Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປະຊາຊົນບ້ານນາສອບ ສ້າງຂະບວນການສ້ອມແປງເສັ້ນທາງເຂົ້າບ້ານຢ່າງເປັນຂະບວນຟົດຟື້ນ

Posted on 08/09/202008/09/2020 By News No Comments on ປະຊາຊົນບ້ານນາສອບ ສ້າງຂະບວນການສ້ອມແປງເສັ້ນທາງເຂົ້າບ້ານຢ່າງເປັນຂະບວນຟົດຟື້ນ

ເພື່ອເປັນການສ້າງຂະບວນການຂັບນັບຮັບຕ້ອນວັນສໍາຄັນຕ່າງໆ ຂອງພັກ- ຂອງຊາດ ເວົ້າລວມ ສະເພາະກໍ່ແມ່ນ ຕ້ອນຮັບໄຂສົກຮຽນໃໝ່ 2020-2021, ແລະວັນຄູແຫ່ງຊາດທີ່ຈະມາຮອດໃນມໍ່ໆນີ້ ແລະເພື່ອເປັນການສ້ອມແປງເສັ້ນທາງເຂົ້າບ້ານ, ໃຫ້ໜາ ແໜ້ນ-ແລ່ນສະດວກ, ສະນັ້ນມາໃນຕອນເຊົ້າ ວັນທີ 6 ກັນຍາ 2020 ນີ້, ອໍານາດການປົກຄອງບ້ານໆ ນາສອບ ເມືອງໄຊບູລີ ແຂວງສະຫວັນນະເຂດ, ໄດ້ສ້າງຂະບວນການອອກແຮງງານລວມ, ເຊິ່ງນໍາພາໂດຍ ທ່ານ ບຸນມີ ວົງລໍາພັນ ເລຂາພັກບ້ານ ນາຍບ້ານໆ ນາສອບ, ມີຮອງນາຍບ້ານ, ອົງການຈັດຕັ້ງຂັ້ນບ້ານ ພ້ອມດ້ວຍປະຊາຊົນ ຍິງໝຸ່ມ- ຊາຍໝຸ່ມ ພາຍໃນບ້ານນາສອບເຂົ້າຮ່ວມຈໍານວນ 150 ຄົນ, ຍິງ 30 ຄົນ

Image may contain: one or more people, sky, tree, mountain, outdoor and nature

ໜ້າວຽກທີ່ເຮັດໃນຄັ້ງນີ້ , ແມ່ນການສ້ອມແປງເສັ້ນທາງເຂົ້າບ້ານ-ຜ່າບ້ານ, ໂດຍເລີ່ມແຕ່ປາກທາງຂອງເສັ້ນທາງເລກທີ 13 ໃຕ້ ເຂົ້າໄປຫາບ້ານ ເປັນໄລຍະທາງ ຍາວ 3 ກິໂລແມັດ, ສໍາລັບພາຫະນະແລະເຄື່ອງມືໃນການສ້ອມແປງເສັ້ນທາງໃນຄັ້ງນີ້, ແມ່ນໄດ້ລະດົມປະຊາຊົນເອົາລົດໄຖນາຍ່າງຕາມຈໍານວນ 50 ຄັນ, ອຸປະກອນມີ: ຈົກ, ສຽບ, ຊວ້ານ ແລະ ພ້າ, ເຊິ່ງໃນນັ້ນ ແມ່ນໄດ້ນໍາເອົາລົດໄຖນາຍ່າງຕາມແກ່ເອົາດິນ ແລະ ຫີນປູທາງທີ່ບົດແລ້ວນໍາມາຖົມໃສ່ບ່ອນເປັນໂບກ, ເປັນຂຸມ, ເນື່ອງຈາກການສັນຈອນໄປມາຂອງພາຫະນະປະຊາຊົນໃນຊ່ວງລະດູຝົນນັ້ນ, ຈົນເຮັດໃຫ້ເສັ້ນທາງດັ່ງກ່າວເປ້ເພ ແລະ ເພື່ອເຮັດໃຫ້ເສັ້ນທາງເຂົ້າບ້ານ ສາມາດສັນຈອນໄປມາຫາຊູ່ໜາແໜ້ນ-ແລ່ນສະດວກ, ຕາມບໍລິເວນແຄມທາງກໍ່ຍັງໄດ້ຖາງປ່າອະນາໄມ ເພື່ອໃຫ້ທັດສະນິຍະພາບໃນການເບິ່ງເຫັນຂອງຜູ້ໃຊ້ລົດໃຊ້ທະໜົນ, ທັງນີ້ກໍ່ເພື່ອເປັນການປຸກລະດົມຄວາມສາມັກຄີຂອງປະຊາຊົນພາຍໃນບ້ານ ແລະ ທີ່ສໍາຄັນກໍ່ເພື່ອເປັນການສ້າງຂະບວນການຂັບນັບຮັບຕ້ອນວັນສໍາຄັນຕ່າງໆຂອງພັກ-ຂອງຊາດ ສະເພາະກໍ່ແມ່ນກອງປະຊຸມໃຫຍ່ຂັ້ນເມືອງ, ຂັ້ນແຂວງ ແລະ ການພັດທະນາລະບົບໂຄງລ່າງພື້ນຖານຂອງບ້ານໄດ້ຮັບການປັບປຸງໄປເທື່ອລະກ້າວ

Image may contain: 1 person, sky, outdoor and nature

ພາບ ແລະ ຂ່າວ: ຄໍາກອນ ພອນມາລາ

ຂ່າວສານບ້ານເມືອງ

Post navigation

Previous Post: ການນຳແຂວງໄຊຍະບູລີ ວາງພວງມາລາ ທີ່ອະນຸສອນສະຖານປະທານ ໄກສອນ ພົມວິຫານ
Next Post: ກອງຮ້ອຍ 8 ສຶກສາອົບຮົມກຸ່ມເປົ້າໝາຍເສບຢາເສບຕິດ ຈໍານວນ 44 ຄົນ

Related Posts

ກອງປະຊຸມການເຊື່ອມໂຍງສື່ແບບເກົ່າ-ແບບໃໝ່ໃຫ້ສື່ມວນຊົນລາວທົ່ວປະເທດ ຂ່າວສານບ້ານເມືອງ
ການບໍລິຫານຈັດການອ່າງນ້ຳ ຂອງເຂື່ອນໄຟຟ້ານ້ຳຕົກ ແລະ ແຜນຮັບມືສຸກເສີນ ໃນລະດູຝົນ ຂ່າວສານບ້ານເມືອງ
ດ່ວນ! ແຈ້ງປັບລາຄານໍ້າມັນຂຶ້ນທຸກຊະນິດເລີ່ມ 6 ໂມງເຊົ້າ ວັນທີ 14 ມັງກອນ 2022 ເປັນຕົ້ນ ຂ່າວສານບ້ານເມືອງ
ຂໍລາຍງານ! ລາວເຮົາຍັງບໍ່ພົບຜູ້ຕິດເຊື້ອໂຄວິດເພີ່ມ ສ່ວນຜູ້ຕິດເຊື້ອເກົ່າທັງ 4ກໍລະນີ ຍັງສືບຕໍ່ປິ່ນປົວຢູ່ໂຮງໝໍ ຂ່າວສານບ້ານເມືອງ
ປະກາດແຈ້ງຕາມຫາຄົນຫາຍພົບເຫັນຊ່ວຍແຈ້ງແດ່ເດີ້1 ຂ່າວສານບ້ານເມືອງ
ຖະແຫຼງຂ່າວ ຂອງໂຄສົກກະຊວງການຕ່າງປະເທດແຫ່ງ ສປປ ລາວ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme