ໃນວັນທີ 19 ສິງຫາ 2020 ທີ່ຜ່ານມາ ເຈົ້າໜ້າທີ່ໜ່ວຍງານວິຊາສະເພາະຄະດີອາຍາ-ເສດຖະກິດ ສົມທົບກັບປກສ ບໍລິການປະຊາຊົນ ກຸ່ມບ້ານ ສຸວັນນະພູມ ກອງບັນຊາການ ປກສ ເມືອງປາກລາຍ ແຂວງໄຊຍະບູລີ ສາມາດມ້າງລາຍຄະດີ ຜູ່ປອມແປງເງິນຕາ, ຫຼືນຳໃຊ້ເງິນກີບປ້ອມຊື້ສິນຄ້າ,ຢູ່ຕາມຮ້ານຄ້າ,ຮ້ານກິນດິ່ມ,ຢູ່ເຂດລ້ອງນໍ້າພູນ ເມືອງປາກລາຍ ແຂວງໄຊຍະບູລີ.

ພາຍຫຼັງທີ່ໄດ້ຮັບຄຳແຈ້ງຄວາມຈາກຜູ່ຖຶກເສຍຫາຍ ເຈົ້າໜ້າທີ່ ປກສ ບໍລິການປະຊາຊົນ ກຸ່ມບ້ານສຸວັນນະພູມ, ຈຶ່ງປະສານສົມທົບເຈົ້າໜ້າທີ່ວິຊາສະເພາະຄະດີອາຍາ-ເສດຖະກິດ ລົງກວດກາຕິດຕາມເປົ້າໝາຍ ສົງໄສດັ່ງກ່າວ,ຢູ່ເຂດບ້ານນໍ້າພູນ, ພໍຮອດເວລາປະມານ 13 ໂມງ 00 ນາທີ ຂອງວັນທີ່ 19 ສິງຫາ 2020 ຈຶ່ງພົບເຫັນເປົ້າໝາຍສົງໃສຂັບຂີ່ລົດຈັກ, ຍີ່ຫໍ້ເວບ110 ຊ້ອນທ້າຍກັນມາ, ເຈົ້າໜ້າຈຶ່ງຂໍກວດຄົ້ນເປົ້າໝາຍສົງໄສ 2 ຄົນຄື: ທ້າວ ໂຈ ເດດທະວີໄຊ ອາຍຸ 17 ປີ ອາຊີບນັກຮຽນ ຢູ່ບ້ານ ຫາດດ້າຍ ເມືອງປາກລາຍ ແຂວງໄຊຍະບູລີ ແລະ ທ້າວ ເຈ ເພັດສີລາ ອາຍຸ 16 ປີ ອາຊີບນັກຮຽນຢູ່ບ້ານ ສຸວັນນະພູມ ເມືອງປາກລາຍ ແຂວງໄຊຍະບູລີ.
ພ້ອມທັງຂອງກາງເປັນເງິນກີບປອມຈຳນວນ 8.060.000 ກີບ, ມາດຳເນີນການສືບສວນ-ສອບສອນ ແລະ ຂະຫຍາຍຜົນ ພໍຮອດເວລາປະມານ 18 ໂມງ 00 ນາທີ ຈຶ່ງສາມາດກັດຕົວຜູ່ວົງການໄດ້ 01 ຄົນທີ່ພັກເຊົາບ້ານພັກແຫ່ງໜຶ່ງ ຢູ່ບ້ານແສງລາຍ ເມືອງປາກລາຍຄື: ທ້າວ ບຸນເກີດ ວິໄລພອນ ອາຍຸ 17 ປີ ອາຊີບນັກຮຽນ ຢູ່ບ້ານ ຫ້ວຍເຕົ່າ ເມືອງຊະນະຄາມ ແຂວງວຽງຈັນ, ພ້ອມທັງຂອງເງິນກີບປອມຈຳນວນ 12.400.000 ກີບ ມາດຳເນີນຄະດີຕາມກົດໝາຍ

ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ວິຊາສະເພາະ ຄະດີອາຍາ-ເສດຖະກິດ ຜູ່ຕ້ອງຫາຊື່ ທ້າວ ໂຈເດດ ທະວີໄຊ ແລະ ທ້າວ ເຈ ເພັດສີລາ ໄດ້ໃຫ້ການຮັບສາລະພາບຕໍ່ເຈົ້າໜ້າວ່າ: ເງິນກີບປອມຈຳນວນ 8.060.000 ກີບແມ່ນເປັນຂອງຕົນເອງແທ້ ພວກກ່ຽວໄດ້ເອົາເງິນກີບແທ້ແລກປ່ຽນນຳ ທ້າວ ບຸນເກີດ ວິໄລພອນ ບ້ານຫ້ວຍເຕົ່າ ເມືອງຊະນະຄາມ ແຂວງວຽງຈັນ.
ໃນເບື້ອງຕົ້ນ ທ້າວ ໂຈ ໄດ້ມາຮູບຈັກກັບ ທ້າວ ບຸນເກີດ ທາງແຟດບຸກໃນຊວງເດືອນ 5 ປີ 2020 ຈາກນັ້ນທັງສອງກໍ່ໄດ້ຮູ້ຈັກກັນແລ້ວເປັນໝູ່ເພື່ອນຮັກແພງກັນ,ຕໍ່ມາວັນທີ່ ບໍ່ຈື່ເດືອນສິງຫາ 2020 ໄດ້ມີ ທ້າວ ບຸນເກີດ ໂທໃຫ້ມາຫາຢູ່ເຮືອນພັກຢູ່ເຂດຄີວລົດບ້ານໄຊຍະມຸງຄຸນເມືອງປາກລາຍ, ແລ້ວທ້າວ ໂຈ ກໍ່ມາຊວນເອົາທ້າວເຈໄປນຳ ທັງສອງຄົນໄດ້ຂັບຂີ່ລົດຈັກຂອງຕົນເອງຊ້ອນກັນມາຫາ ທ້າວ ບຸນເກີດຢູ່ເຮືອນພັກຄີວລົດ ບ້ານໄຊຍະມຸງຄຸນ ເວລາປະມານ 20 ໂມງ 00 ນາທີ,ແລ້ວທ້າວບຸນເກີດກໍ່ມາຫາ ບອກວ່າໃຫ້ເອົາເງິນແທ້ຈຳນວນ 500.000 ກີບມາແລກເອົາເງິນກີບປອມຈຳນວນ 12.000.000 ກີບ,ແຕ່ 2 ຄົນບໍ່ມີເງິນຈາກນັ້ນທ້າວໂຈ ກັບທ້າວເຈ ກໍ່ພາກັນກັບບ້ານ,
ມື້ຕໍ່ມາທ້າວບຸນເກີດແມ່ນໄດ້ໄປຫາທ້າວໂຈ,ທ້າວເຈ ຢູ່ເຮືອນ ແລ້ວ ພາກັນຈັບເປັດຢູ່ເຮືອນຂອງທ້າວ ໂຈ ຈຳນວນ 09 ໂຕໄປຂາຍໃຫ້ຮ້ານປີ້ງເປັດ ໄດ້ເງິນມາຈຳນວນ 250.000 ກີບ,ແລ້ວທ້າວບຸນເກີດກໍ່ໄດ້ເອົາເງິນໝົດແລ້ວກັບບ້ານ,ຕົກມາຮອດວັນທີ່ 18/8/2020 ແລ້ວທ້າວບຸນເກີດກໍ່ເອົາກີບປອມມາໃຫ້ ທ້າວໂຈ,ທ້າວເຈ ຢູ່ເຮືອນ ບ້ານ ຫາດດ້າຍຈຳນວນ 12.000.000 ກີບສະນິດໃບ 50 ພັນກີບ,ແລ້ວທັງ 3 ຄົນໄດ້ແບ່ງປັນເງິນກັນໄດ້ຄົນລະ 4.000.000 ກີບ,ແລ້ວທ້າວ ບຸນເກີດໄດ້ເອົາເງິນຄືນໃຫ້ ທ້າວ ໂຈ, ທ້າວເຈ ອີກຄົນລະ 300.000 ກີບທັງສອງຄົນໄດ້ເງິນຈາກທ້າວ ບຸນເກີດຈຳນວນ 4.3.00.000 ກີບ,
ຈາກນັ້ນພວກເຂົ້າກໍ່ໄດ້ເອົາເງິນກີບປອມຈຳນວນດັ່ງກ່າວ ໄປໃຊ້ຈ່າຍຢູ່ຮ້ານກິນດິ່ມປະຢຸນ ບ້ານກາງຈຳນວນ 200.000 ກີບ,ຈ່າຍຢູ່ຮ້ານກິນດຶ່ມຈັນທະວີບ້ານສຸວັນນະພູມຈຳນວນ 900.000 ກີບ,ຈ່າຍຢູ່ຮ້ານກິນດຶ່ມລິສອດນໍ້າປິງຈຳນວນ 50.000 ກີບແລະໃຊ້ຈ່າຍຊື້ສິນຄ້າຕາມຮ້ານຂາຍເຄື່ອງເຂດລ້ອງນໍ້າພູນຈຳນວນ 300.000 ກີບຕົກມາຮອດເວລາປະມານ 13 ໂມງ 00ນາທີ ຂອງວັນທີ່ 19 ສິງຫາ 2020 ຈຶ່ງຖກເຈົ້າໜ້າທີ່ກັກຕົວມາດຳເນີນຄະດີຕາມກົດໝາຍ.

ທ້າວບຸນເກີດ ວິໄລພອນ ໄດ້ໃຫ້ການແລະຮັບສາລະພາບຕໍ່ເຈົ້າໜ້າທີ່ວ່າ:ເງິນກີບປອມທັງໝົດແມ່ນເປັນຂອງ,ຕົນເອງແທ້ ໃນເບື້ອງຕົ້ນທ້າວ ບຸນເກີດ ໄດ້ຮັບເງິນຈາກທ້າວ ໂຈ ທີ່ຂາຍເປັດຈຳນວນ 250.000 ກີບ,ແລ້ວປຶກສາກັນວ່າ ຈະໄປກອບເງິນປອມມາໃຊ້ຈ່າຍຕໍ່ມາວັນທີ່ 16 ສິງຫາ 2020 ທ້າວບຸນເກີດກໍ່ຈ້າງລົດໂດຍສານ ໄປນະຄອນຫຼວງວຽງຈັນ ພໍໄປຮອດຢູ່ນະຄອນຫຼວງກໍ່ເຂົ້າພັກເຊົາຢູ່ບ້ານພັກບໍ່ຮູ້ຊື່ເຂດບ້ານທາດຫຼວງ,
ມື້ຕໍ່ມາຮອດເວລາປະມານ 11 ໂມງ 00 ນາທີຂອງວັນທີ່ 17 ສິງຫາ 2020 ທ້າວ ບຸນເກີດ ກໍ່ໄດ້ເຂົ້າໄປຮ້ານກອບເອກສານ ແຕ່ບໍ່ຮູ່ຊື່ຮ້ານຢູ່ເຂດບ້ານທາດຫຼວງ ນະຄອນຫຼວງວຽງຈັນ ຈາກນັ້ນ ທ້າວ ບຸນເກີດ ກໍ່ໄດ້ເອົາເງິນແທ້ປະເພດໃບ 100.000 ກີບຈຳນວນ 01 ໃບ,ປະເພດໃບ 50.000 ກີບຈຳນວນ 01 ໃບ,ປະເພດໃບ 20.000 ກີບຈຳນວນ 01 ໃບ,ໄປຈ້າງຄົນບໍ່ຮູ້ຊື່ ຮ້ານອັດເອກກະສານດັ່ງກ່າວກອບປີໃຫ້ແຕ່ບໍ່ຮູ້ຈຳນວນເສຍຄ່າກອບເປັນເງິນຈຳນວນ 300.000 ກີບ,ພາຍຫຼັງທີ່ໄດ້ເງິນກອບແລ້ວ ທ້າວ ບຸນເກີດ ກໍ່ຈ້າງລົດໂດຍສານກັບບ້ານ ແລ້ວແລ້ວຂີ່ລົດຈັກຂອງຕົນເອງມາເມືອງປາກລາຍ
ຈາກນັ້ນກໍ່ໄດ້ມາພັກເຊົ້າຢູ່ເຮືອນພັກ ບ້ານແສງລາຍ ແລ້ວ ແຊດທາງເຟດບຸກຫາ ທ້າວ ໂຈ ເດດທະວີໄຊ,ທ້າວ ເຈ ເພັດສີລາ ວ່າໄດ້ເງິນປອມມາແລ້ວເດີ ແລ້ວທັງສອງຄົນກໍ່ນັດໃຫ້ໄປຫາ,ຈາກນັ້ນທ້າວ ບຸນເກີດ ກໍ່ເອົາເງິນປອມໄປແບ່ງໃຫ້ທ້າວ ໂຈ,ທ້າວເຈ ຢູ່ເຮືອນຂອງທ້າວໂຈ ບ້ານຫາດດ້າຍ ແບ່ງເງິນໃຫ້ທ້າວໂຈ,ທ້າວເຈ ຄົນລະ 4.300.000 ກີບ,ຈາກນັ້ນທ້າວບຸນເກີດກໍ່ກັບມາພັກເຊົາຢູ່ເຮືອນພັກບ້ານແສງລາຍ ບ່ອນເກົ່າຕົກມາຮອດວັນທີ່ 19 ສິງຫາ 2020 ທ້າວ ໂຈໄດ້ແຊດຫາ

ທ້າວ ໜຶ່ງ ບ້ານຫ້ວຍຄວຍ ໃຫ້ເອົາໂທລະຊັບມາຂາຍໃຫ້ ຕໍ່ມາທ້າວໜຶ່ງໄດ້ເອົາໂທລະຊັບມາສົ່ງໃຫ້ຢູ່ບ້ານພັກບ້ານແສງລາຍໂທລະຊັບຍີ່ຫໍ້ຮາວເຫີຍສີຟ້າມູນຄ່າເປັນເງິນຈຳນວນ 2.500.000 ກີບ ເອົາເງິນປອມຈ່າຍໃຫ້ທ້າວ ໜຶ່ງກໍ່ກັບບ້ານ
ຈາກນັ້ນທ້າວ ບຸນເກີດກໍ່ນຳໃຊ້ໂທລະຊັບໜ່ວຍດັ່ງກ່າວ,ຕໍ່ມາຮອດເວລາ ປະມານ 18 ໂມງ 00 ນາທີ ຂອງວັນທີ່ 19 ສິງຫາ 2020 ຈຶ່ງຖຶກເຈົ້າໜ້າທີ່ກັກຕົວຢູ່ບ້ານພັກ ພ້ອມທັງເງິນຂອງກາງເປັນເງິນກີບປອມຈຳນວນ12.400.000 ກີບ
ໂທລະຊັບ 01 ໜ່ວຍ,ລວມເງິນຂອງກາງເປັນເງິນກີບປອມທີ່ຍຶດໄດ້ຈຳນວນ 20.460.000 ກີບ,ພວກເຂົ້າໄດ້ໃຊ້ຈ່າຍຊື້ສິນຄ້າໄປແລ້ວ ຈຳນວນ 3.950.000 ກີບ,ນຳຕົວຜູ່ກະທຳຜິດຈຳນວນ 03 ຄົນ ມາດຳເນີນຄະດີ ຕາມກົດໝາຍ.