນໄຊ ຜູ້ອໍານວຍການບ້ານຊ່ວຍເຫຼືອເດັກນ້ອຍ SOS ຫຼວງພະບາງ, ມີພະນັກງານ-ຄູອາຈານ ແລະ ລູກຫຼານພາຍໃນບ້ານຊ່ວຍເຫຼືອເດັກນ້ອຍSOS ຫຼວງພະບາງ ໃຫ້ການຕ້ອບຮັບຢ່າງອົບອຸ່ນ.

ທ່ານ ນາງ ດາວວອນ ພະຜົນໄຊ ໄດ້ລາຍງານຜົນການຈັດຕັ້ງປະຕິບັດແຜນພັດທະນາວຽກງານຂອງບ້ານຊ່ວຍເຫຼືອເດັກນ້ອຍ SOS ຫຼວງພະບາງປະຈໍາປີ 2020 ຕໍ່ທ່ານລັດຖະມົນຕີພ້ອມຄະນະຮັບຊາບເຊິ່ງໃນ 6 ເດືອນຕົ້ນປີຜ່ານມາໄດ້ເອົາໃຈໃສ່ເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດຂອງບ້ານຊ່ວຍເຫຼືອເດັກນ້ອຍ SOS ລາວ, ເຮັດວຽກບົນຈິດໃຈສົນທິສັນຍາອົງການສະຫະປະຊາຊາດວ່າດ້ວຍສິດທິເດັກວຽກງານລ້ຽງດູ ແລະ ພັດທະນາເດັກໃນຄອບຄົວໄດ້ຖືເອົາ 3 ໜ້າທີ່ຫຼັກຂອງແມ່ຄື: ໃຫ້ການລ້ຽງດູທາງດ້ານຮ່າງກາຍ ແລະ ຄວາມອົບອຸ່ນທາງດ້ານຈິດໃຈ, ໃຫ້ການສຶກສາອົບຮົມລ້ຽງດູພາຍໃນຄອບຄົວ, ການດູແລທາງດ້ານສຸຂະພາບຮ່າງກາຍ ແລະ ຈິດໃຈ.

ນອກນັ້ນພະນັກງານທຸກຄົນໄດ້ເອົາໃຈໃສ່ໃນການສຶກສາອົມຮົມ ແລະ ລ້ຽງດູເດັກໃຫ້ເຕີບໂຕຂື້ນມາຢ່າງມີຄຸນນະພາບ. ມາຮອດປະຈຸບັນມີເດັກຢູ່ໃນການດູແລທັງໝົດ 170 ຄົນ, ຍິງ 75 ຄົນ ໃນນັ້ນຢູ່ພາຍໃນບ້ານຊ່ວຍເຫຼືອເດັກນ້ອຍSOS 100 ຄົນ, ຍິງ 56 ຄົນ ແລະ ຢູ່ນອກຈໍານວນ 70 ຄົນ, ຍິງ 37 ຄົນ ໃນຊ່ວງເກີດວິກິດພະຍາດໂຄວິດ 19 ນີ້, ມີຊາວໜຸ່ມເຍົາວະຊົນ ທີ່ຕັດອອກຈາກການຊ່ວຍເຫຼືອຂອງໂຄງການ ໄດ້ຮັບຜົນກະທົບຊ່ວງພະຍາດໂຄວິດ 19 ລະບາດ ທາງໂຄງການຍັງໄດ້ມອບເງີນຊ່ວຍເຫຼືອໃຫ້ຊາວໜຸ່ມທີ່ຕົກງານຈໍານວນ 16 ຄົນເປັນຈໍານວນເງີນທັງໝົດ 72.600.000 ກີບ.

ໃນໂອກາດທີ່ທ່ານລັດຖະມົນຕີກໍໄດ້ໃຫ້ກຽດໂອ້ລົມພ້ອມມອບເຄື່ອງໃຊ້ກັບບ້ານຊ່ວຍເຫຼືອເດັກ SOS ຫຼວງພະບາງ, ເພື່ອປະກອນການຮຽນ-ການສອນ ແລະອຸປະກອນປ້ອງກັນພະຍາດໂຄວິດ-19 ເສື້ອຜ້າຈໍານວນໜຶ່ງ ພ້ອມເງີນສົດ 3 ລ້ານກີບ, ລວມມູນຄ່າທັງໝົດ 40 ລ້ານກວ່າກີບ ພັດທະນາແບບຍືນຍົງຕະຫຼອດໄປ ແລະ ເຮັດໃຫ້ບ້ານຊ່ວຍເຫຼືອເດັກນ້ອຍ ເອສໂອເອສຫຼວງພະບາງເປັນບ່ອນເພິ່ງພາອາໄສຂອງເດັກກໍ່າພ້າ, ກໍ່າພອຍ, ເດັກບໍ່ມີຍາດພີ່ນ້ອງຮອງຮັບ ແລະ ເດັກນ້ອຍທີ່ມີຄວາມສ່ຽງຕໍ່ການປະລະຈາກຄອບຄົວ.

ຂ່າວສານບ້ານເມືອງ

Post navigation

Previous Post: ເມືອງປາກລາຍ ມ້າງລາຍຄະດີຜູ່ປອມແປງເງິນຕາ ຫຼື ນຳໃຊ້ເງິນກີບປອມ
Next Post: ເມືອງຄົງເຊໂດນ ຈັດພິທີປ່ອຍປາ ແລະ ປູກຕົ້ນໄມ້ຢູ່ບຶງສະໂອ

Related Posts

ຄຳສັ່ງ ຈັ ບ ຕົວທ້າວ ລຳເລີ ໂລວັນ ແລະ ນາງ ຈັນໃດ ຂ່າວສານບ້ານເມືອງ
ກອງບັນຊາການທະຫານຊາຍແດນແຂວງກວາງຈິ ສສ ຫວຽດນາມມອບເຄື່ອງຊ່ວຍເຫຼືອ ຂ່າວສານບ້ານເມືອງ
ເຈົ້າໜ້າທີ່ພະແນກຕຳຫຼວດຈະລາຈອນ ປກສ ແຂວງວຽງຈັນ ມອບລົດຈັກຄືນເຈົ້າຂອງເດີມ ຂ່າວສານບ້ານເມືອງ
ແຂວງວຽງຈັນສືບຕໍ່ເພີ່ມທະວີມາດຕະການປ້ອງກັນໂຄວິດ ຂ່າວສານບ້ານເມືອງ
6 ເດືອນຕົ້ນປີ 2020 ດ່ານພາສີສາກົນ ນໍ້າເງິນ ເກັບລາຍຮັບໄດ້ 144 ຕື້ກວ່າກີບ ຂ່າວສານບ້ານເມືອງ
ຄົນຂັບກະບະເມົາແລ່ນຕໍາເຮືອນປະຊາຊົນ ເສຍຊິວິດ 1 ຄົນ ທີ່ທ່າແຂກ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme