Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເຈົ້າເມືອງສີສັດຕະນາກ ເນັ້ນພະນັກງານກໍ່ສ້າງຮາກຖານ ເລັ່ງແກ້ໄຂບັນຫາທີ່ຍັງຄົງຄ້າງ ໃນບາດກ້າວທີ 3 ໃຫ້ສໍາເລັດ

Posted on 10/09/202010/09/2020 By News No Comments on ເຈົ້າເມືອງສີສັດຕະນາກ ເນັ້ນພະນັກງານກໍ່ສ້າງຮາກຖານ ເລັ່ງແກ້ໄຂບັນຫາທີ່ຍັງຄົງຄ້າງ ໃນບາດກ້າວທີ 3 ໃຫ້ສໍາເລັດ

ກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ 6 ເດືອນຕົ້ນປີ ແລະ ວາງທິດທາງ 6 ເດືອນທ້າຍປີ 2020 ປກສ ກຸ່ມວັດນາກ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ຈັດຂຶ້ນ

ໃນວັນທີ 08 ກັນຍາ 2020 ຢູ່ສະໂມສອນຫ້ອງການປົກຄອງບ້ານໂພນປ່າເປົ້າ ເມືອງສີສັດຕະນາກ ນວ ໂດຍການເປັນປະທານຂອງ ພັທ ສົມເພັດ ດວງດາລາ ຫົວໜ້າ ປກສ ກຸ່ມວັດນາກ, ມີທ່ານ ເດດສົງຄາມ ທໍາມະວົງ ເຈົ້າເມືອງສີສັດຕະນາກ, ພັທ ຄໍາຝັ່ງ ເຄືອບພະພອນ ຫົວໜ້າກອງບັນຊາການ ປກສ ເມືອງສີສັດຕະນາກ, ພັທ ຊຽງພັນ ອິນທະປັນຍາ ຮອງຫົວໜ້າຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີບັນດາພະນັກງານກໍ່ສ້າງຮາກຖານ, ນາຍບ້ານ ແລະ ປກສ-ປກຊ ບ້ານ ເຂົ້າຮ່ວມຈໍານວນ 48 ສະຫາຍ, ຍິງ 5 ສະຫາຍ.

ໃນກອງປະຊຸມ ທ່ານ ເດດສົງຄາມ ທໍາມະວົງ ເຈົ້າເມືອງສີສັດຕະນາກ ໄດ້ກ່າວເນັ້ນຕໍ່ພະນັກງານທີ່ລົງກໍ່ສ້າງຮາກຖານການເມືອງ ປະຈໍາກຸ່ມວັດນາກ ເມືອງສີສັດຕະນາກ ວ່າ: 6 ເດືອນທ້າຍປີ 2020 ຕ້ອງສຸມໃສ່ແກ້ໄຂບັນຫາທີ່ຍັງຄົງຄ້າງ ໃນບາດກ້າວທີ 3 ໂດຍສະເພາະແມ່ນການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ກໍາແໜ້ນການເໜັງຕີງຂອງພົນລະເມືອງ ຈໍານວນຄົນຫຼຸດ-ເພີ່ມ, ຄົນມີໜ້າ-ຄົນບໍ່ມີໜ້າຊົ່ວຄາວ, ຕໍ່ກັບຄົນຕ່າງປະເທດ ທີ່ມາພັກອາໄສຢູ່ໃນກຸ່ມ ເຊັ່ນ: ການລັກລອບປະກອບອາຊີບ, ດໍາເນີນທຸລະກິດ, ການແຕ່ງດອງກັບພົນລະເມືອງລາວ ແລະ ການກໍ່ອາຊະຍາກໍາທາງດ້ານອິນເຕີເນັດ ຕ້ອງໄດ້ຮັບການຄຸ້ມຄອງຕາມລະບຽບກົດໝາຍ; ພ້ອມທັງເອົາໃຈໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ເປັນຕົ້ນແມ່ນ ຢາເສບຕິດ, ນັກເລງອັນຕະພານ, ກຸ່ມເເກ້ງກວນເມືອງ ແລະ ສະພາບຄະດີອາຍາອື່ນໆ ໃນການລົງແກ້ໄຂ ແມ່ນໃຫ້ປະສານສົມທົບກັບບັນດາບ້ານ, ກຸ່ມບ້ານ ຂຶ້ນບັນຊີເປົ້າໝາຍຢ່າງລະອຽດ; ທັງນີ້ກໍ່ເພື່ອເຮັດໃຫ້ກຸ່ມວັດນາກ ກໍຄືເມືອງສີສັດຕະນາກ ມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມສະຫງົບດີຂຶ້ນກວ່າເກົ່າ.

ໃນກອງປະຊຸມ ພັທ ສົມເພັດ ດວງດາລາ ຫົວໜ້າ ປກສ ກຸ່ມວັດນາກ ໄດ້ຂຶ້ນຜ່ານບົດສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ 6 ເດືອນຕົ້ນປີ ແລະ ວາງທິດທາງ 6 ເດືອນທ້າຍປີ 2020 ຂອງ ປກສ ກຸ່ມວັດນາກ ໂດຍໃຫ້ຮູ້ວ່າ: ໃນ 6 ເດືອນທ້າຍປີ 2020 ປກສ ກຸ່ມວັດນາກ ຈະສຸມໃສ່ 4 ແຜນວຽກຈຸດສຸມ ໃຫ້ປະກົດຜົນເປັນຈິງ ຄື: 1 ວຽກງານຄຸ້ມຄອງສໍາມະໂນຄົວ ຕິດພັນກັບການຈັດລະບຽບສັງຄົມ; 2 ວຽກຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ແລະ ແກ້ໄຂປະກົດການຫຍໍ້ທໍ້; 3 ວຽກຄຸ້ມຄອງ, ກວດກາ, ແກ້ໄຂຄົນຕ່າງປະເທດລະເມີດລະບຽບກົດໝາຍ; 4 ວຽກປະສານສົມທົບກັບກໍາລັງ ຂອງອົງການປົກຄອງນໍາພາຂະບວນການ ຢູ່ຮາກຖານບ້ານ.

ຂ່າວສານບ້ານເມືອງ

Post navigation

Previous Post: ມອບ-ໂອນສູນຈໍາກັດບໍລິເວນຫລັກ 27 ໃຫ້ກົມເສນາຮັກ ກະຊວງປ້ອງກັນປະເທດເປັນຜູ້ຄຸ້ມຄອງ
Next Post: ກອງທຶນ ທລຍ ຝຶກອົບຮົມໃຫ້ບຸກຄະລາກອນນັບຮ້ອຍ ກຽມລົງຮາກຖານຊ່ວຍເຫຼືອປະຊາຊົນທຸກຍາກ 4 ແຂວງພາກເໜືອ

Related Posts

ຊາວພຸດຮ່ວມກັນທຳບຸນຕັກບາດໃນງານບຸນນະມັດສະການຜາສາດຫີນວັດພູປະຈໍາປີ 2021 ຂ່າວສານບ້ານເມືອງ
ເລັ່ງຊອກຫາຄົນຮ້າຍສັງຫານສາມສົບທີ່ເມືອງສຸຂຸມາ ຂ່າວສານບ້ານເມືອງ
ເຈົ້າແຂວງ ນໍາພາຂະບວນການອອກແຮງງານ ຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກ ແຂວງ ຈໍາປາສັກ ຂ່າວສານບ້ານເມືອງ
ບໍລິສັດເຊື້ອໄຟເປໂຕລີແມັກລາວ ຈຳກັດ ຮ່ວມກັບເຈົ້າຂອງປໍ້ານໍ້າມັນຫຼັກ 10 ມອບເຄື່ອງຊ່ວຍເຫຼືອໃຫ້ກອງບັນຊາການທະຫານແຂວງສະຫວັນນະເຂດ ຂ່າວສານບ້ານເມືອງ
ຕິດຄຸກ 3 ປີ ພົ້ນໂທດອອກມາຍັງບໍ່ເຄັດຫຼາບສືບຕໍ່ລັກຊັບ ຂ່າວສານບ້ານເມືອງ
ຊົນລະປະທານ 2 ແຫ່ງ ຢູ່ເມືອງສົບເບົາ ແຂວງຫົວພັນ ຄາດວ່າຈະໃຫ້ສຳເລັດປີ 2021 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme