Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ໄຂກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ

Posted on 09/09/202010/09/2020 By News No Comments on ໄຂກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ

ໃນລະຫວ່າງ ວັນທີ 9-10 ກັນຍາ 2020, ໄດ້ໄຂກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ(ປກສ), ພາຍໃຕ້ການເປັນປະທານຂອງ ສະຫາຍ ພົທ ວິໄລ ຫລ້າຄຳຟອງ ເລຂາທິການສູນກາງພັກ ເລຂາຄະນະພັກກະຊວງ ລັດຖະ ມົນຕີ ກະຊວງ ປກສ, ໂດຍເປັນກຽດເຂົ້າຮ່ວມ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ, ມີບັນດາສະຫາຍ ພະນັກ ງານປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ ແລະ ສະມາຊິກພັກໃນທົ່ວອົງຄະນະພັກກະຊວງປ້ອງກັນຄວາມສະຫງົບເຂົ້າຮ່ວມ.

ໃນໂອກາດນີ້, ສະຫາຍ ພົທ ວິໄລ ຫລ້າຄຳຟອງ ໄດ້ຍົກໃຫ້ເຫັນການຈັດຕັ້ງປະຕິບັດວຽກງານໄລຍະ 5 ປີຜ່ານມາ ທີ່ໄດ້ຜ່ານຜ່າສິ່ງທ້າທາຍທົດສອບນາໆປະການ ແລະ ພ້ອມກັນສູ້ຊົນຍາດໄດ້ຜົນງານໃຫຍ່ຫລວງຫລາຍດ້ານ ເປັນຕົ້ນແມ່ນ ວຽກງານປົກປັກຮັກສາຄວາມສະຫງົບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍປອດໄພທາງສັງຄົມ, ວຽກງານກໍ່ສ້າງ-ປັບປຸງພັກ-ພະນັກງານ ໃນກຳລັງປ້ອງກັນຄວາມສະຫງົບ, ວຽກງານພະລາທິການປ້ອງກັນຄວາມສະຫງົບ-ປັບປຸງແກ້ໄຂຊີວິດການເປັນຢູ່ຂອງນາຍ ແລະ ພົນຕຳຫລວດ, ວຽກງານເສນາທິການ ແລະ ພົວພັນຮ່ວມມືກັບຕ່າງປະເທດ.

ອັນພົ້ນເດັ່ນແມ່ນວຽກງານກໍ່ສ້າງພັກໂດຍອີງໃສ່ 5 ຫລັກການ 3 ທິດນຳເຮັດໃຫ້ລະບົບການຈັດຕັ້ງພັກ ແລະ ສະມາຊິກພັກເຕີບໃຫຍ່ຂະຫຍາຍຕົວ, ເປັນແກນນຳຢູ່ໃນລະບົບການຈັດຕັ້ງແຕ່ລະຂັ້ນ, ໄດ້ປັບປຸງແຜນນຳພາ, ຮັກສາຄວາມສາມັກຄີພາຍໃນພັກໄດ້ຢ່າງໜັກແໜ້ນ, ດຳເນີນຊີວິດການເມືອງພາຍໃນພັກ ຮັບປະກັນໄດ້ 3 ລັກສະນະ ຄື: ລັກສະນະນຳພາ, ສຶກສາອົບຮົມ ແລະ ຕໍ່ສູ້ ຕິດພັນກັບຂະບວນການແຂ່ງຂັນສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄດ້ 186 ໜ່ວຍ, ທຽບໃສ່ຊຸມປີຜ່ານມາ ເພີ່ມຂຶ້ນ 24,73%, ຂະຫຍາຍສະມາຊິກພັກໃໝ່ເພີ່ມຂຶ້ນ 67,07%.

ກະຊວງ ປກສ ຍັງປະຕິບັດແຜນກໍ່ສ້າງພະນັກງານນຳພາສືບທອດປ່ຽນແທນໃນແຕ່ລະຂັ້ນຕາມທິດຊີ້ນຳຂອງສູນກາງພັກຢ່າງເປັນລະບົບ, ຕໍ່ເນື່ອງ ແລະ ຮັບປະກັນ 3 ຮຸ່ນ ຄື: ອາວຸໂສ, ການນຳ, ໜຸ່ມ ທັງຮັບປະກັນມີກຳລັງເພດຍິງ, ຊົນເຜົ່າທີ່ສົມ ສ່ວນໃນໂຄງປະກອບການຈັດຕັ້ງ, ຕຳແໜ່ງງານກໍຄືຂະແໜງການວິຊາສະເພາະທີ່ຈຳເປັນທຽບໃສ່ໄລຍະກ່ອນ ເພີ່ມ ຂຶ້ນ 23%.

ກອງປະຊຸມຄັ້ງນີ້, ບັນດາຜູ້ແທນຍັງຈະໄດ້ປ່ອນບັດເລືອກຕັ້ງເອົາຄະ ນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບຊຸດໃໝ່ ແລະ ຈະໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ບຸນຍັງ ວໍລະຈິດ ຕື່ມອີກ.

ຂ່າວ: ມະນີທອນ, ພາບ: ເກດສະໜາ

ຂ່າວສານບ້ານເມືອງ

Post navigation

Previous Post: ກອງກໍ່ສ້າງຮາກຖານການເມືອງ ລົງສ້າງບ້ານດອນຊິງຊູ້ ເປັນບ້ານປ້ອງກັນຄວາມສະຫງົບດີ
Next Post: ປະກາດຫາຍາດຜູ່ເສຍຊີວິດ ເຫດລົດໃຫຍ່ຕຳຄົນຍ່າງຂ້າມທາງ ເສຍຊີວິດ 2 ຄົນ

Related Posts

ຂ່າວໂຄວິດລາຍງານການຕິດເຊື້ອມື້ນີ້ 733ຄົນ ຂ່າວສານບ້ານເມືອງ
ຜູ້ຂັບລົດຂົນສົ່ງໂດຍສານ ແລະ ສິນຄ້າຖ້າພົບມີທາດມຶນເມົາໃນລົມຫາຍໃຈຈະໃຫ້ຢຸດການຂັບຂີ່ ຂ່າວສານບ້ານເມືອງ
ລະວັງ! ໂຈນດຶງກະເປົາ ເຫດເກີດເຂດບ້ານອານຸ (ມີຄລິບ) ຂ່າວສານບ້ານເມືອງ
ມັກລ້ຽງເຕົ່າ (ຊົມຄລິບໄດ້) ຂ່າວສານບ້ານເມືອງ
ໜັກແທ້ໆ! ພະຍຸເຂົ້າເມືອງຫາດຊາຍຟອງ (ປະມວນພາບ) 7/5/2020 ຂ່າວສານບ້ານເມືອງ
ປະຊາຊົນບ້ານປຸ່ງຜາ ກຸ່ມພັດທະນາຫົວນໍ້າຄາ, ເມືອງເມິງ ຈັດພິທີບາສີສູ່ຂວັນ ໃຫ້ແກ່ການນໍາຂອງເມືອງ ເນື່ອງໃນໂອກາດບຸນປີໃໝ່ຂອງເຜົ່າລາຫູຟຸ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme