Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ການນຳເມືອງທ່າພະບາດ ຮ່ວມກັບບ້ານ ຊ່ວຍປຸກສ້າງເຮືອນໃຫ້ຄອບຄົວທຸກຍາກ

Posted on 09/09/202009/09/2020 By News No Comments on ການນຳເມືອງທ່າພະບາດ ຮ່ວມກັບບ້ານ ຊ່ວຍປຸກສ້າງເຮືອນໃຫ້ຄອບຄົວທຸກຍາກ

ໃນວັນທີ 5 ກັນຍາ 2020 ຢູ່ທີ່ ບ້ານໂພນສະຫວັນ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ທ່ານ ພູວົງ ພີມມະສອນ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານກໍ່ສ້າງຮາກຖານ ແລະ ອຳນາດການປົກຄອງບ້ານ ຮ່ວມກັບປະຊາຊົນພາຍໃນບ້ານດັ່ງກ່າວພ້ອມກັນໄດ້ລົງມືປຸກສ້າງເຮືອນ 1 ຫຼັງໃຫ້ຄອບຄົວທີ່ຍັງບໍ່ພົ້ນທຸກ 1 ຄອບຄົວ.

ຕາມການຢັ້ງຢືນຈາກອໍານາດການປົກຄອງບ້ານເບື້ອງຕົ້ນໃຫ້ຮູ້ວ່າ: ຄອບຄົວດັ່ງກ່າວເປັນຄອບຄົວທີ່ທຸກຍາກ ໃນຄອບຄົວມີສະມາຊິກທັງໝົດ 4 ຄົນ, ຍິງ 3 ຄົນ, ໃນນັ້ນ ພິການຂາ 1 ຄົນ, ຜູ້ສູງອາຍຸ 1 ຄົນ ແລະ ເດັກ 1 ຄົນ ແຮງງານຕົ້ນຕໍແມ່ນມີ 1 ຄົນ.

ຄອບຄົວຜູ້ກ່ຽວແມ່ນມີເສົາຕັ້ງຢູ່ແລ້ວຂະໜາດ 6 x 7 ແມ້ັດ ສະນັ້ນ ອຳນາດການປົກຄອງຂອງເມືອງ, ບ້ານ ແລະ ປະຊາຊົນພາຍໃນບ້ານ ໄດ້ລະດົມແຮງງານ ແລະ ທືນເປັນເງິນຈຳນວນໜຶ່ງຊ່ວຍເຫຼືອ ຄື: ອົງການຈັດຕັ້ງທາງເມືອງໄດ້ຊ່ວຍເຫຼືອເປັນຈຳນວນເງີນ 1.390.000 ກີບ, ເງິນລວມບ້ານຈຳນວນ 260.000 ກີບ, ນ້ຳຈິດ ນ້ຳໃຈສ່ວນບຸກຄົນ ລວມເປັນເງີນ 568.000 ກີບ ຕົກເປັນຈຳນວນເງີນທັງໝົດ 2.218.000 ກີບ ແລະ ແຮງງານລວມ ມີ 60 ແຮງງານທີ່ເຂົ້າຮ່ວມຊ່ວຍເຫຼືອໃນຄັ້ງນີ້.

ການລະດົມທຶນ ແລະ ແຮງງານເພື່ອເຂົ້າຊ່ວຍເຫລືອຄອບຄົວດັ່ງກ່າວໃນຄັ້ງນີ້ ກໍເພື່ອເປັນການຊ່ວຍເຫລືອຄອບຄົວທີ່ພວມປະສົບບັນຫາທາງດ້ານການໃຊ້ຊີວິດ ອັນສືບເນື່ອງມາຈາກການຂາດເຂີນແຮງງານ ເພື່ອໃຫ້ເຂົາເຈົ້າໄດ້ມີຊີວິດທີ່ດີຂຶ້ນ ເໝືອນກັບຄອບຄົວອຶ່ນໆພາຍໃນບ້ານ.

ຂ່າວສານບ້ານເມືອງ

Post navigation

Previous Post: ການປູກເຂົ້ານາປີແບບໃໝ່ສາມາດເພີ່ມຜົນຜະລິດໄດ້ເປັນ 2 ເທົ່າ
Next Post: ປະກາດຫາຍາດພີ່ນ້ອງນາງອົ້ນ ຈັນທະວີໄຊ (ຄົນສະຕິບໍ່ຄ່ອຍດີ)

Related Posts

ຄວາມສາມັກຄີ ກອງພັນໃຫຍ່ 201 ສໍາເລັດການສ້າງຂົວຂ້າມນໍ້າພູນ ຂ່າວສານບ້ານເມືອງ
ພົບພຣະພຸດທະຮູບເກົ່າແກ່ ອາຍຸ 348 ປີ ທີ່ບ້ານໂນນອຸດົມ ເມືອງອຸທຸມພອນ ຂ່າວສານບ້ານເມືອງ
ແຂວງບໍ່ແກ້ວ ປະກາດວິໄນ ສະມາຊິກພັກຫຼາຍສະຫາຍ ແລະ ຍົກຍ້າຍພະນັກງານ-ລັດຖະກອນ ຂະແໜງການເງິນ ຂ່າວສານບ້ານເມືອງ
ແຈ້ງການ! ສັ່ງໂຈະການຮຽນການສອນ ທັງພາກລັດ ແລະ ເອກະຊົນທົ່ວນະຄອນຫຼວງວຽງຈັນ ຂ່າວສານບ້ານເມືອງ
ເປີດທົດລອງການນໍາໃຊ້ລະບົບຈັດເກັບຄ່າທໍານຽມ ແລະ ຄ່າບໍລິການ (easy pass ) ຜ່ານລະບົບທະນາຄານພັດທະນາລາວທີ່ດ່ານຂົວມິດຕະພາບ III ຂ່າວສານບ້ານເມືອງ
ຮ່ວມໂມທະນາບຸນສ້າງພຣະທາດຣັດຕະນະເຈດີສີມຸງຄຸນ ທີ່ວັດປ່າສະຫວັນພຣົມ ບ້ານດົງໝາກຄາຍ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme