Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຊົມເຊີຍ ຈະລາຈອນເມືອງຈັນທະບູລີມອບລົດຈັກທີ່ເກັບກູ້ຄືນໄດ້ໃຫ້ເຈົ້າຂອງເດີມ

Posted on 10/09/202010/09/2020 By All in LAOS No Comments on ຊົມເຊີຍ ຈະລາຈອນເມືອງຈັນທະບູລີມອບລົດຈັກທີ່ເກັບກູ້ຄືນໄດ້ໃຫ້ເຈົ້າຂອງເດີມ

ນະຄອນຫຼວງວຽງຈັນ: ໃນຕອນບ່າຍຂອງວັນທີ 07 ກັນຍາ 2020, ຢູ່ຫ້ອງການ ປກສ ເມືອງຈັນທະບູລີ ພັທ ຫົງຄໍາ ລັດຖະຟ້າສະຫວ່າງ ຫົວໜ້າກອງຮ້ອຍຈະລາຈອນ ປກສ ເມືອງຈັນທະບູລີ ໄດ້ມອບລົດຈັກ 1 ຄັນ (ຍີຫໍ້ຄິກໄອ ສີຂາວດໍາ ປ້າຍທະບຽນ ດຍ 1777 ກໍາແພງນະຄອນ) ທີ່ຖືກຄົນຮ້າຍລັກໄປ ໃນວັນທີ 01 ກໍລະກົດ 2020 ແລະ ເຈົ້າໜ້າທີ່ ປກສ ເມືອງຈັນທະບູລີ ສາມາດເກັບກູ້ຄືນມາໄດ້ ໃນວັນທີ 10 ສິງຫາ 2020 ຄືນໃຫ້ ທ່ານນາງ ບຸດສະດີ ປະຊາຊົນ ຢູ່ບ້ານທົ່ງປົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ (ເຈົ້າຂອງລົດ), ໂດຍມີເຈົ້າໜ້າທີ່ໆກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.

ພັທ ຫົງຄໍາ ລັດຖະຟ້າສະຫວ່າງ ໄດ້ກ່າວວ່າ: ລົດຈັກທີ່ນໍາມາມອບໃນຄັ້ງນີ້ ແມ່ນເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ເມືອງຈັນທະບູລີ ລົງປະຈໍາຢູ່ຈຸດ 4 ແຍກໄຟອໍານາດໂຮງກາຍະສິນ ແກ້ໄຂໄດ້ໃນເວລາປະມານ 10:00 ໂມງ ຂອງວັນທີ 10 ສິງຫາ 2020; ເຊິ່ງຜູ້ຂັບຂີ່ເປັນເພດຍິງອາຍຸປະມານ 30 ປີ, ໄດ້ຂີ່ລົດຈັກຜິດທິດທາງການສັນຈອນ.

ດັ່ງນັ້ນ, ເຈົ້າໜ້າທີ່ຈະລາຈອນ ຈຶ່ງໄດ້ອັດລົດຜູ້ກ່ຽວໄວ້ ພ້ອມທັງຂໍກວດເບິ່ງເອກະສານລົດ, ແຕ່ຜູ້ກ່ຽວອ້າງວ່າບໍ່ໄດ້ເອົາເອກະສານມານໍາ ແລະ ຂໍອອກໄປຊື້ບັດໂທລະສັບ ເພື່ອໂທໃຫ້ຄົນຮູ້ຈັກເອົາມາສົ່ງໃຫ້, ແຕ່ຜູ້ກ່ຽວພັດສວຍໂອກາດເອົາຕົວລົບໜີ. ເມື່ອເປັນແນວນັ້ນ ເຈົ້າໜ້າທີ່ຈະລາຈອນ ຈຶ່ງໄດ້ນໍາເອົາລົດຄັນດັ່ງກ່າວ ມາໄວ້ກອງບັນຊາການ ປກສ ເມືອງຈັນທະບູລີ ແລ້ວໄດ້ກວດກາເບິ່ງລົດ ຈຶ່ງຮູ້ໄດ້ວ່າລົດຄັນດັ່ງກ່າວ ແມ່ນລົດຂອງ ທ່ານນາງ ບຸດສະດີ ປະຊາຊົນ ຢູ່ບ້ານທົ່ງປົ່ງ ເມືອງສີໂຄດຕະບອງ ນວ ທີ່ຖືກຄົນຮ້າຍລັກໄປ ຈຶ່ງໄດ້ຈັດພິທີມອບຄືນໃຫ້ເຈົ້າຂອງເດີມ ເພື່ອໃຫ້ຜູ້ກ່ຽວເອົາໄປນໍາໃຊ້.
ທ່ານນາງ ບຸດສະດີ (ເຈົ້າຂອງລົດ) ໄດ້ໃຫ້ຮູ້ວ່າ: ລົດຈັກຂອງຜູ້ກ່ຽວ ແມ່ນຖືກລັກໄປໃນເວລາປະມານ 3-4 ໂມງເຊົ້າ ຂອງວັນທີ 01 ກໍລະກົດ 2020; ເຊິ່ງໄດ້ຈອດໄວ້ຢູ່ຕໍ່ໜ້າຮ້ານຂາຍເຄື່ອງ ລ໋ອກຄໍ ແລະ ປິດປະຕູຮົ້ວ ໃສ່ກະແຈຄັກແນ່ ແຕ່ພໍຕື່ນເຊົ້າມາກໍບໍ່ເຫັນລົດ, ຈຶ່ງໄດ້ເຂົ້າແຈ້ງຄວາມຕໍ່ຫ້ອງການບ້ານທົ່ງປົ່ງ ແລະ ກອງບັນຊາການ ປກສ ເມືອງສີໂຄດຕະບອງ ນວ; ພ້ອມທັງສະແດງຄວາມຮູ້ສຶກດີໃຈ ແລະ ຂອບໃຈຕໍ່ເຈົ້າໜ້າທີ່ໆສາມາດເກັບກູ້ລົດຄືນມາໄດ້. ຕໍ່ໄປຈະມີສະຕິລະມັດລະວັງຫຼາຍຂຶ້ນກວ່າເກົ່າ ໃນການຮັກສາຊັບສິນຂອງຕົນເອງ ເພື່ອບໍ່ໃຫ້ກາຍເປັນຊ່ອງຫວ່າງໃຫ້ກັບຄົນບໍ່ດີອີກ.

ຂ່າວໂດຍ: ບ່າວເມືອງເໜືອ

ຂ່າວສານບ້ານເມືອງ

Post navigation

Previous Post: ກອງທຶນ ທລຍ ຝຶກອົບຮົມໃຫ້ບຸກຄະລາກອນນັບຮ້ອຍ ກຽມລົງຮາກຖານຊ່ວຍເຫຼືອປະຊາຊົນທຸກຍາກ 4 ແຂວງພາກເໜືອ
Next Post: ໃຫ້ລາງວັນ 10 ລ້ານກີບ ແກ່ຜູ່ສາມາດນໍາຈັບຜູ່ກ່ຽວໄດ້ (ສໍ້ໂກງຊັບແລ້ວຫຼົບໜີ)

Related Posts

ເມືອງຫົງສາ ໄດ້ຮັບຜົນເສຍຫາຍຈາກໄພນ້ຳຖວ້ມ 191 ລ້ານກວ່າກີບ ຂ່າວສານບ້ານເມືອງ
ລາຍງານຂ່າວໂຄວິດ! ມື້ນີ້ພົບຜູ້ຕິດເຊື້ອໂຄວິດ +3ຄົນ ຂ່າວສານບ້ານເມືອງ
ບຸນລ້ຽງຜີມອນ ບຸນຂີ່ໂອນຊາ ເຜົ່າອາຄາ ເມືອງລອງ ຂ່າວສານບ້ານເມືອງ
ມຊ ກຽມສອບເສັງຄັດເລືອກເອົານັກສຶກສາຜ່ານລະບົບອອນລາຍ 25 ພະຈິກນີ້ ຂ່າວສານບ້ານເມືອງ
ຫຼວງພະບາງມື້ນີ້ເບົາບາງລົງແລ້ວຕິດເຊື້ອໂຄວິດເພີ່ມພຽງ 47 ກໍລະນີ ຂ່າວສານບ້ານເມືອງ
ປກສ ບໍລິຄຳໄຊ ສົ່ງຜູ່ຖືກຫາຄົນໄທ ມາລັກແຕ່ງງານຢູ່ ສປປ ລາວ ກັບຄືນປະເທດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme