Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກອງປະຊຸມໃຫຍ່ຄັ້ງທີ VIII ອົງການພຸດທະສາສະໜາສໍາພັນລາວແຂວງຫຼວງພະບາງ

Posted on 08/09/202008/09/2020 By News No Comments on ກອງປະຊຸມໃຫຍ່ຄັ້ງທີ VIII ອົງການພຸດທະສາສະໜາສໍາພັນລາວແຂວງຫຼວງພະບາງ

ໄຂຂື້ນຢ່າງເປັນທາງການວັນທີ 8 ກັນຍາ 2020 ທີ່ຫໍປະຊຸມນະຄອນຫຼວງພະບາງ ໂດຍການເປັນປະທານຂອງ ສາທຸ ອ່ອນແກ້ວ ກິດຕິພັດໂທ ປະທານຄະນະສົງແຂວງຫຼວງພະບາງ,ມີພຣະອາຈານ ມະຫາບຸນມາ ສິມມາພົມ ຮັກສາການປະທານສູນກາງອົງການພຸດທະສາສະໜາສໍາພັນແຫ່ງ ສປປ ລາວ,ມີພຣະເຖຣານຸເຖຣະ,ຜູ້ແທນພຣະສົງໃນທົ່ວແຂວງ ພ້ອມດ້ວຍການນໍາອ້ອມຂ້າງແຂວງເຂົ້າຮ່ວມ 72 ອົງ.

Image may contain: 4 people, people sitting and indoor
Image may contain: 1 person, indoor

ກອງປະຊຸມຄັ້ງນີ້ຈະໄດ້ຮັບຟັງສະພາບການເຄື່ອນໄຫວຂອງອົງການພຸດທະສາສະໜາສໍາພັນລາວແຂວງໄລຍະ 5 ປີ, ທັງເປັນການປະເມີນຜົນງານ, ຄົ້ນຄ້ວາ ແລະ ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ 5 ປີຜ່ານມາ,ເພື່ອຍົກໃຫ້ເຫັນດ້ານດີ-ດ້ານອ່ອນ ແລະ ຂໍ້ຄົງຄ້າງເພື່ອນໍາມາປັບປຸງແກ້ໄຂ ແລະ ເປັນບ່ອນອິງໃນການຜັນຂະຫຍາຍເປັນແຜນວຽກງານໃນ 5 ປີຕໍ່ໜ້າ, ພ້ອມດຽວກັນນີ້ກອງປະຊຸມຍັງຈະໄດ້ຮັບຮອງເອົາການປະກອບບຸກຄະລາກອນພຣະສົງອົງທີ່ມີຄວາມຮູ້ຄວາມສາມາດ ແລະ ມີມາດຖານເງື່ອນໄຂຄົບຖ້ວນເຂົ້າເປັນຄະນະບໍລິຫານງານອົງການພຸດທະສາສະໜາສໍາພັນລາວ ແຂວງຫຼວງພະບາງ ຕາມຄວາມເໝາະສົມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນສົງລາວ.

Image may contain: 2 people, people sitting and indoor
Image may contain: one or more people and indoor

ນອກນີ້ຍັງຈະໄດ້ຮັບຟັງການປະກອບຄວາມຄິດເຫັນຂອງອົງການຈັດຕັ້ງສົງຂອງບັນດາເມືອງອ້ອມຂ້າງແຂວງ,ການໃຫ້ທິດຊີ້ນໍາຈາກການນໍາພັກ-ລັດແຂວງ ຕໍ່ກັບການພັດທະນາເສດຖະກິດ-ສັງຄົມ ແລະ ການຄຸ້ມຄອງການເຄື່ອນໄຫວຂອງພຣະສົງ-ສໍາມະເນນ ໃຫ້ຖືກຕ້ອງຕາມຫຼັກທໍາມະວິໄນ ແລະ ຄໍາໃຫ້ໂອວາດຂອງພຣະອາຈານໃຫຍ່ ຮັກສາການປະທານສູນກາງພຸດທະສາສະໜາສໍາພັນແຫ່ງ ສປປ ລາວ. ກອງປະຊຸມໃຫຍ່ຄັ້ງທີ VIII ອົງການພຸດທະສາສະໜາສໍາພັນແຂວງຫຼວງພະບາງ ຈະໄດ້ດໍາເນີນເປັນເວລາ 2 ວັນຈິ່ງສໍາເລັດ.

Image may contain: one or more people, people sitting and indoor


ຂ່າວ: ເພັດສາຄອນ ສິມມະວົງ

ຂ່າວສານບ້ານເມືອງ

Post navigation

Previous Post: ກອງຮ້ອຍ 8 ສຶກສາອົບຮົມກຸ່ມເປົ້າໝາຍເສບຢາເສບຕິດ ຈໍານວນ 44 ຄົນ
Next Post: ລັດຖະມົນຕີ ຖວທ ລົງເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຫລວງພະບາງ

Related Posts

ເມືອງເຊບັ້ງໄຟ ເຂັ້ມງວດໃນການປ້ອງກັນ ແລະສະກັດກັ້ນການລະບາດຂອງ ພະຍາດໂຄວິດ ຂ່າວສານບ້ານເມືອງ
ບ້ານໜອງບົວທອງ ຕັ້ງຕູ້ແບ່ງປັນເພື່ອຊຸມຊົນ ຂ່າວສານບ້ານເມືອງ
ອິຕາລີຕຽມຂະຫຍາຍມາດຕະການປິດເມືອງທາງພາກເໜືອ ໃຫ້ສົ່ງຜົນທົ່ວທັງປະເທດໃນວັນອັງຄານ ຫຼັງຈາກມີຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນຫຼາຍກວ່າ 9,000 ຄົນແລ້ວ ຂ່າວສານບ້ານເມືອງ
ຜົນກວດວິເຄາະທັງໝົດແມ່ນ ບໍ່ພົບເຊື້ອ, ສຳລັບຜົນກວດ ຜູ້ຕິດເຊື້ອກໍລະນີທີ 23 ແມ່ນຍັງພົບເຊື້ອຢູ່ ຂ່າວສານບ້ານເມືອງ
ເຈົ້າເມືອງວິລະບູລີນຳພາອົງການຈັດຕັ້ງມະຫາຊົນ ແລະ ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບເກັບກູ້ຜົນຜະລິດເຂົ້ານາປີຂອງປະຊາຊົນທີ່ຖືກນຳ້ຖ້ວມ ຂ່າວສານບ້ານເມືອງ
ຂ່າວດ່ວນ…! ຂ່າວຮ້າຍ…! ລາວ ກວດພົບການຕິດເຊື້ອ ໂ ຄ ວິ ດ ເພີ່ມຂຶ້ນ + 65 ຄົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme