ໃນວັນທີ 4 ກັນຍາ 2020 ປກສ ກຸ່ມສິມມະໂນ ໄດ້ປະກາດການແຕ່ງຕັ້ງກໍາລັງກອງຮ້ອຍ ແລະ ກໍາລັງປ້ອງກັນຄວາມສະຫງົບຂັ້ນບ້ານ ຢູ່ຫ້ອງການກຸ່ມສິມມະໂນ ເມືອງຫາດຊາຍຟອງ ໃຫ້ກຽດເຂົ້າຮ່ວມຂອງ ພັທ ແສງທອງ ເກື້ອບຸນລໍ້າ ຫົວໜ້າກອງບັນຊາການ ປກສ ເມືອງຫາດຊາຍຟອງ, ມີ ຫົວໜ້າ-ຮອງຫົວໜ້າ ປກສ ກຸ່ມ, ເລຂາພັກບ້ານ, ນາຍບ້ານ, ປກສ ບ້ານ 4 ບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


ໃນພິທີ ພັທ ສຸກສັນ ອູມພົມມະສັກ ຮອງຫົວໜ້າ ປກສ ກຸ່ມ ສິມມະໂນ ໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ 105/ປກສ.ຫຟ ລົງວັນທີ 13 ສິງຫາ 2020 ວ່າດ້ວຍການແຕ່ງຕັ້ງກອງຮ້ອຍ ປກສ ກຸ່ມ ສິມມະໂນ ມາດຕາ 1 ແຕ່ງຕັ້ງ ສະຫາຍ ບຸນຊູ ບຸດສະດີ ເປັນຫົວໜ້າ ປກສ ກຸ່ມ, ສະຫາຍ ບຸນຖົມ ແສງອາລຸນ ເປັນຮອງ, ສະຫາຍ ບຸນທົງ ໄຊຍະສິງ ແລະ ສະຫາຍ ພອນໄຊ ພົມມະຈັນ ເປັນຄະນະ ແລະ ໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ 101-104/ປກສ.ຫຟ, ລົງວັນທີ 13 ສິງຫາ 2020 ວ່າດ້ວຍການແຕ່ງຕັ້ງກໍາລັງ ປ້ອງກັນຄວາມສະຫງົບຂັ້ນບ້ານ ເຫັນດີແຕ່ງຕັ້ງ ຫົວໜ້າ, ຮອງຫົວໜ້າ ແລະ ສະມາຊິກ ປກສ ບ້ານ ສິມມະໂນເໜືອ ມີ 9 ສະຫາຍ; ປກສ ບ້ານ ສິມມະໂນໃຕ້ 9 ສະຫາຍ, ປກສ ບ້ານ ນາລ້ອງ ມີ 14 ສະຫາຍ, ປກສ ບ້ານ ຄວາຍແດງ ມີ 13 ສະຫາຍ. ເພື່ອປະຕິບັດຕາມແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ.


ຕອນທ້າຍພິທີ ພັທ ແສງທອງ ເກື້ອບຸນລໍ້າ ໄດ້ກ່າວເນັ້ນສະຫາຍທີ່ຖືກແຕ່ງຕັ້ງວ່າ: ຕ້ອງຍົກສູງຄວາມຮັບຜິດຊອບ ໃນການປະຕິບັດວຽກງານປ້ອງກັນຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍໃຫ້ຫຼາຍຂຶ້ນກວ່າເກົ່າ, ເອົາໃຈໃສ່ຊອກຮູ້ ກ່ຽວກັບນິຕິກໍາ, ລະບຽບກົດໝາຍ; ໃນການປະຕິບັດໜ້າທີ່ຕ້ອງມີສະຕິ ພ້ອມທັງຄໍານຶງຫຼັກຈັນຍາບັນ, ການນໍາໃຊ້ກົນລະຍຸດ, ຍຸດທະວິທີ, ມີພິກໄຫວ ແລະ ຕັດສິນໃຈຢ່າງເດັດຂາດ, ເມື່ອມີເຫດການຮ້າຍແຮງເກີດຂຶ້ນ ຕ້ອງລາຍງານໃຫ້ຂັ້ນເທິງຮັບຮູ້ທັນ ສະພາບເຫດການ ເພື່ອຄວາມຮັບປະກັນແນໃສ່ເຮັດໃຫ້ ກຸ່ມສີຖານເໜືອ ມີຄວາມສະຫງົບ-ມີຄວາມເປັນລະບຽບຮຽບຮ້ອຍຫຼາຍຂຶ້ນກວ່າເກົ່າ.

