Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ແຂວງໄຊສົມບູນ ຈັດກອງປະຊຸມ ສໍາມະນາວິທະຍາສາດ ຄັ້ງທີ II

Posted on 09/09/202009/09/2020 By All in LAOS No Comments on ແຂວງໄຊສົມບູນ ຈັດກອງປະຊຸມ ສໍາມະນາວິທະຍາສາດ ຄັ້ງທີ II

ໄຊສົມບູນ: ໃນຕອນເຊົ້າຂອງວັນທີ 8 ກັນຍາ 2020 ນີ້ ທີ່ສະໂມສອນພະແນກສຶກສາທິການ ແລະ ກິລາແຂວງ ໄດ້ມີກອງປະຊຸມສຳມະນາວິທະຍາສາດ ຄັ້ງທີ II ເພື່ອປະກອບຄຳຄິດ-ຄຳເຫັນໃສ່ຮ່າງລາຍງານການເມືອງ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ I ໄລຍະປີ 2021-2025 ຕໍ່ກອງປະຊຸມໃຫຍ່ຄັ້ງທີ I ຂອງອົງຄະນະພັກ ແຂວງໄຊສົມບູນ ທີ່ຈະໄດ້ໄຂຂຶ້ນໃນມໍ່ໆນີ້

ໂດຍການເປັນປະທານຂອງສະຫາຍ ພົຕ ຄໍາລຽງ ອຸທະໄກສອນ, ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ ມີຮອງເລຂາພັກແຂວງ, ຮອງເຈົ້າແຂວງ, ບັນດາສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ໜ່ວຍພັກ, ຫົວໜ້າພະແນກການ, ກົມກອງ ອ້ອມຂ້າງແຂວງ ເຂົ້າຮ່ວມ.

ກອງປະຊຸມແມ່ນໄດ້ຜ່ານຮ່າງລາຍງານການເມືອງ ທີ່ຈະສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ I ຂອງອົງຄະນະພັກ ແຂວງ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມ 05 ປີ 2021-2025 ເຊິ່ງເປັນເອກະສານທີ່ສຳຄັນໃນການກຳນົດທິດທາງ, ເປົ້າໝາຍ, ຈຸດສຸມ, ຕົວຊີ້ບອກ ແລະ ກຳນົດໂຄງການ ເພື່ອພ້ອມກັນສຸມໃສ່ຈັດຕັ້ງປະຕິບັດ ແລະ ເພື່ອໃຫ້ບັນດາສະຫາຍທີ່ເຂົ້າຮ່ວມໄດ້ຄົ້ນຄວ້າ, ປະກອບຄຳ-ຄິດເຫັນຢ່າງເລິກເຊິ່ງໃນແຕ່ລະຂົງເຂດວຽກງານທີ່ຍັງເຫັນວ່າ ມີບັນຫາໃດຄວນຈະປັບປຸງ ຫຼືຍັງມີບັນຫາໃດທີ່ຍັງບໍ່ຖືກຕ້ອງ, ບໍ່ຄົບຖ້ວນ ກໍ່ສາມາດປະກອບຄຳຄິດ-ຄຳເຫັນ ເພີ່ມເຕີມ

ເພື່ອເປັນການແລກປ່ຽນ, ຖອດຖອນບົດຮຽນ ແລະ ນຳມາປັບປຸງແກ້ໄຂໃຫ້ສຳເລັດຂາດຕົວ ບົນພື້ນຖານ ການປະກອບຄຳຄິດເຫັນຢ່າງສ້າງສັນ, ພາວະວິໃສ, ສາມາດນຳໄປຈັດຕັ້ງປະຕິບັດໄດ້ຈິງ ແລະ ເພື່ອຮັບປະກັນໃຫ້ ວຽກງານແຕ່ລະຂົງເຂດມີຄວາມລະອຽດ, ຊັດເຈນ, ເລິກເຊິ່ງ ເວົ້າສະເພາະແມ່ນຮັບປະກັນ ເຮັດໃຫ້ທັງສອງຮ່າງເອກະສານດັ່ງກ່າວ ຖືກຕ້ອງຕາມບາດກ້າວ, ຂັ້ນຕອນ, ເໝາະສົມກັບສະພາບການ, ເງື່ອນໄຂ-ທ່າແຮງ, ມີເນື້ອໃນຄົບຖ້ວນ ສົມບູນ, ມີຄວາມເປັນເອກະພາບ ເພື່ອພ້ອມກັນຄົ້ນຄວ້າພິຈາລະນາກໍານົດທິດທາງ, ຄາດໝາຍສູ້ຊົນໃນຊຸມປີຕໍ່ໜ້າ ເພື່ອເຮັດໃຫ້ແຂວງໄຊສົມບູນ ໄດ້ຮັບການພັດທະນາໃນອານາຄົດ.

ພາບ: ນາງ ຕູດ ຄໍາພໍໃຈ ຂ່າວ: ສຸກສັນ ອ້ວນລິທິກຸນ

ຂ່າວສານບ້ານເມືອງ

Post navigation

Previous Post: ລາວເລັ່ງພັດທະນາໂຄງລ່າງພື້ນຖານສົ່ງເສີມການທ່ອງທ່ຽວ
Next Post: ການຜະລິດເຂົ້ານາປີ ຊາວກະສິກອນເມືອງໄຊພູທອງ ບໍ່ໄດ້ຕາມແຜນປະຕິບັດໄດ້ພຽງ 91 %

Related Posts

ລູກຊາຍຕິດຢາແລ້ວປ່ວງຈູດເຮືອນໄໝ້ເສຍຫາຍໜັກ ຂ່າວສານບ້ານເມືອງ
ລົງມື ຄ າ ດ ຕ ະ ກ ຳາ ເຫດຍ້ອນມີການ ຂົ່ ມ ຂູ່ ແລະ ແບ່ງດິນນາບໍ່ເທົ່າກັນ ຂ່າວສານບ້ານເມືອງ
ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈັດພິທີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ແລະ ເລື່ອນສະມາຊິກພັກສຳຮອງຂຶ້ນ ຂ່າວສານບ້ານເມືອງ
ກອງຈະລາຈອນ ປກສ ເມືອງໄຊຍະບູລີ ສຶກສາອົບຮົມ ນັກຂັບຂີ່ທີ່ລະເມີດລະບຽບຈະລາຈອນ ຂ່າວສານບ້ານເມືອງ
ລາຄານ້ຳມັນ ໃນອາຊີ ຫລຸດລົງເກືອບ 1 ໂດລາສະຫະລັດ ຂ່າວສານບ້ານເມືອງ
ຮ້ານໃດລະເມີດຕ້ອງຮັບຜິດຊອບ ປກສ ບໍລິຄຳໄຊ ສັ່ງເດັດຂາດ ຕ້ອງຮ່ວມກັນປ້ອງກັນໂຄວິດ-19 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme