Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ການນຳແຂວງໄຊຍະບູລີ ວາງພວງມາລາ ທີ່ອະນຸສອນສະຖານປະທານ ໄກສອນ ພົມວິຫານ

Posted on 08/09/202008/09/2020 By News No Comments on ການນຳແຂວງໄຊຍະບູລີ ວາງພວງມາລາ ທີ່ອະນຸສອນສະຖານປະທານ ໄກສອນ ພົມວິຫານ

ເນື່ອງໃນໂອກາດທີ່ແຂວງ ໄຊຍະບູລີ ກະກຽມຄວາມພ້ອມ ດ້ານຕ່າງໆ ໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຄັ້ງທີ VII ຂອງ ຜູ້ແທນອົງຄະນະພັກແຂວງໄດ້ສໍາເລັດໂດຍພື້ນຖານ ແລະ ເພື່ອກ້າວເຂົ້າສູ່ວາລະການດໍາເນີນກອງປະຊຸມໃຫຍ່ຢ່າງເປັນທາງ ການໃນວັນທີ 8 ກັນຍາ 2020 ນີ້, ການນໍາແຂວງໄຊຍະບູລີ ນໍາໂດຍ ສະຫາຍ ພົງສະຫວັນ ສິດທະວົງ ເລຂາພັກແຂວງເຈົ້າແຂວງໆໄຊຍະບູລີ ໄດ້ເຂົ້າວາງພວງມາລາໄມ້ທີ່ອະນຸສອນສະຖານປະທານ ໄກສອນ ພົມວິຫານ ແລະ ວາງພວງມາລາທີ່ອານຸສາວະ ລີນັກຮົບນິລະນາມໃນຕອນເຊົ້າຂອງວັນທີ 7 ກັນຍາ.

Image may contain: 2 people, people standing

ການວາງພວງມາລາໄມ້ຄັ້ງ ນີ້ ສະຫາຍ ພົງສະຫວັນ ສິດທະ ວົງ ກຳມະການສູນກາງພັກເລ ຂາພັກແຂວງເຈົ້າແຂວງໆ ໄຊ ຍະບູລີໄດ້ກ່າວວ່າ: ມື້ນີ້ຄະນະບໍ ລິຫານງານພັກແຂວງ, ຜູ້ແທນ ສົມບູນກອງປະຊຸມໃຫຍ່ໄດ້ຈັດພິທີວາງກະຕ່າດອກໄມ້ ແລະ ວາງພວງມາລາຢູ່ອະນຸສອນສະຖານປະທານ ໄກສອນ ພົມວິຫານ ແລະ ອະນຸສາວະລີນັກຮົບນິລະນາມຂອງແຂວງ ເພື່ອສະແດງຄວາມກະຕັນຍູ-ຮູ້ບຸນຄຸນ ແລະ ຄຸນງາມຄວາມດີອັນໃຫຍ່ຫຼວງຕໍ່ປະທານໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ, ຜູ້ນໍາພາສ້າງຕັ້ງພັກປະຊາຊົນປະຕິວັດລາວ ແລະ ນໍາພາລິເລີ່ມພາລະກິດປ່ຽນແປງໃໝ່ຂອງພັກເຮົາ ແລະ ບັນດາທ່ານ ການນໍາພັກ-ລັດ, ພະນັກງານ, ສະມາຊິກພັກ ແລະ ນັກຮົບ ປະຕິວັດທີ່ໄດ້ເສຍສະຫຼະຊີວິດເພື່ອພາລະກິດປະຕິວັດປົດປ່ອຍ ຊາດ, ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດຕະຫຼອດໄລຍະຜ່ານມາ ແລະ ເພື່ອ ສະ ແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນເຖິງຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງພິລາດອາດຫານ ແລະ ບໍ່ຍອມຈຳນົນ ຂອງບັນພະບູລຸດກໍຄືບັນດາ ນັກຮົບປະຕິວັດທີ່ເສຍສະຫຼະຊີວິດ ເລືອດເນື້ອ ເພື່ອພາລະກິດປະຕິ ວັດຢ່າງພິລາດອາດຫານ, ເວົ້າ ລວມ, ເວົ້າສະເພາະກໍຄືນັກຮົບ ປະຕິວັດຂອງແຂວງໄຊຍະບູລີ ທີ່ເສຍສະຫຼະຊີວິດເລືອດເນື້ອ ເພື່ອດິນແດນອັນຄົບຖ້ວນຂອງ ແຂວງ ແລະ ປະຊາຊົນຢ່າງອົງ ອາດກ້າຫານ, ພາຍໃຕ້ການຊີ້ນຳ-ນຳພາອັນສະຫຼາດສ່ອງໃສຂອງ ພັກປະຊາຊົນປະຕິວັດລາວ, ເຊິ່ງ ຄຸນງາມຄວາມດີອັນໃຫຍ່ຫຼວງ ນັ້ນ ໄດ້ຖືກຈາລຶກໄວ້ໃນຊີວິດ ຈິດ ໃຈຂອງປະຊາຊົນຊາວແຂວງ ໄຊຍະບູລີ ຕະຫຼອດໄປ.

ໂດຍ : ອຸ່ນເຮືອນ ໂພທິລັກ

ຂ່າວສານບ້ານເມືອງ

Post navigation

Previous Post: ໄຂຂຶ້ນຢ່າງເປັນທາງການແລ້ວ ກອງປະຊຸມໃຫຍ່ຄັ້ງທີ XII ຂອງຜູ້ແທນອົງຄະນະພັກ ແຂວງ ໄຊຍະບູລີ
Next Post: ປະຊາຊົນບ້ານນາສອບ ສ້າງຂະບວນການສ້ອມແປງເສັ້ນທາງເຂົ້າບ້ານຢ່າງເປັນຂະບວນຟົດຟື້ນ

Related Posts

ເຈດີ ວັດສີສຸພັນ, ຈັງຫວັດ ຊຽງໃໝ່ ປະເທດໄທ ອາຍຸ 522 ປີ ໄດ້ຖະຫຼົ່ມລົງແລ້ວ (ມີຄລິບ) ຂ່າວຕ່າງປະເທດ
ແຕ່ງຕັ້ງ ຫົວໜ້າກອງບັນຊາການ ປກສ ແຂວງອັດຕະປືຜູ່ໃໝ່ ຂ່າວສານບ້ານເມືອງ
ເກົ່າແກ່…! ທ່ຽວຊົມວັດສີພູມປະດິດຖາຣາມ ຂ່າວສານບ້ານເມືອງ
​ຄບຕ.ນວ ແຈ້ງຫ້າມຈອດລົດທຸກຊະນິດ ຢູ່ເສັ້ນທາງໜອງບອນແຕ່ໄຟແດງ ສະຖານີລົດເມຫາໄຟແດງວັດທາດຝຸ່ນ ຂ່າວສານບ້ານເມືອງ
ນັກໂທດຄະດີຢາເສບຕິດ 5 ຄົນ ທີ່ສາລະວັນຖືກຕັດສິນປະຫານຊີວິດ ຂ່າວສານບ້ານເມືອງ
ປກສ ເມືອງໜອງບົກ ຕັ້ງໜ້າເສີມຂະຫຍາຍວາລະແຫ່ງຊາດ ມ້າງຄະດີໄດ້ 195 ເລື່ອງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme