Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລັດຖະມົນຕີ ຖວທ ລົງເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຫລວງພະບາງ

Posted on 08/09/202008/09/2020 By All in LAOS No Comments on ລັດຖະມົນຕີ ຖວທ ລົງເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຫລວງພະບາງ

ແຂວງຫຼວງພະບາງ: ໃນວັນທີ 8 ກັນຍາ 2020 ນີ້, ທ່ານ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມ ຢາມ ເພື່ອຊຸກຍູ້ວຽກງານ ຖວທ ຢູ່ ແຂວງຫລວງພະບາງ ໂດຍໄດ້ຮັບການຕ້ອນຮັບຈາກທ່ານນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກ ຖວທ ແຂວງຫລວງພະບາງ ພ້ອມດ້ວຍຄະນະ.

ໃນການລົງເຄື່ອນໄຫວຢ້ຽມຢາມ ຢູ່ແຂວງຫລວງພະບາງ ຄັ້ງນີ້, ທ່ານລັດຖະມົນຕີພ້ອມດ້ວຍຄະນະ ໄດ້ເຂົ້າ ຮ່ວມພິທີມອບ-ຮັບໂຄງການພັດທະນາໂຄງລ່າງ ເພື່ອສົ່ງ ເສີມການທ່ອງທ່ຽວ ແລະ ເປີດການນຳໃຊ້ບັນດາພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກ ເພື່ອຕອບສະ ໜອງໃຫ້ແກ່ການບໍລິການທ່ອງທ່ຽວ ຢູ່ເມືອງຈອມເພັດ ແລະ ເມືອງປາກອູ, ຢ້ຽມຢາມຊຸກຍູ້ບັນດາພື້ນຖານໂຄງລ່າງເສດຖະກິດ, ລວມທັງບັນດາແຫລ່ງທ່ອງທ່ຽວທີ່ສຳຄັນຕ່າງໆ ທີ່ເປັນມໍລະດົກໂລກຂອງແຂວງຫລວງພະບາງ.

ນອກຈາກນີ້ ທ່ານຍັງຈະໄດ້ພົບປະໂອລົມພະນັກງານຫລັກແຫລ່ງ, ພະນັກງານ-ລັດຖະກອນ ອ້ອມຂ້າງພະແນກ ຖວທ ແຂວງຫລວງພະບາງ ເພື່ອເປັນທິດຊີ້ນຳ ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຖະແຫລງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ ຂອງແຂວງ, ເມືອງ ໄດ້ຮັບການພັດທະ ນາ ແລະ ດຳເນີນໄປຕາມແນວທາງຂອງພັກ, ລັດວາງອອກ ດ້ວຍຜົນສຳເລັດອັນຈົບງາມ.

ລາຍງານໂດຍ: ທະນູທອງ

ຂ່າວສານບ້ານເມືອງ

Post navigation

Previous Post: ກອງປະຊຸມໃຫຍ່ຄັ້ງທີ VIII ອົງການພຸດທະສາສະໜາສໍາພັນລາວແຂວງຫຼວງພະບາງ
Next Post: ເສົ້າໃຈຊາຍໜຸ່ມປິດຊີບຕົນເອງກ້ອງງ່າມ່ວງທີ່ຫຼວງພະບາງ

Related Posts

ສະຫຼົດ! ເກີດເຫດຄາດຕະກໍາ ທີ່ເຂດ ມຕ ໂພນຈະເລີນ ເມືອງປາກກະດິງ ຂ່າວສານບ້ານເມືອງ
ເປີດປະຫວັດການເຄື່ອນໄຫວ ກໍລະນີຢັ້ງຢືນທີ 160 – 166 ຂ່າວສານບ້ານເມືອງ
ຂ່າວດີ ຂອງດີມີຢູ່ລາວ ຢ າ ປົວໂຄວິດມີວາງຈໍາໜ່າຍຢູ່ລາວແລ້ວ ຂ່າວສານບ້ານເມືອງ
ບໍ່ເຂັດຫຼາບ ຕິດຄຸກແລ້ວ 3 ຄັ້ງ ອອກມາຍັງກໍ່ເຫດຄາດຕະກໍາ ຂ່າວສານບ້ານເມືອງ
ຢືນຢັນຕິດເພີ່ມອີກ 2 ຄົນ ຢູ່ບໍ່ແກ້ວ ແລະ ຈໍາປາສັກ ຂ່າວສານບ້ານເມືອງ
ລະ​ດົມ​ຄວາມ​ຄິດ ໃສ່ຮ່າງກົດໝາຍ ວ່າດ້ວຍອົງການກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme