Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກອງກໍ່ສ້າງຮາກຖານການເມືອງ ລົງສ້າງບ້ານດອນຊິງຊູ້ ເປັນບ້ານປ້ອງກັນຄວາມສະຫງົບດີ

Posted on 09/09/202009/09/2020 By News No Comments on ກອງກໍ່ສ້າງຮາກຖານການເມືອງ ລົງສ້າງບ້ານດອນຊິງຊູ້ ເປັນບ້ານປ້ອງກັນຄວາມສະຫງົບດີ

ກອງກໍ່ສ້າງຮາກຖານການເມືອງ ນະຄອນຫຼວງວຽງຈັນ ໄດ້ລົງເຮັດວຽກຮາກຖານການເມືອງ ຢູ່ບ້ານດອນຊິງຊູ້ ໃຫ້ກາຍເປັນຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ໃນວັນທີ 4 ກັນຍາ 2020 ໂດຍການເປັນປະທານຂອງ ພັທ ຄຳຫຼ້າ ພົມມະສານ ຫົວໜ້າກອງຮ້ອຍ II ເມືອງສີໂຄດຕະບອງ ໃຫ້ກຽດເຂົ້າຮ່ວມຂອງ ພົຈວ ນິລະວົງ ເຈືອງຕະວະລາດ ຄະນະຊີ້ນຳກໍ່ສ້າງຮາກຖານການເມືອງ ນະຄອນຫຼວງວຽງຈັນ, ມີຄະນະກອງເສນາຮາກຖານ, ພະນັກງານຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເມືອງສີໂຄດຕະບອງ, ຄະນະກອງຮ້ອຍ II ເມືອງສີໂຄດຕະບອງ, ປກສ ກຸ່ມບ້ານ, ນາຍບ້ານ ມາຈາກ 6 ບ້ານ ແລະ ປະຊາຊົນພາຍໃນບ້ານ 136 ຄົນ, ຍິງ 14 ຄົນເຂົ້າຮ່ວມ.

ໃນພິທີ ພັທ ຄຳຫຼ້າ ພົມມະສານ ຫົວໜ້າກອງຮ້ອຍ II ໄດ້ຂຶ້ນຜ່ານຂໍ້ຕົກລົງເລກທີ 818/ ປກສ, ລົງວັນທີ 15 ມິຖຸນາ 2012 ວ່າດ້ວຍການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີໂດຍໄດ້ຍົກໃຫ້ເຫັນມາດຖານ, ເງື່ອນໄຂຂອງການສ້າງບ້ານປ້ອງກັນຄວາມສະຫງົບດີພ້ອມທັງວິທີການຈັດຕັ້ງປະຕິບັດຂໍ້ຕົກລົງດັ່ງກ່າວ ນອກນັ້ນທ່ານຍັງໄດ້ຜ່ານແຜນການຈັດຕັ້ງປະຕິບັດການເຮັດທົດລອງຕີລາຄາຄຸນນະພາບການສ້າງບ້ານປ້ອງກັນຄວາມສະຫງົບດີຂອງບ້ານດອນຊິງຊູ້ໂດຍໄດ້ຈັດຕັ້ງເຜີຍແຜ່ບັນດາຂໍ້ຕົກລົງຕ່າງໆກ່ຽວກັບຄະນະຮັບຜິດຊອບການສ້າງຄອບຄົວ ສ້າງບ້ານປ້ອງກັນຄວາມສະຫງົບດີ, ເຜີຍແຜ່ສະຖິຕິຂໍ້ມູນຕ່າງໆ ໃນການລົງເກັບກຳປະເມີນສ້າງຄອບຄົວບ້ານປ້ອງກັນຄວາມສະຫງົບດີ, ແບ່ງພະນັກງານລົງສຳຫຼວດ, ເກັບກຳຂໍ້ມູນຢູ່ແຕ່ລະໜ່ວຍ ແລະ ຈັດຕັ້ງສະຫຼຸບຖອດຖອນບົດຮຽນໃນການລົງເຮັດວຽກຕົວຈິງໃນຄັ້ງນີ້ໂດຍຈະໃຊ້ເວລາ 5 ວັນໃນການເຮັດປະຕິບັດວຽກງານຕົວຈິງຈື່ງຈະສຳເລັດ.

ໃນຕອນທ້າຍ ພົຈວ ນິລະວົງ ເຈືອງຕະວະລາດ ຄະນະຊີ້ນຳກໍ່ສ້າງຮາກຖານ ນະຄອນຫຼວງວຽງຈັນ ໄດ້ເນັ້ນໃຫ້ຄະນະຮັບຜິດຊອບ, ອຳນາດການປົກຄອງບ້ານດອນຊິງຊູ້ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຕໍ່ໜ້າທີ່ການເມືອງຂອງຕົນ, ເອົາໃຈໃສ່ໃນການປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ ເພາະຈຸດດັ່ງກ່າວມີລັກສະນະເປັນຈຸດຍຸດທະສາດຂອງປະເທດຊາດກ່ຽວພັນເຖີງບັນຫາສັນຕິພາບ, ເອກະລາດ, ອະທິປະໄຕຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດເຊິ່ງເປັນຈຸດທີ່ຕັ້ງມີລັກສະນະພິເສດລະຫວ່າງ 2 ປະເທດ ທີ່ມີລະບອບການເມືອງແຕກຕ່າງກັນ ເພາະບັນຫາການປົກປ້ອງເຂດນ້ຳ, ແດນດິນແມ່ນບຸລິມະສິດຂອງລັດຖະບານ, ປະຊາຊົນພາຍໃນບ້ານ ຈົ່ງພ້ອມກັນເປັນຈິດໜື່ງໃຈດຽວ, ເດັດດ່ຽວໃນການປົກປັກຮັກສາໝາກຜົນຂອງການຕໍ່ສູ້ພິລະອາດຫານ, ອັນລະອິດລະອ້ຽວ ຂອງບັນພະບຸລຸດຜູ້ເສຍສະຫຼະຢາດເຫື່ອ-ເລືອດເນື້ອ ເພື່ອຜືນແຜ່ນດິນແຫ່ງນີ້ຈົນໄດ້ຮັບໄຊຊະຢ່າງໃຫ່ຍຫຼວງ ພ້ອມນີ້ຈົ່ງພ້ອມກັນເສີມຂະຫຍາຍມູນເຊື້ອຕໍ່ສູ້ບໍ່ຍອມຈຳນົນຂອງບັນພະບຸລຸດ, ມີຄວາມກຽມພ້ອມ-ຕື່ນຕົວຢູ່ຕະຫຼອດເວລາ ແລະ ການຈັດຕັ້ງບ້ານ ຕ້ອງສືບຕໍ່ແກ້ໄຂບັນຫາໜໍ່ແໜງຄວາມບໍ່ສະຫງົບເປັນຕົ້ນບັນຫາຢາເສບຕິດ ແລະ ອາຊະຍາກຳຕ່າງໆທີ່ພົວພັນເຖີງຄວາມສະຫງົບສຸກ ຂອງບ້ານດອນຊິງຊູ້ ຕ້ອງໄດ້ຮັບການແກ້ໄຂຢ່າງເປັັນຮູບປະທຳ ແລະ ຮີບດ່ວນຫຼາຍຂຶ້ນກວ່າເກົ່າ.

ຂ່າວສານບ້ານເມືອງ

Post navigation

Previous Post: ປະຊຸມທາງໄກ ກຽມຄວາມພ້ອມການປະເມີນການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາຂອງລາວ
Next Post: ໄຂກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ

Related Posts

ເຊກອງ ສະຫຼຸບ​ວຽກ​ງານກວດ​ກາ ປະຈຳປີ 2020 ຂ່າວສານບ້ານເມືອງ
ຄະນະປະຈຳສະພາແຫ່ງຊາດ ວາງພວງມະລາ ສະຫລອງວັນສ້າງຕັ້ງສະພາແຫ່ງຊາດ ຄົບຮອບ 45 ປີ ຂ່າວສານບ້ານເມືອງ
ໄຟໄໝ້ເຮືອນເສຍຫາຍ 1 ຫລັງ ທີ່ບ້ານນາວຽງຄໍາ ນະຄອນ ຫລວງພຣະບາງ (ມີຄລິບ) ຂ່າວສານບ້ານເມືອງ
ແຂວງບໍ່ແກ້ວ ປະກາດການແຕ່ງຕັ້ງຕຳແໜ່ງບັນຊານາຍທະຫານ ແລະ ປະກາດການເລືອນຊັ້ນ, ທຽບຊັ້ນທົ່ວທະຫານ ຂ່າວສານບ້ານເມືອງ
ແຈ້ງການ ຂະຫຍາຍເວລາໃນການຂື້ນທະບຽນເລກຫມາຍໂທລະສັບ ແລະ ຊິມເນັດໃນທົ່ວປະເທດ ຂ່າວສານບ້ານເມືອງ
ຮອງນາຍົກເນັ້ນໃຫ້ຂະແໜງ ອຸດ ສະຫະກຳແລະການຄ້າ ເອົາໃຈໃສ່ 6 ບັນຫາສຳຄັນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme