ຫົວພັນ: ລາຍງານຈາກ ຫ້ອງການ ຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ເມືອງອອກ ໃຫ້ຮູ້ ໃນ ວັນທີ 7 ກັນຍາ 2020 ນີ້ວ່າ ປະຊາຊົນບ້ານແຜ້ ເມືອງແອດ ແຂວງຫົວພັນ ໄດ້ສາມັກຄີກັນສ້າງຂົວຂ້າມນໍ້າມ່າ ມີຄວາມຍາວ 180 ແມັດ

ຂົວແຫ່ງນີ້ເຮັດດວ້ຍໄມ້ປ່ອງ,ຟຸຍ ແລະ ສາຍກາບເຫຼັກເພື່ອເປັນຕົວດຶງ-ຮັບນໍ້າໜັກ,ໃຊ້ແຮງງານປະຊາຊົນ 78 ຄົນ ແລະ ຄາດວ່າຈະໃຊ້ເວລາ 3 ວັນຈິ່ງຈະສຳເລັດ.

ຖ້າຂົວສ້າງສຳເລັດຈະອຳນວຍຄວາມສະດວກໃຫ້ແກ່ນ້ອງຫຼານນັກຮຽນແລະຜູ່ສັນຈອນໄປ-ມາໃນເຂດນີ້ດີຂື້ນ.

.

.

.

.

.
