ປກສ ບໍ່ແກ້ວ: ລາຍງານຈາກ ປກສ ບໍ່ແກ້ວ ໃຫ້ຮູ້ວ່າ ໃນ ເວລາ 23:45 ວັນທີ່ 7 ກັນຍາ 2020 ໄດ້ຮັບແຈ້ງ ເກີດເຫດ ຄົນຮ້າຍ 3 ຄົນ ຈັບຕົວປະກັນ ເພື່ອຮຽກຄ່າໄຖ່.
ຈຸດເກີດເຫດແມ່ນໂຮງແຮມຫ້ວຍຊາຍ ຣີເວີຊາຍ ບ້ານໃຫຍ່ຫ້ວຍຊາຍເໜືອ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ.
ເຈົ້າໜ້າທີ່ຈິ່ງ ລົງກວດສອບເຫັນວ່າມີມູນຄວາມຈິງ, ຈິ່ງແຕ່ງຕັ້ງໜ່ວຍສະເພາະກິດ ໄລ່ຈັບລົດເປົ້າໝາຍ, ໂດຍ ປກສ ເຂດນໍ້າເກິງ ສາມາດຕາມຈັບໄດ້ໃນເວລາ 00:25 ວັນທີ່ 8 ກັນຍາ 2020 (ຄືນດຽວກັນ)
ສາມາດຈັບໄດ້ຄົນຮ້າຍ 3 ຄົນ (ເປັນເຈົ້າໜ້າທີ່ 2 ຄົນ), ແລະ ຊ່ວຍຕົວປະກັນ 1 ຄົນ ເພດຍິງ.
ລາຍລະອຽດຕາມແຈ້ງການຂ້າງລຸ່ມ.

.

.

.

.
