Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເມືອງເລົ່າງາມຈັດສົ່ງ ສາວໄທ ກັບຄືນປະເທດ ຫຼັງມາລັກຢູ່ກິນກັບໜຸ່ມລາວແບບບໍ່ຖືກຕ້ອງ

Posted on 07/09/202007/09/2020 By All in LAOS No Comments on ເມືອງເລົ່າງາມຈັດສົ່ງ ສາວໄທ ກັບຄືນປະເທດ ຫຼັງມາລັກຢູ່ກິນກັບໜຸ່ມລາວແບບບໍ່ຖືກຕ້ອງ

ສາລະວັນ: ໃນວັນທີ 4 ກັນຍາ 2020 ນີ້ ເວລາ 2 ໂມງ00ນາທີ ຢູ່ທີ່ສະໂມສອນກອງບັນຊາການ ປ້ອງກັນຄວາມສະຫງົບເມືອງເລົ່າງາມໄດ້ ຈັດພິທີ ມອບ-ຮັບ ນາງ ດາລາ ມີສະມິງ ຄົນສັນຊາດໄທ ກັບຄືນປະເທດ ທີ່ລັກເຂົ້າມາ ສປປ ລາວບໍ່ຖືກຕ້ອງຜິດກົດໝາຍ

ໂດຍການເຂົ້າຮ່ວມຂອງທ່ານ ຄໍາຫວັນ ສີສະໝຸດ ກໍາມະການພັກເມືອງ, ຮອງເຈົ້າເມືອງໆເລົ່າງາມ, ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ, ມີທ່ານ ພາສຸກ ແກ້ວໄກສອນ ຕ່າງໜ້າກົງສູນໄທ ປະຈໍາຢູ່ແຂວງສະຫວັນນະເຂດ, ທ່ານ ນາງ ບຸນໂຮມ ໂງ່ນກະເສີມສຸກ ຮອງຫົວໜ້າພະແນກສາທາລະນະສຸກແຂວງສາລະວັນ, ພ້ອມດ້ວຍຄະນະໜ່ວຍສະເພາະກິດຄວບຄຸມ ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຂັ້ນແຂວງ, ຂັ້ນເມືອງ, ເຈົ້າໜ້າທີ່ ປກສ, ພະແນກຄຸ້ມຄອງຄົນຕ່າງປະເທດ ແລະ ຫ້ອງການກ່ຽວຂ້ອງເຂົ້າຮ່ວມ.

ຕາມການລາຍງານຂອງກອງບັນຊາການ ປ້ອງກັນຄວາມສະຫງົບແຂວງສາລະວັນໃຫ້ຮູ້ວ່າ: ນາງສາວ ດາລາ ມີສະມິງ ຄົນສັນຊາດໄທ ອາຍຸ 23ປີ ເກີດຢູ່ຕໍາບົນຫີນເຫຼັກໄຟ, ອໍາເພີຫົວຫີນ, ຈັ່ງຫວັດປະຈວບຂີລີຂັນ, ອາຊີບຊາວສວນ ໄດ້ລັກລອບເຂົ້າ ສປປ ລາວ ຜິດກົດໝາຍໃນຄັ້ງວັນທີ 7 ສິງຫາ 2020 ໂດຍໃຊ້ເຮືອເປັນພາຫະນະເຂົ້າມາ ທາງເມືອງແກ່ນທ້າວ ແຂວງໄຊຍະບູລີ ເພື່ອເດີນທາງມາຫາຄົນຮັກ ມີແຟນເປັນຄົນລາວ ຊື່ ທ້າວ ໂຢ່ງ ອາຍຸ 19 ປີ ທີ່ຢູ່ບ້ານຄຽງຕັ້ງແລ, ເມືອງເລົ່າງາມ ແຂວງສາລະວັນ ໄດ້ຄົບຫາກັນ 7-8 ເດືອນແລ້ວ, ເຊີ່ງທ້າວໂຢ່ງໄດ້ເຄີຍໄປເຮັດວຽກຢູ່ປະເທດໄທ ເປັນລູກຈ້າງຂອງແມ່ຜູ້ສາວ ເຮັດຟາມເຫັດ ຫຼັງຈາກນັ້ນໄດ້ກັບມາປະເທດລາວ (ແຂວງສາລະວັນ)ໃນວັນທີ 5 ສິງຫາ 2020 ທີ່ບ້ານເກີດຄຽງຕັງແລ, ເມືອງເລົ່າງາມ ແຂວງສາລະວັນ.

ດັ່ງນັ້ນ ນາງສາວ ດາລາ ຈິ່ງໄດ້ລັກລອບເຂົ້າມາ ສປປ ລາວ ຕາມຫາຄົນຮັກ ຈົນພົບຍ້ອນຄວາມຮັກບໍ່ມີພົມແດນ ສະນັ້ນເຈົ້າໜ້າທີ່ ປກສ ຈິ່ງໄດ້ກັກຕົວ ເຂົ້າມາສູນກັກຕົວຂອງເມືອງ, ຜ່ານການຕິດຕາມກວດກາຫາເຊື້ອ ໂຄວິດ-19 ແມ່ນບໍ່ພົບເຊື້ອ ແລະ ໄດ້ສຶກສາອົບຮົມຄູ່ບ່າວສາວ, ຖ້າມັກຮັກກັນໃຫ້ເຮັດໜັງສືຈົດທະບຽນສົມລົດໃຫ້ຖືກຕ້ອງຕາມລະບຽບ-ຮີດຄອງປະເພນີ, ເພື່ອເສີມຂະຫຍາຍມູນເຊື້ອສາຍພົວພັນອັນດີງາມ ລະ ຫວ່າງສອງຊາດລາວ-ໄທໃຫ້ໄດ້ມີຄວາມແໜ້ນແຟ້ນຍິ່ງໆ

ຈາກນັ້ນ ທັງສອງຝ່າຍ ກໍໄດ້ເຮັດບົດບັນທຶກເຊັນມອບ-ຮັບສົ່ງ ນາງ ດາລາ ມີສະມິງ ກັບຄືນປະເທດໄທໂດຍຕາງໜ້າກົງສູນໄທ ທ່ານ ພາສຸກ ແກ້ວໄກສອນ ແລະ ຕາງໜ້າເມືອງເລົ່າງາມແມ່ນ ທ່ານ ຄໍາຫວັນ ສີສະໝຸດ ຮອງເຈົ້າເມືອງໆເລົ່າງາມ ໂດຍຊ້ອງໜ້າຄະນະໜ່ວຍສະເພາະກິດຄວບຄຸມ ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຂັ້ນແຂວງ, ຂັ້ນເມືອງ, ເຈົ້າໜ້າທີ່ ປກສ, ພະແນກຄຸ້ມຄອງຄົນຕ່າງປະເທດ ແລະ ຫ້ອງການກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ໂດຍ: ພອນໄຊ (ນັກຂ່າວເມືອງເລົ່າງາມ)

ຂ່າວສານບ້ານເມືອງ

Post navigation

Previous Post: ຮອງຫົວໜ້າ ຫ້ອງວ່າການສູນກາງພັກ ເຄື່ອນໄຫວເຮັດວຽກຢູ່ແຂວງຈຳປາສັກ
Next Post: ແຈ້ງການ ສອບເສັງຄັດນັກຮຽນເຂົ້າຮຽນ ສະຖາບັນກິລາ-ກາຍະກໍາ ສົກປີ 2020-2021

Related Posts

ດ່ວນກ່ອນໂຄວິດ ​ແຈ້ງ​ປັບຂຶ້ນ​ນ້ຳມັນທົ່ວປະເທດ ຂ່າວສານບ້ານເມືອງ
ສະແດງຄວາມຮູ້ບຸນຄຸນ! ທ່ານ ພົນຈັດຕະວາ ອ່ອນຈັນ ເພັດສະລາດ ຜູ້ທີ່ຊ່ວຍແນວລາວຮັກຊາດໂ ຕ ນ ຄຸ ກ ໂພນເຄັງ ຂ່າວສານບ້ານເມືອງ
ແຈ້ງເຕືອນ! 2 ຫາ 5 ມີນາ 2020 ແມ່ນຈະມີສະພາບອາກາດປ່ຽນແປງໄວ ຂ່າວສານບ້ານເມືອງ
ເຈົ້າໜ້າທີ່ກອງຄຸ້ມຄອງພາສີ l ແຂວງຫລວງນໍ້າທາຢຶດພະຫະນະນໍາເຂົ້າ ຜິ ດ ກົ ດ ໜ າ ຍ ຂ່າວສານບ້ານເມືອງ
ອານຸຍາດເປີດ ຕະຫຼາດກາງຄືນ ແລະ ໂຮງສາຍຮູບເງົາ 2-30/6/2020 ຂ່າວສານບ້ານເມືອງ
ວີໂກ້ປີ້ນຫງາຍທ້ອງ ທາງເມືອງສັງທອງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme