Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເຈົ້າແຂວງສະຫວັນນະເຂດລົງຕິດຕາມສະພາບ ການເປັນຢູ່ຂອງປະຊາຊົນ ທີ່ອາໄສຢູ່ລຽບຕາມແຄມນໍ້າເຊບັ້ງໄຟ

Posted on 07/09/202007/09/2020 By News No Comments on ເຈົ້າແຂວງສະຫວັນນະເຂດລົງຕິດຕາມສະພາບ ການເປັນຢູ່ຂອງປະຊາຊົນ ທີ່ອາໄສຢູ່ລຽບຕາມແຄມນໍ້າເຊບັ້ງໄຟ

ໃນວັນທີ 4 ກັນຍາ 2020 ເຈົ້າແຂວງສະຫວັນນະເຂດລົງຕິດຕາມສະພາບ ການເປັນຢູ່ຂອງປະຊາຊົນເມືອງໄຊບູລີ ທີ່ອາໃສ່ຢູ່ລຽບຕາມແຄມນໍ້າເຊບັ້ງໄຟດ້ວຍຄວາມເປັນຫ່ວງເປັນໃຍ ຂອງການນໍາແຂວງ ທີ່ຍາມໃດກໍ່ມີຕໍ່ປະຊາຊົນ ໃນການດໍາລົງຊິວິດທໍາມາຫາກິນ ແລະທໍາການຜະລິດຫຼາຍກາຍເປັນສິນຄ້າ ຢູ່ຕາມທ້ອງຖິ່ນຕ່າງໆ

ດັ່ງນັ້ນມາໃນວັນທີ 4 ກັນຍາ 2020 ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍພະແນກໂຍທາທິການ ແລະຂົນສົ່ງ, ພະແນກກະສິກໍາ ແລະ ປ່າໄມ້ແຂວງ ແລະ ການນໍາຂອງເມືອງນໍາໂດຍ ທ່ານ ອ່ອນລໍາພັນ ບົວສີແກ້ວ ເຈົ້າເມືອງໄຊບູລີ, ມີບັນດາຫ້ອງການກະສິກໍາ ແລະ ປ່າໄມ້, ຫ້ອງການໂຍທາທິການ ແລະ ຂົນສົ່ງ, ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງສົບທົບກັບອໍານາດການປົກຄອງບ້ານ ໃນແຕ່ລະເຂດ, ລົງຕິດຕາມກວດກາຜົນສໍາເລັດໂຄງການກໍ່ສ້າງຄູປ້ອງກັນນໍ້າຖ້ວມແຕ່ ບ້ານ ດ້າງສະຫວັນຫາ ເຂດບ້ານສີໄຄ , ແຕ່ບ້ານຕົ້ນແຫນ ຫາ ບຶງເຊ ຫາຫາດຊາຍສູງ ແລະຈຸດຫ້ວຍປາປາກ ເຂດສົມສະອາດ

ໂຄງການກໍ່ສ້າງດັ່ງກ່າວ ແມ່ນ ບໍລິສັດ ໜູຄໍາກໍ່ສ້າງ ເປັນຜູ້ຮັບເໝົາ, ໃນໂຄງການ ຟື້ນຟູ່ຫຼັງ ຈາກໄພພິບັດທາງທໍາມະຊາດ, (ນໍ້າຖ້ວມ), ໃນປີ 2019 ທີ່ຜ່ານ, ເຮັດໃຫ້ຄູກັນນໍ້າຖ້ວມຖືກນໍ້າເຊຊັດເຊາະເຈື່ອນເປ້ເພເສຍຫາຍ ສະນັ້ນຄູກັນນໍ້າຖ້ວມ ແຕ່ບ້ານດ້າງສະຫວັນ, ສີໄຄ, ຕົ້ນແຫນ, ບຶງເຊ ແລະ ບ້ານຫາດຊາຍສູງ ຈຶ່ງໄດ້ຮັບການກໍ່ສ້າງ ແລະ ສ້ອມແປງຄືນໃໝ່, ມີຄວາມຍາວ 660 ແມັດ, ກວ້າງ 5 ແມັດ,ສູງ 2-3 ແມັດ, ລວມມູນຄ່າໃນການກໍ່ສ້າງ 800 ລ້ານກວ່າກີບ, ເຊິ່ງໄດ້ລິເລີ່ມລົງມືກໍ່ສ້າງ ແຕ່ຕົ້ນເດືອນ ພຶດສະພາ 2020 ມາຮອດຕົ້ນເດືອນ ກໍລະກົດ 2020 ຈຶ່ງສໍາເລັດ ແລະສໍາລັບໂຄງການ ຕ້ານເຈື່ອນປ້ອງກັນລະບົບຫົວງານຈັກສູບນໍ້າຊົນລະປະທານ ກ້າງປາ 1 ແມ່ນເລີ່ມລົງມືກໍ່ສ້າງແຕ່ວັນທີ 25 ພຶດສະພາ 2020 ແລະໄດ້ສໍາເລັດ ໃນວັນທີ 25 ມິຖຸນາ 2020 ເຊິ່ງມີຄວາມຍາວ ຂ້າງລະ 50 ແມັດ ລວມເປັນ 100 ແມັດ, ໄດ້ທໍາການສ້າງດ້ວຍຫີນລຽງ, ຖົມດ້ວຍຊາຍ ແລະປູດ້ວຍຜ້າສຸວະເຕັກ ຮອງດ້ວຍຫີນກາວ ຂະໜາດ 5,10 ຊັງຕິແມັດ, ລວມມູນຄ່າໃນການກໍ່ສ້າງ 2 ຕື້ 9 ລ້ານກີບ,ໃນການກໍ່ສ້າງເຫັນວ່າໄດ້ສໍາເລັດກ່ອນແຜນການ.

ໃນເວລາຕໍ່ມາ ທ່ານ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະນໍາຂອງແຂວງ-ເມືອງ ກໍໄດ້ເລາະເບິ່ງ ຈຸດທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທໍາມະຊາດ (ນໍ້າຖ້ວມ) ໃນປີ 2019 ທີ່ຜ່ານມາ, ໃນນັ້ນໄດ້ເລາະເບິ່ງ 2 ຄື: ຈຸດປ່ອງລະບາຍນໍ້າທີ່ອ່າງເກັບນໍ້າບ້ານກາງ ແລະ ປະຕູນໍ້າປາກຫ້ວຍສີໄຄ ເຊິ່ງເຫັນວ່າໄດ້ຮັບຜົນເສຍຫາຍພໍ່ສົມຄວນ ແລະ ໄດ້ໃຫ້ທາງຂະແໜງການ, ໜ່ວຍງານກ່ຽວຂ້ອງຂື້ນແຜນຊ້ອມແຊມປັບປຸງຄືນໃໝ່ໃຫ້ໄດ້ນໍາໃຊ້ເປັນປົກກະຕິ, ຈາກນັ້ນກໍ່ຍັງໄດ້ສືບຕໍ່ເລາະເບິ່ງຜົນກະທົບທີ່ເກີດຈາກຕະຝັ່ງເຊບັ້ງໄຟເຈື່ອນ ທີ່ບ້ານບົວໄຂ, ເຊິ່ງໃນນັ້ນເຫັນວ່າ ປະຊາຊົນຈໍານວນ 37 ຫຼັງຄາເຮືອນ ແລະ 33 ຄອບຄົວໄດ້ຮັບຜົນກະທົບ ແລະ ໄດ້ມ້າງຍ້າຍເຮືອນອອກແລ້ວ 14 ຫຼັງໄປປຸກຢູ່ຈຸດທີ່ປອດໄພ ແລະອີກ 25 ຫຼັງແມ່ນຈະຕ້ອງໄດ້ມ້າງອອກໃນໄວໆນີ້, ຈາກການເລາະເບິ່ງຜົນເສຍຫາຍຂອງທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດໃນຄັ້ງນີ້ ທ່ານໄດ້ສະແດງຄວາມເປັນຫ່ວງເປັນໃຍ ຈາກຜົນກະທົບທີ່ເກີດຂື້ນເຊິ່ງມັນໄດ້ສ້າງຄວາມເສຍຫາຍຕໍ່ຊັບສິນຂອງປະຊາຊົນບໍ່ນ້ອຍ, ເຖິງແນວໃດກໍ່ຕາມ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ຍັງໄດ້ເນັ້ນໜັກໃຫ້ທຸກພາກສ່ວນ ໜ່ວຍງານກ່ຽວຂ້ອງ ອໍານາດການປົກຄອງຂັ້ນເມືອງ, ອົງການຈັດຕັ້ງຂັ້ນບ້ານ ຕະຫຼອດຮອດປະຊາຊົນ ຜູ້ທີ່ອາໃສຢູ່ລຽບຕາມແຄມແມ່ນໍ້າເຊ ຕ້ອງມິສະຕິເຝົ້າລະວັງຢູ່ຕະຫຼອດ,ຖ້າມີຄວາມສ່ຽງຈະຕ້ອງໄດ້ລະດົມແຮງຊ່ວຍເຫຼືອກັນມ້າງເຮືອນໄປຈຸດທີ່ປອດໄພ,ແລະທີ່ສໍາຄັນ ເອົາໃຈໃສ່ຕິດຕາມ ເກັບກໍາຂໍ້ມູນ ໃຫ້ລະອຽດ, ລາຍງານທາງຂັ້ນເທິງເປັນປົກກະຕິ ເພື່ອຈະໄດ້ຄົ້ນຄວ້າ ແລະຊອກວິທີແກ້ໄຂໃຫ້ທັນກັບເຫດການຢ່າງວ່ອງໄວ.

ຂ່າວສານບ້ານເມືອງ

Post navigation

Previous Post: ສຸດຍອດ ປະຊາຊົນບ້ານແຜ້ ຈະສ້າງຂົວຍາວ 180 ແມັດ ຂ້າມນໍ້າມ່າ ໃຫ້ແລ້ວພາຍໃນ 3 ວັນ
Next Post: ອປຊ ຈ່າຍເງິນອຸດໜູນວ່າງງານ ໂຄວິດ-19 ໃຫ້ 12.717 ຄົນ ມູນຄ່າ 12,37 ຕື້ກວ່າກີບ

Related Posts

ເມືອງ ອາດສະພັງທອງ ຈັດພິທີ ປ່ອຍປາສູ່ທໍາມະຊາດ 10,000 ໂຕ ເນື່ອງໃນໂອກາດວັນອະນຸລັກສັດນໍ້າ-ສັດປ່າ ຂ່າວສານບ້ານເມືອງ
ທາງ 13 ເໜືອ ກາສີ-ພູຄູນ ຕິດຄັດ ຂໍໃຫ້ລະມັດລະວັງ ຂ່າວສານບ້ານເມືອງ
ຂ່າວດີ! ກະຊວງອຸດສາຫະກຳ ແລະ ການຄ້າ ປັບລາຄານໍ້າມັນລົງທຸກຊະນິດ ຂ່າວສານບ້ານເມືອງ
ເມືອງໄຊບູລີ ກໍານົດເອົາບຶງຂາເປຍເປັນເຂດວັງສະຫງວນອະນຸລັກສັດນໍ້າ-ສັດປ່າ ຂ່າວສານບ້ານເມືອງ
ຜູ່ໃຈບຸນໂຮມນໍ້າໃຈ ຊ່ວຍປະຊາຊົນເມືອງຜາອຸດົມ ສູ້ໄພໜາວ ຂ່າວສານບ້ານເມືອງ
ສະຫະລັດອາເມລິກາຈະມອບວັກຊິນໄຟເຊີ 1,700,000 ໂດສ ໃຫ້ແກ່ ສປປ ລາວ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme