Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ການຜະລິດເຂົ້ານາປີ ຊາວກະສິກອນເມືອງໄຊພູທອງ ບໍ່ໄດ້ຕາມແຜນປະຕິບັດໄດ້ພຽງ 91 %

Posted on 09/09/202009/09/2020 By News No Comments on ການຜະລິດເຂົ້ານາປີ ຊາວກະສິກອນເມືອງໄຊພູທອງ ບໍ່ໄດ້ຕາມແຜນປະຕິບັດໄດ້ພຽງ 91 %

ທ່ານ ບຸນມາ ເທບພູໄຊ ກໍາມະການພັກເມືອງ ຫົວໜ້າຫ້ອງການກະສິກໍາ-ປ່າໄມ້ເມືອງໄຊພູທອງແຂວງສະຫວັນນເຂດ ໄດ້ຂື້ນລາຍງານໃຫ້ຮູ້ຫວ່າງບໍ່ດົນຜ່ານມານີ້ວ່າ: ການຜະລິດກະສິກໍາຢູ່ເມືອງໄຊພູທອງ ເຫັນວ່າຝົນໄດ້ຕົກກະແຈກກະຈາຍເລັກນ້ອຍເຮັດໃຫ້ຫຼາຍບ້ານພາຍໃນເມືອງທຳການຜະລິດບໍ່ໄດ້ດີເທົ່າທີ່ຄວນ, ຂະບວນການຜະລິດໄດ້ຫັນປ່ຽນຮູບແບບການຜະລິດຈາກນາທີ່ເຄີຍດຳຫັນມາເຮັດນາຢອດ ແລະ ນາຫວ່ານຈຳນວນຫຼວງຫຼາຍ ທົ່ວເມືອງສາມາດຜະລິດນາປີໄດ້ທັງໝົດ 12.859,48 ເຮັກຕາ, ທຽບໃສ່ແຜນການປີປະຕິບັດໄດ້ 91,14% (ແຜນການ 14.109,6 ຮຕ) ລະອຽດດັ່ງນີ້: ຕົກກ້າ 501.530 ກິໂລ, ເທົ່າກັບ 100% ຂອງແຜນການປີ (ແຜນ ໃຫ້ໄດ້ 501.530 ກິໂລ), ນາດຳປະຕິບັດໄດ້ 7.108,78 ເຮັກຕາ, ນາຢອດປະຕິບັດໄດ້ 3.560,7 ເຮັກຕາ, ນາຫວ່ານ ປະຕິບັດໄດ້ 2.190 ເຮັກຕາ, ລວມຍອດຜົນຜະລິດນາປີ ແລະ ນາແຊງ ເມື່ອຫັກແນວພັນອອກ, ຍັງເຫຼືອຕົວຈິງ 54.089,71 ໂຕນ ສະເລ່ຍໃສ່ຫົວຄົນ 1.014,28 ກິໂລ/ຄົນ/ປີ, ປັບນາໄຮ່ນ້ອຍເປັນນາໄຮ່ໃຫຍ່ 430,7 ເຮັກຕາ ປະຕິບັດໄດ້ 226,68% ລື່ນແຜນ(ແຜນການປີ 190 ເຮັກຕາ), ຂົນຝຸ່ນຄອກ ລົງໃສ່ນາໄດ້ 13.928 ໂຕນ ເທົ່າກັບ 88,52% ຂອງແຜນການປີ(ແຜນການ 15.723,2 ໂຕນ), ໃຊ້ຝຸ່ນວິທະຍາສາດໄດ້ 2.888,56 ໂຕນ ເທົ່າກັບ 83,5% ຂອງແຜນການປີ(ແຜນການ 3.459 ໂຕນ).

ປູກພືດສຳຮອງໃນລະດູຝົນ: ປະຕິບັດໄດ້ 749,5 ເຮັກຕາ ເທົ່າກັບ 68,24% ຂອງເນື້ອທີ່ ແຜນການປີ(ແຜນການ 1.098,3 ເຮັກຕາ), ຂະຫຍາຍເນື້ອທີ່ນາໄດ້ 55,7 ເຮັກຕາ ເທົ່າກັບ 29,02% ຂອງແຜນການ(ແຜນ 191.2 ເຮັກຕາ) ຄຽງຄູ່ກັນນັ້ນການຜະລິດເປັນສິນຄ້າ ປ້ອນຕະຫຼາດພາຍໃນ ແລະ ຕ່າງປະເທດໂດຍສະເພາະ ມັນຕົ້ນ 16.524 ໂຕນ, ຖົ່ວດິນ 114,18 ໂຕນ, ສາລີຫວານ 1.575 ໂຕນ, ໝາກເຜັດ 161,29 ໂຕນ, ຢ່າງພາລາ 2.616,48 ໂຕນ ແລະ ພືດຜັກຕ່າງໆ 1.474,9 ໂຕນ, ສາມາດສ້າງລາຍຮັບໄດ້ທັງໝົດ 23,775 ຕື້ກີບ ທຽບໃສ່ປີຜ່ານມາຫຼຸດ 0,11 %.

ສ່ວນວຽກງານລ້ຽງສັດ ແລະ ການປະມົງ ສາມາດຕອບສະໜອງຊີ້ນ ແລະ ປາ ໄດ້ 3.210,32 ໂຕນ, ທຽບໃສ ປີຜ່ານມາ ເພີ່ມຂື້ນ 78,17 ໂຕນ ໃນນີ້: ຊີ້ນປະເພດຕ່າງໆ ເຊັ່ນ: (ຊີ້ນງົວ, ຄວາຍ, ຊີ້ນໝູ, ຊີ້ນແບ້ ແລະ ສັດປີກ) ໄດ້ 2.365,37 ໂຕນ, ຊີ້ນປາ (ປາທໍາມະຊາດ ແລະ ສັດນໍ້າຕ່າງໆ) 844.95 ໂຕນ, ສະເລ່ຍໃສ່ຫົວຄົນໄດ້ 69,68 ກິໂລ/ຄົນ/11 ເດືອນ ພິເສດ: ເມືອງໄຊພູທອງພວກເຮົາສາມາດຊຸກຍູ້ການລ້ຽງສັດແບບເປັນຟາມ ໄດ້ທັງໝົດ 07 ຟາມ ໃນນັ້ນ: ມີຟາມລ້ຽງງົວ 3 ແຫ່ງ, ຟາມລ້ຽງໝູ ພັນຊີ້ນ 1 ແຫ່ງ, ຟາມລ້ຽງໄກ່ 1 ແຫ່ງ, ຟາມໄກ່ຕີ 2 ແຫ່ງ, ປອຍປາລົງສູ່ແມ່ນ້ຳ ແລະ ໜອງລວມຂອງບ້ານໄດ້ທັງໝົດປະມານ 3.379.800 ໂຕເທົ່າກັບ 101,76% ຂອງແຜນການປີ (ແຜນການ 3.321.162 ໂຕ).

ພາບ-ຂ່າວ ພັນທະມິດ ວົງສຸທິ

ຂ່າວສານບ້ານເມືອງ

Post navigation

Previous Post: ແຂວງໄຊສົມບູນ ຈັດກອງປະຊຸມ ສໍາມະນາວິທະຍາສາດ ຄັ້ງທີ II
Next Post: ປະຊຸມທາງໄກ ກຽມຄວາມພ້ອມການປະເມີນການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາຂອງລາວ

Related Posts

ຫາກເຮົາຍອມລຳບາກກັບຜູ້ຊາຍ ຕ້ອງເບິ່ງວ່າຄຸ້ມຄ່າບໍ່ ຫາກບໍ່ຄຸ້ມກໍຄວນຄິດໃໝ່ສະ ການຢູ່ຄົນດຽວບໍ່ແມ່ນເລື່ອງຍາກ ຂ່າວສານບ້ານເມືອງ
ສຳມະນາກະກຽມຄວາມພ້ອມເຂົ້າສູ່ ເສດຖະກິດດິຈີຕອນ ແລະ ອຸດສາຫະກຳ 4.0 ຂ່າວສານບ້ານເມືອງ
ອີຢູ່ ແລະ ລາວ ປຶກສາຫາລືກການສະໜັບສະໜູນງົບປະມານໃຫ້ແກ່ວຽກງານການສຶກສາແລະໂພຊະນາການ ຂ່າວສານບ້ານເມືອງ
ເມືອງຄົງເຊໂດນ ເປີດບໍລິການກິດຈະກຳການທ່ອງທ່ຽວລ່ອງເຮືອຕາມນ້ຳເຊໂດນ ຂ່າວສານບ້ານເມືອງ
ໃສ່ໃຈໄດ້ແຕ່ມອງ ກາຍ 100 ລ້ານວິວແລ້ວ ຂ່າວສານບ້ານເມືອງ
ເມືອງວຽງທອງ ທໍ າ ລ າ ຍ ສ ວ ນ ກັ ນ ຊ າ 4,2 ເຮັກຕາ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme