Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເຕືອນການເດີນທາງ ເຂດບ້ານຫ້ວຍອີ່ເລີດທາງເພໜັກ

Posted on 08/09/202008/09/2020 By All in LAOS No Comments on ເຕືອນການເດີນທາງ ເຂດບ້ານຫ້ວຍອີ່ເລີດທາງເພໜັກ

ແຂວງວຽງຈັນ: ປະຊາຊົນ ບ້ານຫ້ວຍອີເລີດ ເມືອງຫີນເຫີບ ແຂວງວຽງຈັນ ສົ່ງຮູບ ສະພາບເສັ້ນທາງ ໃນລະດູຝົນ ຂອງບ້ານ ຊຶ່ງເປັນເສັ້ນທາງ ເຊື່ອມຕໍ່ ເຂົ້າໄປຫາບ້ານຄອນແກ້ວ ແລະ ອີກຫລາຍໆຫມູ່ບ້ານທີ່ ຢູ່ເລິກເຂົ້າໄປ, ປະຈຸບັນ ເປັນອໍາມະພາດ.

ລູກຫລານໃນຫມູ່ບ້ານບໍ່ສາມາດເດີນທາງໄປໂຮງຮຽນໄດ້ ຍ້ອນລົດບໍ່ສາມາດທຽວທາງ. ພະນັກງານ, ແພດຫມໍ ບໍ່ສາມາດໄປວຽກໄດ້ເຊັ່ນດຽວກັນ. ຊາວຄ້າຂາຍບໍ່ສາມາດເຂົ້າມາໃນເມືອງເພື່ອຊື້ເຄື່ອງໄປຄ້າຂາຍ ເພື່ອລ້ຽງຊີບຕົນເອງ ແລະ ຄອບຄົວໄດ້.

ສະພາບຄວາມຫຍຸ້ງຍາກນີ້ ແມ່ນເກີດຂຶ້ນ ທຸກປີ ແກ່ຍາວມາໄດ້ຫຼາຍສິບປີແລ້ວ ໂດຍ ຍາມຝົນ ປະຊາຊົນຕ້ອງໄດ້ທົນທຸກ ເດືອດຮ້ອນ ຈາກສະພາບ ຖະໜົນໝື່ນ ເປັນບວກ ເປັນຫຼຸມ ມີຂີ້ຕົມ ນໍ້າອັ່ງເດີນທາງລຳບາກ, ສ່ວນຕົກມາຍາມແລ້ງ ແມ່ນຕ້ອງໄດ້ພົບພໍ້ກັບ ສະພາບຝຸ່ນລະອອງ ຈາກລົດ ແລະ ຂີ້ຝຸ່ນ ຢູ່ບໍ່ຂາດສາຍ ຈົນເຮັດໃຫ້ເດັກນ້ອຍ ແລະ ຜູ້ໃຫຍ່ຫຼາຍຄົນ ມີປັນຫາ ທາງລະບົບຫາຍໃຈ.

ໃນໄລຍະຜ່ານມາ ຊາວບ້ານໄດ້ມີການໂອ້ລົມ ແລະ ຫ້າມລົດບັນທຸກໃຫ່ຍ ທຽວທາງ ດັ່ງກ່າວ, ແຕ່ກະບໍ່ສຳເລັດ ຍ້ອນວ່າລົດບັນທຸກ ໄດ້ມີການຈ່າຍຄ່າທຳນຽມໃຫ້ກັບເມືອງໄປແລ້ວ.

ຈຶ່ງຂໍສົ່ງພາບ ມາເປັນຫຼັກຖານ ແລະ ຮຽກຮ້ອງໃຫ້ ຂະແໜງການທີ່ກ່ຽວຂ້ອງ ຈົ່ງໄດ້ເຫັນໃຈ ລົງມາຊ່ວຍປັບປຸງ ແບ່ງເບົາ ຫຼືແກ້ໄຂ ບັນຫານີ້ ຊ່ວຍປະຊາຊົນດ້ວຍ.

ພາບ-ຂ່າວ: ສຸພານິດ ວົງແສງທອງ

ຂ່າວສານບ້ານເມືອງ

Post navigation

Previous Post: ອປຊ ຈ່າຍເງິນອຸດໜູນວ່າງງານ ໂຄວິດ-19 ໃຫ້ 12.717 ຄົນ ມູນຄ່າ 12,37 ຕື້ກວ່າກີບ
Next Post: ມອບ-ຮັບໂຄງການກໍ່ສ້າງ ແລະ ສ້ອມແປງເສັ້ນທາງໄປສູ່ເຂດຜະລິດ ບ້ານຫ້ວຍເຮັ້ຍເມືອງໂພນທອງ

Related Posts

ຍັງມີຮ້ານອິນເຕີເນັດກາເຟ ທີ່ ລັ ກ ເປີດບໍລິການ ຂ່າວສານບ້ານເມືອງ
ຈັ ບ ກຸ່ ມ ມົ່ ວ ສຸ ມ ແ ລ ະ ລັ ກ ລ ອ ບ ຂ າ ຍ ຢ າ ເ ສ ບ ຕ ິດ 4 ຄົນ ຂ່າວສານບ້ານເມືອງ
ສາທາລະນະສຸກ ຢັ້ງຢືນວ່າ ບໍ່ສາມາດຕິດເຊື້ອພະຍາດໂຄວິດ-19 ຜ່ານການສຳຜັດທະນາບັດໄດ້ງ່າຍ ຂ່າວສານບ້ານເມືອງ
ການຊ້ອມຮົບຮ່ວມລາວ-ຣັດເຊຍ “ລາໂຣສ໌ 2022” ສຳເລັດລົງດ້ວຍໝາກຜົນຢ່າງຈົບງາມ ຂ່າວສານບ້ານເມືອງ
ລາຄານ້ຳມັນ ໃນອາຊີ ຫລຸດລົງເກືອບ 1 ໂດລາສະຫະລັດ ຂ່າວສານບ້ານເມືອງ
ລະນຶກວັນສາກົນ ເພື່ອປູກຈິດສຳນຶກກ່ຽວກັບ ລ ະ ເ ບີ ດ ບໍ່ທັນແຕກ 4 ເມສາ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme