Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ທໍາລາຍສິນຄ້າປອມແປງ ມູນຄ່າ 200 ລ້ານກວ່າກີບ

Posted on 10/09/202010/09/2020 By All in LAOS No Comments on ທໍາລາຍສິນຄ້າປອມແປງ ມູນຄ່າ 200 ລ້ານກວ່າກີບ

ທໍາລາຍຖິ້ມແກ່ນຕາເວັນ, ແຈ່ວເສສວນ ປອມແປງ, ຮຽນແບບ ມູນຄ່າກວ່າ 200 ລ້ານກວ່າກີບ

ນະຄອນຫຼວງວຽງຈັນ: ພິທີຈັດທຳລາຍສິນຄ້າເຄື່ອງບໍລິໂພກປະເພດແກ່ນຕາເວັນ, ຖົງບັນຈຸແກ່ນຕາເວັນ ແລະ ເຄື່ອງປຸງອາຫານ ປະເພດແຈ່ວເສສວນ, ຖົງບັນຈຸແຈ່ວເສສວນ ໄດ້ຈັດຂຶ້ນໃນວັນທີ 9 ກັນຍາ 2020 ທີ່ສະໜາມຂີ້ເຫຍື້ອ ຫຼັກ 32, ບ້ານນາຜາສຸກ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີ ທ່ານ ວິລະໄຊ ເລັ່ງສະຫວັດ ຫົວໜ້າກົມການຄ້າພາຍໃນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສົມຊາຍ ນົງລາດ ຫົວໜ້າພະແນກກວດກາການຄ້າ, ກົມການຄ້າພາຍໃນ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການທໍາລາຍສິນຄ້າທີ່ປອມແປງ-ຮຽນແບບ ແລະ ລະເມີດເຄື່ອງໝາຍການຄ້າ ວ່າ: ໂດຍປະຕິບັດຕາມພາລະບົດບາດ ແລະ ທິດຊີ້ນຳຂອງຄະນະນໍາກະຊວງອຸດສາຫະກຳ ແລະ ການຄ້າ, ກົມການຄ້າພາຍໃນ ໄດ້ຈັດພິທີທຳລາຍ ປະກອບມີ:

1. ແກ່ນຕາເວັນອົບແຫ້ງຍີ່ຫໍ້ (GNQ) ທີ່ໄດ້ບັນຈຸໃນແກັດ ຈໍານວນ 219 ແກັດ; 2. ເຄື່ອງປຸງອາຫານປະເພດ ແຈ່ວເສສວນ 201 ແກັດ; 3. ແກ່ນຕາເວັນຍັງບໍ່ທັນບັນຈຸ 105 ກິໂລ ແລະ 4. ຖົງເປົ່າບັນຈຸແກ່ນຕາເວັນ ແລະ ແຈ່ວເສສວນ 22 ເປົ້າ ລວມມູນຄ່າທັງໝົດ ປະມານ 208.405.000 ກີບ.

ສິນຄ້າດັ່ງກ່າວ ເຈົ້າໜ້າທີ່ກວດກາການຄ້າ ໄດ້ລົງຕິດຕາມ, ກວດກາເປົ້າໝາຍພົບທີ່ ໂຮງງານ ອັດຮ່າຍ ແລະ ປຸງແຕ່ງອາຫານ, ຢູ່ບ້ານແກ້ງໄຄ້, ເມືອງໄຊທານີ ແລະ ຮ້ານຈຳໜ່າຍ ສິນຄ້າຂອງໂຮງງານດັ່ງກ່າວ ຢູ່ບ້ານຫ້ວຍຫົງ ເມືອງຈັນທະບູລີ ໃນວັນທີ 16 ມິຖຸນາ 2020 ຜ່ານມາ ເຊິ່ງໂຮງງານດັ່ງກ່າວໄດ້ນໍາໃຊ້ໃບທະບຽນວິສາຫະກິດບໍລິສັດຜະລິດຕະພັນອາຫານຢົງລີ ວຽງຈັນ ຈໍາກັດຜູ້ດຽວ ມີການຜະລິດແກ່ນຕາເວັນອົບແຫ້ງ ແລະ ແຈ່ເສສວນ ໂດຍບໍ່ໄດ້ຮັບອະນຸຍາດ ການດຳເນີນທຸລະກິດການຜະລິດຈາກຂະແໜງອຸດສາຫະກໍາ, ບໍ່ມີໃບຢັ້ງຢືນ ອຍ ຈາກຂະແໜງສາທາລະນະສຸກ ສະນັ້ນຈຶ່ງບໍ່ຮັບປະກັນທາງດ້ານຄຸນນະພາບ.

ນອກນັ້ນ, ໃນຊ່ອງບັນຈຸແກ່ນຕາເວັນຍັງລະບຸແອບອ້າງຊື່ຂອງບໍລິສັດນຳເຂົ້າອື່ນ ໂດຍບໍ່ໄດ້ຮັບອານຸຍາດ ແລະ ຊ່ອງບັນຈຸແຈ່ວເສສວນ ກໍໃສ່ຮູບຄືກັບແຈ່ວທີ່ນໍາເຂົ້າ ຈຶ່ງເຮັດໃຫ້ຜູ້ຊົມໃຊ້ເຂົ້າໃຈຜິດແຫຼ່ງທີ່ມາ ຖືວ່າເປັນການຫຼອກລວງຜູ້ຊົມໃຊ້.

ສະນັ້ນ, ຄະນະລົງກວດກາ ຈຶ່ງໄດ້ຍຶດສິນຄ້າ ແລະ ໄດ້ນຳ​ມາ​ທຳ​ລາຍ​ຖີ້ມ​ຕາມ​ລະ​ບຽບ​ການ. ສ່ວນ​ໂຮງ​ງານ​ດັ່ງ​ກ່​າວ ທາງ​ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ​ໄດ້​​ໃສ່​ມາດ​ຕະ​ການ​ຕາມ​ລະ​ບຽບ​ກົດ​ໝາຍ.

ກົດນີ້ເລີຍເພື່ອຮັບສ່ວນຫຼຸດ 50%
ຂ່າວສານບ້ານເມືອງ

Post navigation

Previous Post: ປະກາດຫາຍາດພີ່ນ້ອງນາງອົ້ນ ຈັນທະວີໄຊ (ຄົນສະຕິບໍ່ຄ່ອຍດີ)
Next Post: ມອບ-ໂອນສູນຈໍາກັດບໍລິເວນຫລັກ 27 ໃຫ້ກົມເສນາຮັກ ກະຊວງປ້ອງກັນປະເທດເປັນຜູ້ຄຸ້ມຄອງ

Related Posts

ນະຄອນຫລວງວຽງຈັນ​ ລັອກດາວ​ ພື້ນທີ່ສີແດງ 14 ມື້​ ໂດຍມີ​ 3​ ລະດັບຄື ບ້ານແດງເຂັ້ມ,​ ບ້ານແດງ ແລະ ບ້ານເຫລືອງ 14 ມື້ ຂ່າວສານບ້ານເມືອງ
ຂ່າວມະຫາກຸສົນ ຫລໍ່ພຣະພຸດທະຮູບໃຫຍ່ອົງຕື້ຈອມສີ ວັດພຣະທາດໂມລີ ບ້ານຈອມສີ ເມືອງໄຊເສດຖາ ຂ່າວສານບ້ານເມືອງ
3 ອົງການຈັດຕັ້ງມະຫາຊົນພະແນກ ຖວທ ແຂວງຊຽງຂວາງ ມອບເຄື່ອງໃຊ້ໃນຄົວເຮືອນໃຫ້ປະຊາຊົນຜູ້ທຸກຍາກ ຂ່າວສານບ້ານເມືອງ
ອ່ານດ່ວນ! ຫຼວງພະບາງເປີດທາມລາຍຜູ້ຕິດເຊື້ອໃໝ່ 4 ກໍລະນີມື້ນີ້ ຂ່າວສານບ້ານເມືອງ
ບັນທຶກສະຖິຕິໃໝ່ຂອງລາວພົບຜູ້ຕິດເຊື້ອ 1170ຄົນ ຂ່າວສານບ້ານເມືອງ
ອຸຕຸແຈ້ງທົ່ວປະເທດອາກາດຈະເຢັນລົງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme