Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກອງທຶນ ທລຍ ຝຶກອົບຮົມໃຫ້ບຸກຄະລາກອນນັບຮ້ອຍ ກຽມລົງຮາກຖານຊ່ວຍເຫຼືອປະຊາຊົນທຸກຍາກ 4 ແຂວງພາກເໜືອ

Posted on 10/09/202010/09/2020 By News No Comments on ກອງທຶນ ທລຍ ຝຶກອົບຮົມໃຫ້ບຸກຄະລາກອນນັບຮ້ອຍ ກຽມລົງຮາກຖານຊ່ວຍເຫຼືອປະຊາຊົນທຸກຍາກ 4 ແຂວງພາກເໜືອ

ອີງຕາມຂໍ້ມູນຈາກກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ)ໃຫ້ວ່າ: ປັດຈຸບັນນີ້, ທລຍ ກະຊວງກະສິກໍາ ແລະປ່າໄມ້ ກໍາລັງຝຶກອົບຮົບບຸກຄະລາກອນຈໍານວນ 100 ຄົນ ໃຫ້ກາຍເປັນພັດທະນາກອນບ້ານທຸກຍາກ ເພື່ອລົງກໍ່ສ້າງຮາກຖານຊ່ວຍເຫຼືອປະຊາຊົນໃນ 248 ບ້ານ ໃນການພັດທະນາເສດຖະກິດຄອບຄົວ ແລະບັນຫາໂພສະນາການ ເຊິ່ງບ້ານເຫຼົ່ານີ້ ເປັນບ້ານທີ່ມີອັດຕາຄວາມທຸກຍາກສູງ ທີ່ນອນຢູ່ໃນ 12 ເມືອງບູລິມະສິດຊອງລັດ ໃນ 4 ແຂວງພາກເໜືອຄື: ຜົ້ງສາລີ, ຊຽງຂວາງ, ຫົວພັນ ແລະອຸດົມໄຊ ເຊິ່ງແຜນການຈັດຕັ້ງປະຕິບັດໂຄງການນີ້ ຈະດໍາເນີນໄປຮອດ ປີ 2024. ການຝຶກອົບຮົມພັດທະນາກອນດັ່ງກ່າວໄດ້ເລີ່ມຂຶ້ນໃນວັນທີ 2 ກັນຍາ ຄາດວ່າຈະສໍາເລັດໃນວັນທີ 13 ກັນຍາ 2020.

ໃນວັນທີ 8 ກັນຍານີ້, ທ່ານ ຈິດ ທະວີໃສ ຜູ້ອໍານວຍການ ທລຍ ໃຫ້ສໍາພາດຕໍ່ສື່ວ່າ: ລັດຖະບານ ກໍ່ຄື ທລຍ ກະຊວງກະສິກໍາ ແລະປ່າໄມ້ ແລະພາກສ່ວນກ່ຽວຂ້ອງ ໄດ້ຄັດເລືອກບຸກຄະລາກອນໜຸ່ມນ້ອຍຈາກບ້ານເປົ້າໝາຍຈໍານວນ 100 ຄົນ ທີ່ຫາຮຽນຈົບວິຊາຊີບໃໝ່ໃນລະດັບຊັ້ນສູງ ແລະປະລິນຍາ ມາຝຶກອົບຮົມຄວາມຮູ້ຮອບດ້ານຕາມແນວທາງນະໂຍບາຍຂອງລັດ (ບໍ່ໄດ້ບັນຈຸເຂົ້າໃນລັດຖະກອນ), ພ້ອມກັບຈັດຫາເງື່ອນໄຂ ແລະອຸປະກອນເຊັ່ນ: ລົດຈັກ, ຄອມພິວເຕີພົກພາ, ເງິນເດືອນ ແລະສິ່ງຂອງຈໍາເປັນອື່ນໆ…

ກ່ອນທີ່ຈະສົ່ງໄປຍັງບັນດາບ້ານເປົ້າໝາຍ ເພື່ອກໍ່ສ້າງຮາກຖານ, ຊ່ວຍເຫຼືອ ແລະນໍາພາປະຊາຊົນ ສ້າງລາຍຮັບດ້ວຍການປູກຝັງ-ລ້ຽງສັດ ແລະຈັດຫາຕະຫຼາດເພື່ອສົ່ງອອກຂາຍ, ຫຼີກລ່ຽງການເພິ່ງພາທໍາມະຊາດທີ່ມີລາຍຮັບບໍ່ແນ່ນອນ ແລະບໍ່ໄປຕາມທິດພັດທະນາແບບຍືນຍົງຂອງລັດ. ນອກນັ້ນ, ພັດທະນາກອນເຫຼົ່ານີ້ ຍັງຈະເປັນຜູ້ຈັດຕັ້ງປະຕິບັດແກ້ໄຂບັນຫາໂພສະນາການ ກໍ່ຄືແກ້ໄຂດ້ານພຶດຕິກໍາການກິນ ໂດຍສະເພາະແມ່ນ ແມ່ຍິງຖືພາ ແລະເດັກນ້ອຍອາຍຸແຕ່ 6-23 ເດືອນ ໃຫ້ໄດ້ຮັບສານອາຫານຢ່າງພຽງພໍ ເພື່ອການຈະເລີນເຕີບໂຕໄດ້ຢ່າງມີປະສິດທິພາບ.

ທ່ານຍັງໃຫ້ຮູ້ຕື່ມວ່າ: ພັດທະນາກອນຮູບແບບໃໝ່ນີ້ ຍັງມີໜ້າທີ່ປະສານສົມທົບກັບບັນດາໂຄງການພັດທະນາຕ່າງໆທີ່ກໍາລັງດໍາເນີນຢູ່ໃນບ້ານເປົ້າໝາຍ ເພື່ອຮ່ວມກັນແກ້ໄຂຄວາມທຸກຍາກແບບລັກສະນະລວມສູນ ແລະເອກະພາບກັນ.

ນອກນັ້ນ, ພວກເຂົາເຈົ້າຍັງຈະລົງຊ່ວຍອົງການປົກຄອງບ້ານໃນການດໍາເນີນເອກະສານ ແລະອອກຮ່າງແຜນງານຕ່າງໆ ເພື່ອໃຫ້ມີຄວາມຖືກຕ້ອງ.ໃນເວລາດຽວກັນນັ້ນ, ພັດທະນາກອນ 100 ຄົນນີ້ ຍັງຕ້ອງເປັນຜູ້ສ້າງເສດຖະກິດຄອບຄົບຕົນເອງໃຫ້ກາຍເປັນຄອບຄົວຕົວແບບຢູ່ໃນບັນດາບ້ານເປົ້າໝາຍນັ້ນອີກດ້ວຍ ແລະເມື່ອສໍາເລັດຕາມເປົ້າໝາຍທີ່ໄດ້ວາງໄວ້ ພັດທະນາກອນຈຳນວນນີ້ ຍັງສືບຕໍ່ດໍາລົງຊີວິດຢູ່ໃນບ້ານເປົ້າໝາຍເຫຼົ່ານັ້ນເລີຍ ເພື່ອເປັນຜູ້ນໍາພາປະຊາຊົນຕໍ່ໄປ.

ຫາກການປະຕິບັດແຜນນີ້ ມີຜົນສຳເລັດດີ ທາງ ທລຍ ຈະເພີ່ມບຸກຄະລາກອນໃນຮູບແບບນີ້ອີກຈາກ 100 ຄົນເປັນ 200 ຄົນ ເພື່ອບັນລຸເປົ້າໝາຍພັດທະນາບ້ານທຸກຍາກໃຫ້ໄດ້ອີກ 481 ບ້ານ ໃນ 12 ດັ່ງກ່າວ ຈົນຮອດປີ 2024.

ຂ່າວ: ສອນປະເສີດ

ຂ່າວສານບ້ານເມືອງ

Post navigation

Previous Post: ເຈົ້າເມືອງສີສັດຕະນາກ ເນັ້ນພະນັກງານກໍ່ສ້າງຮາກຖານ ເລັ່ງແກ້ໄຂບັນຫາທີ່ຍັງຄົງຄ້າງ ໃນບາດກ້າວທີ 3 ໃຫ້ສໍາເລັດ
Next Post: ຊົມເຊີຍ ຈະລາຈອນເມືອງຈັນທະບູລີມອບລົດຈັກທີ່ເກັບກູ້ຄືນໄດ້ໃຫ້ເຈົ້າຂອງເດີມ

Related Posts

ໂຄງການໄຟຟ້າພະລັງງານລົມຂະໜາດ 600 ເມກາວັດ ແຫ່ງທຳອິດຂອງ ສປປ ລາວ ທີ່ ແຂວງອັດຕະປື ຄາດຈະເລີ່ມຜະລິດ ແລະ ສົ່ງຂາຍພາຍໃນປີ 2023 ຂ່າວສານບ້ານເມືອງ
ຄໍາມ່ວນ ກຽມພ້ອມ​ຈັດງານບຸນນະມັດສະການ ພຣະທາດສີໂຄດຕະບອງ ຂ່າວສານບ້ານເມືອງ
ປະທານປະເທດ ແຫ່ງ ສປປ ລາວ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ 6 ປະເທດ ຂ່າວສານບ້ານເມືອງ
ຊາຍໄວ 21 ປີ ຖືກຈັບ ພ້ອມຂອງກາງ 400 ເມັດ ຂ່າວສານບ້ານເມືອງ
ໃຊ້ເວລາເກືອບ 1 ປີ ກ່ອນປິດຄະດີປຸ້ນຊັບຄາດຕະກຳໄດ້ ຂ່າວສານບ້ານເມືອງ
ຕຳຫຼວດແຂວງກອນຕູມ ມອບອຸປະກອນການແພດໃຫ້ ປກສ ແຂວງອັດຕະປື ແລະ ແຂວງເຊກອງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme