Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຈັດກອງປະຊຸມທາງໄກ ລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 53 ແລະ ບັນດາກອງປະຊຸມລັດຖະມົນຕີອື່ນໆທີ່ກ່ຽວຂ້ອງ

Posted on 09/09/202009/09/2020 By News No Comments on ຈັດກອງປະຊຸມທາງໄກ ລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 53 ແລະ ບັນດາກອງປະຊຸມລັດຖະມົນຕີອື່ນໆທີ່ກ່ຽວຂ້ອງ

ກະຊວງການຕ່າງປະເທດ: ໃນວັນທີ 9 ກັນຍາ 2020, ທີ່ກະຊວງການຕ່າງປະເທດ, ນະຄອນຫລວງວຽງຈັນ, ທ່ານສະເຫຼີມໄຊກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດໄດ້ນຳພາຄະນະເຂົ້າຮ່ວມ

  • ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງທີ 53,
  • ກອງປະຊຸມຄະນະກຳມາທິການເຂດປອດອາວຸດນິວເຄລຍໃນອາຊີຕາເວັນອອກສ່ຽງໃຕ້,
  • ກອງປະຊຸມສະພາປະສານງານອາຊຽນຄັ້ງທີ 27,
  • ກອງປະຊຸມສະພາປະສານງານສະໄໝພິເສດວ່າດ້ວຍການພັດທະນາອານຸພາກພື້ນ,
  • ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຈີນ,
  • ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ສ.ເກົາຫລີ,
  • ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຍີ່ປຸ່ນ,
  • ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນບວກສາມຄັ້ງທີ 21,
  • ກອງປະຊຸມລັດຖະມົນຕີຕ່າງປະເທດຂອບກອງປະຊຸມສຸດຍອດອາຊີຕາເວັນອອກຄັ້ງທີ 10 ແບບທາງໄກ

ພາຍໃຕ້ການເປັນປະທານອາຊຽນຂອງ ສສ. ຫວຽດນາມ.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງທີ 53 ໄດ້ຕີລາຄາສູງຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດບັນດາຄຳຕົກລົງຂອງຜູ້ນຳອາຊຽນໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ຜ່ານມາໂດຍສະເພາະຄວາມພະຍາຍາມຂອງອາຊຽນໃນການສືບຕໍ່ຮ່ວມມືກັນເພື່ອປ້ອງກັນ, ຮັບມືແລະແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19, ການສ້າງຕັ້ງກອງທຶນສຸກເສີນ, ການສ້າງຄັງແຮຢາປົວພະຍາດ ແລະອຸປະກອນການແພດອາຊຽນເພື່ອຮັບມື ແລະ ແກ້ໄຂການແຜ່ລະບາດພະຍາດໂຄວິດ-19 ແລະການສໍາເລັດຮ່າງແຜນການຟື້ນຟູຮອບດ້ານຂອງອາຊຽນຫຼັງໂຄວິດ-19.

ພ້ອມນີ້, ໄດ້ສະແດງຄວາມພໍໃຈຕໍ່ຜົນການຈັດຕັ້ງປະຕິບັດກິດຈະກຳບູລິມະສິດການເປັນປະທານອາຊຽນປີ 2020 ຂອງຫວຽດນາມເປັນຕົ້ນການທົບທວນກາງສະໄໝແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ 2025, ແລະການຮ່າງວິໄສທັດປະຊາຄົມອາຊຽນຫຼັງປີ 2025.

ພ້ອມນີ້, ກອງປະຊຸມໄດ້ພິຈາລະນາຂໍ້ສະເໜີການສະໝັກເຂົ້າເປັນພາຄີຂອງສົນທິສັນຍາໄມຕີຈິດແລະການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ (TAC) ຂອງບັນດາປະເທດນອກພາກພື້ນອາຊຽນທີ່ມີຄວາມສົນໃຈຈຳນວນໜຶ່ງແລະໄດ້ກະກຽມດ້ານເນື້ອໃນແລະພະລາທິການໃຫ້ແກ່ກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ແລະກອງປະຊຸມສຸດຍອດທີ່ກ່ຽວຂ້ອງທີ່ຈະມີຂຶ້ນໃນເດືອນພະຈິກ 2020 ນີ້.

ກອງປະຊຸມຄັ້ງນີ້, ໄດ້ຮັບຮອງເອົາ 2 ເອກະສານທີ່ສຳຄັນຄື: 1). ຖະແຫລງການຮ່ວມຂອງກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງທີ 53, ແລະຄູ່ມືສໍາລັບຂະບວນການ, ຂັ້ນຕອນ, ການຈັດຕັ້ງປະຕິບັດແລະພິທີການຂອງເວທີພາກພື້ນອາຊຽນ. ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງຕໍ່ໄປ (ຄັ້ງທີ 54) ຈະຈັດຂຶ້ນໃນປີ 2021 ຢູ່ປະເທດບຣູໄນ (ປະທານອາຊຽນຜູ້ຕໍ່ໄປ).

ກອງປະຊຸມສະພາປະສານງານອາຊຽນຄັ້ງທີ 27 ໄດ້ຕີລາຄາສູງຕໍ່ຄວາມພະຍາຍາມຂອງອາຊຽນໃນການສືບຕໍ່ສ້າງປະຊາຄົມອາຊຽນ ພາຍໃຕ້ການເປັນປະທານອາຊຽນຂອງຫວຽດນາມສົກປີ 2020.

ກອງປະຊຸມຍັງໄດ້ຮັບຮອງເອົາເອກະສານ ແລະ ຮັບຊາບບົດລາຍງານຈຳນວນໜຶ່ງເປັນຕົ້ນບົດລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດວິໄສທັດອາຊຽນ 2025.

ພິເສດກອງປະຊຸມໄດ້ຊົມເຊີຍການປະກອບສ່ວນດ້ານທຶນຮອນຂອງສ. ເກົາຫລີ, ອັງກິດແລະໄທຈຳນວນ 1 ລ້ານໂດລາສະຫະລັດອາເມລິກາ, 1 ລ້ານປອນ (GBP), ແລະ 1 ແສນໂດລາສະຫະລັດອາເມລິກາຕາມລຳດັບເຂົ້າໃນກອງທຶນສຸກເສີນຮັບມືໂຄວິດ-19 ອາຊຽນ (COVID-19 ASEAN Response Fund); ໄດ້ຮັບຮອງເອົາເອກະສານແນວຄວາມຄິດການສ້າງຄັງແຮຢາປົວພະຍາດແລະອຸປະກອນການແພດອາຊຽນ (ASEAN Regional Reserve of Medical Supplies for Public Health Emergencies-RRMS); ແລະຮ່າງແຜນການຟື້ນຟູຮອບດ້ານຂອງອາຊຽນ (ASEAN Comprehensive Recovery Plan).

ຫຼັງຈາກສໍາເລັດກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 27 ແລ້ວ,ທ່ານລັດຖະມົນຕີສະເຫຼີມໄຊກົມມະສິດໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມໃນພາກວາລະພິເສດຂອງກອງປະຊຸມສະພາປະສານງານອາຊຽນວ່າດ້ວຍການພັດທະນາໃນອະນຸພາກພື້ນ (Special Session of the ASEAN Coordinating Council Meeting on Sub-Regional Development), ເຊິ່ງໄດ້ເຫັນດີເປັນເອກະພາບກັນກ່ຽວກັບຈຸດປະສົງ-ລະດັບຄາດໝາຍຂອງບັນດາຂອບການຮ່ວມມືລະດັບພາກພື້ນຕ້ອງສຸມໃສ່ການຮ່ວມມືເພື່ອການພັດທະນາ, ການແກ້ໄຂຄວາມທຸກຍາກ, ການຮັດແຄບຄວາມແຕກໂຕນດ້ານການພັດທະນາລະຫວ່າງປະເທດສະມາຊິກອາຊຽນເກົ່າແລະໃໝ່, ການເຊື່ອມຈອດອາຊຽນແລະການພັດທະນາແບບຍືນຍົງ.

ນອກຈາກນີ້, ໄດ້ຕົກລົງກັນວ່າ: ທຸກຂອບການຮ່ວມມືຢູ່ລະດັບພາກພື້ນຕ້ອງເສີມສ້າງ (synergy) ເຊິ່ງກັນແລະກັນລວມທັງການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນທີ່ດີແລະຕ້ອງປະກອບສ່ວນເຂົ້າໃນການເຊື່ອມໂຍງອາຊຽນກໍ່ຄືການສ້າງປະຊາຄົມອາຊຽນໃນປີ 2025 ແລະຫຼັງປີ 2025.

ໃນຕອນບ່າຍ ຂອງວັນດຽວກັນ, ທ່ານ ລັດຖະມົນຕີ ສະເຫຼີມໄຊກົມມະສິດ ໄດ້ນໍາພາຄະນະຜູເແທນ ແຫ່ງ ສປປ ລາວ ສືບຕໍ່ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຈີນ, ອາຊຽນ-ຍີ່ປຸ່ນ ແລະ ອາຊຽນ-ສ. ເກົາຫຼີ, ເຊິ່ງ ກອງປະຊຸມຕີລາຄາສູງ ຕໍ່ຜົນການຈັດຕັ້ງປະຕິບັດ ການຮ່ວມມື ອາຊຽນ-ຈີນ, ອາຊຽນ-ຍີ່ປຸ່ນ ແລະ ອາຊຽນ-ສ. ເກົາຫຼີ ໄລຍະ 1 ປີຜ່ານມາ ໂດຍສະເພາະ ການຈັດຕັ້ງປະຕິບັດ ແຜນປະຕິບັດອາຊຽນ-ຈີນ, ອາຊຽນ-ຍີ່ປຸ່ນ ແລະ ອາຊຽນ-ສ. ເກົາຫຼີ ໃນໄລຍະ 2016-2020, ເຊິ່ງກວມເອົາ 3 ເສົາຄໍ້າ ຂອງການສ້າງປະຊາຄົມອາຊຽນ (ການເມືຶອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທໍາ-ສັງຄົມ) ລວມທັງ ການປ້ອງກັນ, ຮັບມື ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19, ເຊິ່ງ ສ.ປ ຈີນ, ຍີ່ປຸ່ນ, ແລະ ສ.ເກົາຫຼີ ໄດ້ເຫັນດີ ສະໜັບສະໜູນ ຂໍ້ລິເລີ່ມ ຂອງອາຊຽນ ໃນການສ້າງຕັ້ງກອງທຶນສຸກເສີນອາຊຽນ ເພື່ອຮັບມືກັບ ໂຄວິດ-19 ແລະ ຄັງແຮສຸກເສີນຢາປົວພະຍາດ ແລະ ອຸປະກອນການແພດອາຊຽນ ແລະ ທັງ 3 ປະເທດ ກໍ່ໄດ້ປະກອບສ່ວນທຶນຮອນ ຈາກກອງທຶນຮ່ວມມື ອາຊຽນ-ຈີນ, ອາຊຽນ-ຍີ່ປຸ່ນ ແລະ ອາຊຽນ-ສ. ເກົາຫຼີ ເຂົ້າໃນກອງທຶນສຸກເສີນອາຊຽນໂຄວິດ-19 ແລ້ວ.

ສໍາລັບທິດທາງໃນຕໍ່ໜ້າ, ລັດຖະມົນຕີຕ່າງປະເທດອາຊຽນ-ຈີນ, ອາຊຽນ-ຍີ່ປຸ່ນ, ແລະ ອາຊຽນ-ສ.ເກົາຫຼີ ໄດ້ເຫັນດີຈະສືບຕໍ່ເພີ່ມທະວີການຮ່ວມືກັນ ໃນບາງຂົງເຂດບູລິມະສິດ ເຊັ່ນ: ຂົງເຂດສາທາລະນະສຸກ, ການສຶກສາ, ການຫັນເປັນເສດຖະກິດດິຈິຕອນ ແລະ ນະວັດຕະກໍາ, ການເຊື່ອມຈອດອາຊຽນ, ການຮັດແຄບຄວາມແຕກໂຕນດ້ານການພັດທະນາພາຍໃນອາຊຽນ, ການທ່ອງທ່ຽວ, ການພັດທະນາແບບຍືນຍົງ, ການຄໍ້າປະກັນສະບຽງອາຫານ ແລະ ການພັດທະນາເຄືອຂ່າຍຕົວເມືອງອັດສະລິຍະ ອາຊຽນ.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຈີນ, ອາຊຽນ-ຍີ່ປຸ່ນ, ແລະ ອາຊຽນ-ສ.ເກົາຫຼີ ຄັ້ງນີ້ ຍັງໄດ້ແລກ ປ່ຽນຄໍາຄິດຄໍາເຫັນນໍາກັນຕໍ່ບາງບັນຫາເດັ່ນ ຢູ່ພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ເຊັ່ນ: ບັນຫາແຫຼມເກົາຫຼີ, ທະເລຈີນໃຕ້, ການຈັດຕັ້ງປະຕິບັດເອກະສານແນວຄວາມຄິດອິນໂດ-ປາຊີຟິກ ຂອງອາຊຽນ ແລະ ອື່ນໆ.

ນອກນີ້, ລັດຖະມົນຕີຕ່າງປະເທດອາຊຽນ-ຈີນ, ອາຊຽນ-ຍີ່ປຸ່ນ, ແລະ ອາຊຽນ-ສ.ເກົາຫຼີ ຍັງໄດ້ກະກຽມ ດ້ານເນື້ອໃນ ແລະ ພະລາທິການ ໃຫ້ແກ່ກອງປະຊຸມສຸດຍອດຜູ້ນໍາອາຊຽນ-ຈີນ, ອາຊຽນ-ຍີ່ປຸ່ນ ແລະ ອາຊຽນ-ສ.ເກົາຫຼີ ທີ່ຈະມາເຖິງ ໃນເດືອນພະຈິກ 2020. ພ້ອມນີ້, ຍັງໄດ້ຮັບຮອງເອົາເອກະສານຜົນ ຂອງແຕ່ລະກອງປະຊຸມຈໍານວນໜຶ່ງ ໂດຍສະເພາະ ແຜນປະຕິບັດງານ ສະບັບໃໝ່ 2021-2025.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຈີນ, ອາຊຽນ-ຍີ່ປຸ່ນ, ແລະ ອາຊຽນ-ສ.ເກົາຫຼີ ຄັ້ງຕໍ່ໄປ ຈະຈັດຂຶ້ນຢູ່ ບຣູໄນ (ປະທານອາຊຽນຜູ້ຕໍ່ໄປ) ໃນປີ 2021.

ໃນຕອນແລງຂອງວັນດຽວ, ທ່ານ ລັດຖະມົນຕີ ໄດ້ສືບຕໍ່ນຳພາຄະນະເຂົ້າຮ່ວມ ກອງປະຊຸມອາຊຽນບວກສາມ (ອາຊຽນບວກຈີນ, ຍີ່ປຸ່ນ ແລະ ສ. ເກົາຫຼີ), ເຊິ່ງໄດ້ສະແດງຄວາມເພິ່ງພໍໃຈ ຕໍ່ຜົນການຈັດຕັງປະຕິບັດ ການຮ່ວມມື ໄລຍະ 1 ປີຜ່ານມາ ໂດຍສະເພາະ ການຜັນຂະຫຍາຍ ຜົນກອງປະຊຸມສຸດຍອດອາຊຽນບວກສາມກ່ຽວກັບ ການແຜ່ລະບາດພະຍາດໂຄວິດ-19 ໃນເດືອນເມສາ 2020 ຜ່ານມາ; ການຮ່ວມມືກັນໃນການປ້ອງກັນ, ຮັບມື ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19; ແລະ ການແກ້ໄຂຜົນກະທົບຂອງພະຍາດໂຄວິດ-19 ຕໍ່ການພັດທະນາເສດຖະກິດ-ສັງຄົມ ກໍ່ຄືຊີວິດການເປັນຢູ່ຂອງປະຊາຊົນ.

ສຳລັບທິດທາງໃນຕໍ່ໜ້າ, ກອງປະຊຸມໄດ້ເຫັນດີສືບຕໍ່ຮ່ວມມືກັນໃນຂະແໜງການສາທາລະນະສຸກ ໂດຍສະເພາະ ການແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນທີ່ດີ ລວມທັງ ການຮ່ວມມືກັນ ໃນການຄົ້ນຄວ້າ-ພັດທະນາ ແລະ ຜະລິດຢາປົວພະຍາດ ກໍ່ຄື ຢາວັກແຊັງຕ້ານໂຄວິດ-19 ແລະ ການຮັບປະກັນ ໃນການເຂົ້າເຖິງ ແລະ ສາມາດໄດ້ຮັບຢາປົວພະຍາດ ແລະ ຢາວັກແຊັງດັ່ງກ່າວ ໃນເວລາທີ່ມີຢາດັັ່ງກ່າວແລ້ວ; ຮ່ວມມືກັນເພື່ອຟື້້ນຟູ ເສດຖະກິດຮອບດ້ານ ພາຍຫຼັງ ໂຄວິດ-19 ລວມທັງ ການປຶກສາຫາລື ໃນການເປີດຊ່ອງທາງພິເສດໃນການເດີນທາງນຳກັນ; ການສືບຕໍ່ຈັດຕັ້ງປະຕິບັດ ແຜນແມ່ບົດການເຊື່ອມຈອດອາຊຽນ ຮອດປີ 2025 (MPAC 2025); ການຈັດຕັ້ງປະຕິບັດ ແຜນປະຕິບັດງານ ການເຊື່ອມໂຍງອາຊຽນ ສະບັບທີ 3 (2016-2020) ແລະ ສະບັບທີ 4 (2021-2025); ການຫັນເປັນເສດຖະກິດດີຈີຕອນ ໂດຍສຸມໃສ່ສົ່ງເສີມ ຈຸລະວິສາຫະກິດ, ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (MSMEs) ເພື່ອໃຫ້ສາມາດເຮັດທຸລະກິດທາງເອເລັກໂຕຼນິກຮ່ວມກັນໄດ້; ການພັດທະນາແບບຍືນຍົງ ລວມທັງການໃຫ້ການຮ່ວມມືຊ່ວຍເຫຼືອ ພາຍໃຕ້ເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ; ການຮ່ວມມືບ້ວງຄັງເຂົ້າສຸກເສີນອາຊຽນບວກສາມ ແລະ ວຽກງານການຮ່ວມມືຫຼາຍຝ່າຍພາຍໃຕ້ຂໍ້ລິເລີ່ມຊຽງໃໝ່ (CMIM). ກອງປະຊຸມຄັ້ງນີ້, ຍັງໄດ້ແລກປ່ຽນ ຄຳຄິດຄຳເຫັນນຳກັນຕໍ່ບາງບັນຫາເດັ່ນ ຢູ່ພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ພ້ອມນີ້, ກອງປະຊຸມໄດ້ພ້ອມກັນກະກຽມ ດ້ານເນື້ອໃນ ແລະ ພະລາທິການ ໃຫ້ແກ່ກອງປະຊຸມສຸດຍອດອາຊຽນບວກສາມ ທີ່ຈະມີຂຶ້ນໃນ ເດືອນພະຈິກ 2020.

ສຸດທ້າຍ, ກອງປະຊຸມຄັ້ງນີິ້ ຍັງໄດ້ຮັບຮອງເອົາເອກະສານຜົນກອງປະຊຸມຈຳນວນໜຶ່ງ ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນບວກສາມຄັ້ງຕໍ່ໄປຈະຈັດຂຶ້ນ ໃນປີ 2021 ຢູ່ບຣູໄນ (ປະທານອາຊຽນຜູ້ຕໍ່ໄປ).

ໃນຕອນຄໍ່າຂອງວັນດຽວກັນ, ທ່ານ ລັດຖະມົນຕີ ໄດ້ສືບຕໍ່ນໍາພາຄະນະເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງ ປະເທດຂອບການຮ່ວມມືກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອັດສ), ເຊິ່ງໄດ້ຕີລາຄາສູງຕໍ່ຜົນການ ຈັດຕັ້ງປະຕິບັດ ການຮ່ວມມືໃນໄລຍະຜ່ານມາ ໂດຍສະເພາະການຜັນຂະຫຍາຍຜົນກອງປະຊຸມສຸດຍອດ ອີເອເອັດສ ໃນເດືອນພະຈິກ 2019 ທີ່ ບາງກອກ, ປະເທດໄທ ແລະ ການຈັດຕັ້ງປະຕິບັດ 6 ຂະແໜງການບູລິມະສິດ ຂອງຂອບການຮ່ວມມືດັ່ງກ່າວ: ພະລັງງານ, ສຶກສາ, ການເງິນ, ສາທາລະນະສຸກ, ສິ່ງແວດລ້ອມ ແລະ ການຄຸ້ມຄອງໄພທໍາມະຊາດ ແລະ ການເຊື່ອມຈອດ.

ສໍາລັບທິດທາງໃນຕໍ່ໜ້າ, ກອງປະຊຸມ ໄດ້ເຫັນດີ ຈະສືບຕໍ່ຮ່ວມມືກັນ ໃນການຈັດຕັ້ງປະຕິບັດ 6 ຂະແໜງການບູລິມະສິດຂອງຂອບການຮ່ວມມືອີເອເອັດສ ໂດຍສະເພາະການຮ່ວມມືກັນ ໃນການປ້ອງກັນ, ຮັບມື ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການແກ້ໄຂຜົນກະທົບດ້ານເສດຖະກິດ ຫຼັງໂຄວິດ-19 ແນ່ໃສ່ສົງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ. ພ້ອມນີ້, ກອງປະຊຸມຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ຕໍ່ບາງບັນຫາເດັ່ນ ຢູ່ພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ເປັນຕົ້ນ: ແຫຼມເກົາຫຼີ, ທະເລຈີນໃຕ້, ບັນຫາຄວາມຫຍຸ້ງຍາກຢູ່ ລັດຣະຄາຍ (ມຽນມາ), ການຮ່ວມມືກັນ ໃນການຜັນຂະຫຍາຍ ເອກະສານແນວຄວາມຄິດອິນໂດ-ປາຊີຟິກ ອາຊຽນ ແລະ ອື່ນໆ.

ນອກນີ້, ກອງປະຊຸມຍັງໄດ້ກະກຽມ ດ້ານເນື້ອໃນ ແລະ ພິທີການ ໃຫ້ແກ່ກອງປະຊຸມສຸດຍອດ ອີເອເອັດສ ຄັ້ງຈະມາເຖິງ ໃນເດືອນ ພະຈິກ 2020. ກອງປະຊຸມຄັ້ງນີ້ ໄດ້ສະແດງຄວາມຊົມເຊີຍ ຕໍ່ຄວາມຄືບໜ້າ ໃນການຮ່າງ 5 ເອກະສານຜົນກອງປະຊຸມສຸດຍອດ ອີເອເອັດສ ຄັ້ງທີ່ ຈະມາເຖິງ ໃນເດືອນ ພະຈິກ 2020 ເຊັ່ນ: ຖະແຫຼງການຮ່າໂນ່ຍ ວ່າດ້ວຍການສະເຫຼີມສະຫຼອງຄົບຮອບ 15 ປີ ອີເອເອັດສ, ຖະແຫຼງການຜູ້ນໍາ ອີເອເອັດສ ວ່າດ້ວຍຄວາມຍືນຍົງທາງທະເລ; ຖະແຫຼງການຜູ້ນໍາ ອີເອເອັດສ ວ່າດ້ວຍ ການຮັດແໜ້ນຄວາມອາດສາມາດຮ່ວມກັນໃນການປ້ອງກັນ ແລະ ຮັບມື ກັບພະຍາດລະບາດ; ຖະແຫຼງການຜູ້ນໍາ ອີເອເອັດສ ວ່າດ້ວຍ ແມ່ຍິງ; ສັນຕິພາບ ແລະ ຄວາມໝັ້ນຄົງ ແລະ ຖະແຫຼງການ ອີເອເອັດສ ວ່າດ້ວຍ ການຮ່ວມມືເພື່ອສົ່ງເສີມການເຕີບໂຕຢ່າງໝັ້ນຄົງຂອງເສດຖະກິດພາກພື້ນ.

ກອງປະຊຸມລັດຖະມົນຕີຕ່າງປະເທດຂອບ ກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງຕໍ່ໄປຈະຈັດຂຶ້ນໃນປີ 2021 ຢູ່ ບຣູໄນ (ປະທານອາຊຽນຜູ້ຕໍ່ໄປ).

ພາບແລະຂ່າວ: ກະຊວງການຕ່າງປະເທດ

ຂ່າວສານບ້ານເມືອງ

Post navigation

Previous Post: ແຂວງບໍ່ແກ້ວ ເຜີຍແຜ່ຜົນສຳເລັດເນື້ອໃນ ກອງປະຊຸມສະໄຫມສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ
Next Post: ໄຟຟ້າລາວຊີ້ແຈງຊັດເຈນ ຂ່າວລືຈີນຍຶດເຂື່ອນລາວບໍ່ມີມູນຄວາມຈິງ

Related Posts

ບຸນນະມັດສະການພຣະທາດຫຼວງວຽງຈັນປີນີ້ຈະຈັດຂຶ້ນແຕ່ວັນທີ 4-8 ພະຈິກ 2022 ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມ 2033ຄົນ ຂ່າວສານບ້ານເມືອງ
ລົດເມ ປາກເຊ-ກຸງເທບປີ່ນລົງຂ້າງທາງ ຂ່າວສານບ້ານເມືອງ
ຜູ້ແທນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ IX ເຂົ້າວາງພວງມາລາ ແລະ ກະຕ່າດອກໄມ້ ຂ່າວສານບ້ານເມືອງ
ຄະນະບໍລິຫານງານພັກ ແຂວງໄຊສົມບູນ ດຳເນີນຊີວິດການເມືອງທ້າຍສະໄໝ ຂ່າວສານບ້ານເມືອງ
ສະຫຼົດໃຈ! ລົດຈັກເສຍຫຼັກ ຕຳຫຼັກມ້າລາຍ ເສຍຊີວິດ ຫຼັງນໍາສົ່ງໂຮງໝໍ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme